ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ?

ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ? - 999 - ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ?
ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ? - kitchen vibe - ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ?

ຮຽບຮຽງໂດຍ: ລູກເມືອງພວນ

ພາຍຸໄຕ້ຝຸ່ນທີ່ເອີ້ນວ່າ ຮາກິບິດ(Hagibis) ວ່າກັນວ່າຮຸນແຮງທີ່ສຸດໃນຮອບ 61 ປີ. ລົມໝູນເຂົ້າສູ່ເສັ້ນຜ່າສູນກາງຂອງພາຍຸ ສູງກ່ວາ 225 ກມຕໍ່ຊົ່ວໂມງ, ຖ້າຢູ່ເທິງດາວທຽມເບິ່ງລົງມາຈະບໍ່ເຫັນປະເທດຍີ່ປຸ່ນເລີຍ ເທົ່າກັບພາຍຸເຮີຣີເຄນ(Hurricane) ລະດັບ. ເຖິງຢ່າງໃດກໍຕາມພາຍຸໄດ້ຜ່ານພົ້ນໄປຢ່າງໄວວາ  ຖິ້ມໄວ້ພຽງສະພາບຄວາມເສຍຫາຍໃຫ້ກັບປະເທດຍີ່ປຸ່ນ. ຖ້າເປັນປະເທດເຮົາບອກໄດ້ວ່າຈະຕ້ອງໄດ້ຂໍການບໍລິຈາກຊ່ວຍເຫຼືອຢ່າງມະຫາສານ ແຕ່ຍີ່ປຸ່ນອອກມາຮ່ວມແຮງຮ່ວມໃຈກັນເຮັດຄວາມສະອາດ, ເກັບກູ້ເຄື່ອງຂອງ, ໜ່ວຍກູ້ໄພ ແລະ ໜ່ວຍກຳລັງປ້ອງກັນຕົນເອງອອກມາຄົ້ນຫາຜູ້ສູນຫາຍ, ທຸກຝ່າຍອອກມາຊ່ວຍກັນ ຈົນໄດ້ຮັບຄວາມຊົມເຊີຍຈາກນານາປະເທດ ທີ່ມີມາດຕະການຮັບມືກັບພາຍຸທີ່ດີຢ່າງຍອດຢ້ຽມ.

ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ? - Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ?
ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ? - B04E415C55D74F6C8F51C5AD0C38F995 - ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ?
ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ? - 6 1024x499 - ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ?
ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ? - 4 1024x612 - ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ?

ມາດຕະການຮັບມືຂອງປະເທດຍີ່ປຸ່ນນັ້ນມີດັ່ງນີ້:

1. ນະວັດຕະກຳອຸໂມງລະບາຍນໍ້າ ທີ່ສາມາດລະບາຍນໍ້າຝົນໃຫ້ລະບາຍນໍ້າໄປຢ່າງໄວວາຈົນບໍ່ມີນໍ້າຖ້ວມຂັງໃນນະຄອນໂຕກຽວເລີຍ. ອຸໂມງດັ່ງກ່າວນີ້ຍັງມີຖັງເກັບນໍ້າ 5 ຖັງເພື່ອຮອງຮັບນໍ້າຈາກແມ່ນໍ້າສາຍຕ່າງໆ ຮອບໂຕກຽວ ແລະ ຂອບເຂດໃກ້ຄຽງ, ໂດຍແຕ່ລະຖັງມີຄວາມເລິກ 70 ແມັດ, ເສັ້ນຜ່າສູນກາງ 30 ແມັດ. ສາມາດລະບາຍນໍ້າໄດ້ 200 ໂຕນຕໍ່ວິນາທີ. ສະນັ້ນ ໂອກາດທີ່ໂຕກຽວຈະຖືກນໍ້າຖ້ວມໜ້ອຍທີ່ສຸດ ຈຶ່ງເປັນຄຳຕອບໄດ້ວ່າ ເປັນຫຍັງມີໄພພິບັດໃຫຍ່ຂະໜາດນັ້ນຍັງບໍ່ມີນໍ້າຖ້ວມຂັງເລີຍ ໃນຂະນະດຽວຫຼາຍໆ ເມືອງມີນໍ້າຖ້ວມຂັງ.

ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ? - 8 1024x598 - ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ?
ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ? - 9 1024x568 - ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ?

2. ລະບົບເຕືອນໄພທີ່ດີ ແລະ ມີການຮ່ວມມືຮ່ວມໃຈຈາກພາກລັດ ແລະ ເອກະຊົນເປັນຢ່າງສູງ. ລັດຖະບານອອກການເຕືອນໄພໃຫ້ປະຊາຊົນຮັບຊາບຢ່າງຊັດເຈນເປັນໄລຍະ ຄື: ແຈ້ງເຕືອນໃຫ້ປະຊາຊົນຮັບຊາບກ່ອນພາຍຸຈະມາເຖິງຫຼາຍວັນ ປະຊາຊົນທຸກບ້ານເຮືອນມີການຕຽມຕົວເພື່ອຮັບມືເປັນຢ່າງດີ ເຊັ່ນ: ປະຊາຊົນເລີ່ມມີການຄຸມຜ້າຢາງຫຼັງຄາເຮືອນຂອງຕົນ ໂດຍໃຊ້ແຜ່ນໄມ້ຕິດຕາມຂອບແວ່ນປະຕູປ່ອງຢ້ຽມ ເພື່ອກັນແຕກ ແລະ ທີ່ສຳຄັນລັດຖະບານໄດ້ບອກໃຫ້ທຸກຄົວເຮືອນຕ້ອງມີວິທະຍຸແບບແຮໄວ້ກໍລະນີໄຟຟ້າດັບກໍສາມາດຕິດຕາມຂ່າວຄາວໄດ້ປົກກະຕິ. ເມື່ອໄດ້ຮັບການເຕືອນໄພຈາກລັດຖະບານ ຄົນຍີ່ປຸ່ນກໍຈະອອກໄປຊື້ອາຫານການກິນມາແຮໄວ້ໃຫ້ພຽງພໍແຕ່ 3-5 ວັນ ເພື່ອໃຫ້ທຸກຄົນ ທຸກຄອບຄົວສາມາດຊື້ໄດ້ພຽງພໍ.

ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ? - 12 - ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ?
ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ? - 1 1024x500 - ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ?

3.      ຜູ້ນຳທີ່ເຂັ້ມແຂງ ເພິ່ງພາໄດ້ ທ່ານ ຊິງໂຊ ອາເບະ ໄດ້ຕັ້ງສູນເຝົ້າລະວັງ ແລະ ຕິດຕາມຂ່າວຕະຫຼອດ 24 ຊົ່ວໂມງດ້ວຍຕົນເອງ, ຂ່າວສານທຸກສາລະທິດຖືກຕ້ອງແມ່ນຢຳ ແລະ ຖືກປະສານໄປທີ່ສູນເຝົ້າລະວັງ ແລະ ຈາກນັ້ນກໍກະຈາຍໄປໃນພື້ນທີ່ຕ່າງໆ. ທ່ານໄດ້ອອກຄຳສັ່ງໃຫ້ເຈົ້າໜ້າທີ່ຂອງລັດຖະບານຕຽມພ້ອມອອກຊ່ວຍເຫຼືອປະຊາຊົນຕະຫຼອດ 24 ຊົ່ວໂມງ ໂດຍຫ້າມຢຸດ ຫ້າມລາເດັດຂາດ. ພາຍຫຼັງພາຍຸຜ່ານພົ້ນໄປທ່ານຍັງຮຽກປະຊຸມທຸກພາກສ່ວນ ກູ້ໄພຫຼາຍກວ່າ 2 ໝື່ນຄົນ ນຳເອົາອຸປະກອນທີ່ຈຳເປັນເຊັ່ນ: ເຂົ້າປາອາຫານແຫ້ງ. ນໍ້າດື່ມ ອຸປະກອນດຳລົງຊີບ ໄປຊ່ວຍແຕ່ລະທ້ອງຖິ່ນ ທັງກູ້ໄພ ແລະ ຟື້ນຟູແຕ່ລະພື້ນທີ່ ສົ່ງເງິນໄປຊົດເຊີຍໃຫ້ໄວທີ່ສຸດ ບໍ່ຈຳເປັນຕ້ອງລໍຖ້າຫຍັງທັງໝົດ ຖ້າບໍ່ພໍກໍມາຂໍອະນຸມັດເພີ່ມເຕີມ. ຂັ້ນຕອນທັງໝົດໃຊ້ເວລາພຽງໜຶ່ງວັນເທົ່ານັ້ນ, ໂດຍໃຊ້ງົບປະມານໃນຄັ້ງນີ້ແມ່ນ 500.000 ລ້ານເຢັນ.

ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ? - 11 27 1024x519 - ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ?
ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ? - 14 - ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ?

4.      ໃຊ້ເຕັກໂນໂລຊີທີ່ມີຢູ່ໃຫ້ເຕັມທີ່ ຊຶ່ງແບ່ງອອກເປັນສອງລະດັບ: ສູນກາງ ແລະ ທ້ອງຖິ່ນ. ທຸກຂໍ້ມູນຂ່າວສານຈາກສູນກາງ ແລະ ທ້ອງຖິ່ນ ລ້ວນແຕ່ຖືກສົ່ງໄປໃຫ້ປະຊາຊົນໄດ້ຮັບຊາບດ້ວຍຫຼາຍຊ່ອງທາງ, ຕິດຕາມລະດັບນໍ້າແຕ່ລະສາຍ, ຈຸດສ່ຽງໄພແຕ່ລະບ່ອນ, ວາງຈຸດອົບພະຍົບທີ່ປອດໄພ, ບໍລິສັດອີນເຕີແນັດ ໃຫ້ການບໍລິການວາຍຟາຍ ໂດຍບໍ່ໃຫ້ຂາດສັນຍານ ຊຶ່ງປະຊາຊົນສາມາດຕິດຕໍ່ພົວພັນ ແລະ ໃຫ້ຂໍ້ມູນຂ່າວສານຢູ່ຕະຫຼອດເວລາ.

ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ? - 45 1024x529 - ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ?
ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ? - 15 1 - ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ?

ທັງໝົດນັ້ນແມ່ນຍ້ອນມີການວາງແຜນທີ່ດີ ຈຶ່ງເຮັດໃຫ້ຍີ່ປຸ່ນພົ້ນໄພໄປໄດ້ຢ່າງໄວວາ ແລະ ບໍ່ມີຜົນເສຍຫາຍທີ່ຮ້າຍແຮງ ຖ້າທຽບໃສ່ໄພພິບັດໃນຄັ້ງນີ້. ປະຊາຊາດໃນໂລກໃຜໆກໍຍ້ອງຍໍຊົມເຊີຍຍີ່ປຸ່ນ ວ່າເປັນຊາດທີ່ຍອດຢ້ຽມໃນການຕຽມຄວາມພ້ອມໃນການຮັບມືກັບໄພພິບັດເວົ້າລວມ ຮັບມືກັບພາຍຸ ຮາກິບີສ ຄັ້ງນີ້ດ້ວຍ.

ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ? - 4 - ຍີ່ປຸ່ນມີວິທີຮັບມືກັບພາຍຸ ຮາກິບິສ ແນວໃດ?
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!