ວິທະຍາສາດ ແລະ ເຕັກໂນໂລຊີ ຊີ້ນະວັດຕະກໍາໃນຍຸກ 4.0


ໃນວັນທີ 15 ຕຸລານີ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາ ໃນຍຸກອຸດສາຫະກໍາ 4.0, ຂຶ້ນ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຈັນແສງ ພິມມະວົງ ຮອງລັດຖະມົນຕີ ກະຊວງ ແລະ ໄດ້ມີຄໍາເຫັນວ່າ: ກອງປະຊຸມສໍາມະນາຄັ້ງນີ້ແມ່ນເລັ່ງໃສ່ເຜີຍແຜ່ບົດບາດ ແລະ ຄວາມສໍາຄັນຂອງການເຄື່ອນໄຫວວຽກງານວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາໃນຍຸກ 4.0, ການຄຸ້ມຄອງວຽກງານເຕັກໂນໂລຊີດິຈີຕ໋ອນ ແລະ ທຸລະກໍາທາງເອເລັກໂຕຣນິກ, ການນໍາໃຊ້ຂໍ້ມູນສັງເກດການພາກພື້ນດິນ, ການນໍາໃຊ້ພະລັງງານທົດແທນ ແລະ ວັດສະດຸໃໝ່, ວຽກງານຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ, ການຄົ້ນຄວ້າ ແລະ ພັດທະນາປັນຍາປະດິດ.
ໃນຍຸກໂລກາພິວັດແຫ່ງການພັດທະນາດ້ານວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາ ມີທ່າອ່ຽງເພີ່ມທະວີຂຶ້ນຢ່າງໄວວາ ແລະ ເຕີຍໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໄດ້ກາຍເປັນທ່າແຮງທີ່ມີອິດທິພົນຕໍ່ຂະບວນວິວັດທະນາການຂອງໂລກ, ໂດຍສະເພາະການຄົ້ນຄວ້າພັດທະນາ ແລະ ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີຍຸກການປະຕິວັດ 4.0 ທີ່ປະສົມປະສານເອົາເຕັກໂນໂລຊີດິຈິຕ໋ອນ, ການເຊື່ອມຕໍ່ອິນເຕີເນັດແຫ່ງສັບພະສິ່ງ, ຄວາມກ້າວໜ້າດ້ານເຕັກໂນໂລຊີ ຊີວະພາບ, ນາໂນເຕັກໂນໂລຊີ ແລະ ການພັດທະນາຫຸ່ນຍົນຈົນກ້າວໄປເຖິງອຸດສາຫະກໍາແບບອັດສະລິຍະ, ສ້າງຕົວເມືອງອັດສະລິຍະດ້ວຍປັນຍາປະດິດ ແລະ ນະວັດຕະກໍາໃໝ່ນັ້ນໄດ້ເປັນພື້ນຖານດ້ານວິທະຍາສາດເຕັກໂນໂລຊີໃໝ່ທີ່ໜັກແໜ້ນໃຫ້ເກີດການປະຕິວັດອຸດສາຫະກໍາຄັ້ງທີ 4 ຫລື ຍຸກ 4.0 ບໍ່ພຽງແຕ່ໃນການຜະລິດກະສິກໍາ, ອຸດສາຫະກໍາ, ການຄ້າ ແລະ ການບໍລິການເທົ່ານັ້ນ, ແຕ່ຍັງມີບົດບາດສໍາຄັນຢ່າງຫລວງຫລາຍໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທໍາ-ສັງຄົມ ແລະ ການຄຸ້ມຄອງບໍລິຫານລັດອີກດ້ວຍ.

