ປະທານປະເທດເນັ້ນໃຫ້ເມືອງນາຊາຍທອງຍູ້ແຮງການຜະລິດເປັນສິນຄ້າ


ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ໄດ້ລົງຢ້ຽມຢາມ, ພົບປະໂອ້ລົມ ແລະ ເຮັດວຽກກັບການນຳ ແລະ ພະນັກງານຫຼັກແຫຼ່ງເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເມື່ອມໍ່ໆມານີ້.
ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ເມືອງນາຊາຍທອງຍາດມາໄດ້ໃນຜ່ານມາ ພ້ອມທັງໄດ້ເນັ້ນໃຫ້ອຳນາດການປົກຄອງເມືອງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຫຼັກແຫຼ່ງຢ່າງໜັກແໜ້ນເຂັ້ມແຂງ, ເຊິ່ງບັນຫາດັ່ງກ່າວເປັນບັນຫາທີ່ຕັດສິນໃນການພັດທະນາໃນແຕ່ລະດ້ານ ໂດຍເລີ່ມຈາກພະນັກງານການນໍາໃນແຕ່ລະຂັ້ນ, ແກ້ໄຂຢ່າງເດັດຂາດຕໍ່ໜໍ່ແໜງຄວາມບໍ່ສະຫງົບ, ໂດຍສະເພາະບັນຫາຢາເສບຕິດ, ອຸບັດຕິເຫດຕາມທ້ອງຖະໜົນ, ຂີ້ລັກຂັດແງະ ປຸ້ນຈີ້ຊິງຊັບ ແລະ ອື່ນໆໃຫ້ນັບມື້ຫຼຸດລົງ, ເອົາໃຈໃສ່ຫັນລົງກໍ່ສ້າງການເມືອງກັບທີ່, ປັບປຸງລະບົບການເມືອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ທັງສືບຕໍ່ຍູ້ແຮງການຜະລິດສິນຄ້າຂອງເມືອງໃຫ້ຫຼາຍຂຶ້ນ, ໂດຍສະເພາະການສິກຳປອດສານພິດ, ການສົ່ງເສີມຄອບຄົວຕົວແບບ ຫັນເອົາເຕັກນິກລົງສູ່ຮາກຖານບ້ານເຊັ່ນ: ເຕັກເນິກການປູກ-ການລ້ຽງໃຫ້ມີຜົນຜະລິດສູງສ້າງສິນຄ້າໃຫ້ມີຄຸນນະພາບ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກ ໂດຍອີງໃສ່ທ່າແຮງບົ່ມຊ້ອນຕ່າງໆຂອງເມືອງ ສົ່ງເສີມການປັບປຸງວິສາຫະກິດຂະໜາດໜ້ອຍ ແລະ ກາງໃຫ້ເປັນລະບົບ, ສ້າງຫົວໜ່ວຍວິສາຫະກິດໃຫ້ເຂົ້າເຖິງແຫຼ່ງທຶນ ວຽກງານການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ພ້ອມກັນຍູ້ແຮງສ້າງຂະບວນການຕ່າງໆໃຫ້ພົ້ນເດັ່ນ ແລະ ເປັນຮູບປະທໍາ; ຄາດໝາຍໃດທີ່ຍັງບໍ່ທັນບັນລຸກໍ່ໃຫ້ສູ້ຊົນເຮັດໃຫ້ສໍາເລັດທັນຕາມກໍານົດ, ການກຽມເນື້ອໃນຮ່າງລາຍການເມືອງຕ້ອງໃຫ້ສອດ ຄ່ອງກັບຄວາມເປັນຈິງ ມີຈຸດສຸມ ແລະ ມີທິດທາງແຜນການໃນຕໍ່ໜ້າຢ່າງຊັດເຈນ, ຫຼີກລ່ຽງເລື່ອງທີ່ເກີນເປັນຄວາມຈິງ, ພ້ອມກັນຍູ້ແຮງການທ່ອງທ່ຽວຫ້ວຍຊອນ-ຫ້ວຍຊົ້ວ, ປັບປຸງໃຫ້ມີຄວາມສວຍງານໃຫ້ມີອັນໃໝ່ໃນການປູກການລ້ຽງ ແລະ ສ້າງເມືອງໃຫ້ມີຄວາມສວຍງາມຮັ່ງມີ, ແລະປະຊາຊົນມີຄວາມຜາສຸກ.
ສໍາລັບຂໍ້ສະເໜີຂອງທ່ານເຈົ້າເມືອງກ່ຽວກັບການຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງຄູກັນນໍ້າລຽບສາຍນໍ້າງື່ມໄຊທານີ-ນາຊາຍທອງ ມີຄວາມຍາວ 24 ກິໂລແມັດ ເປັນດິນແດງມູນຄ່າ 19 ຕື້ກີບ ແລະ ການຊ່ວຍແກ້ໄຂງົບປະມານກໍ່ສ້າງຕຶກຫ້ອງການເສດຖະກິດຂອງເມືອງ ລວມທັງ ການຍົກລະດັບການກວດແກ້ໄຂບັນຫາການບຸກລຸກເຂດສະຫງວນໜອງບຶງ, ອ່າງໂຕ່ງ ແລະ ປ່າສະຫງວນພູພະນັງນັ້ນຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງສົມທົບກັບ ນະຄອນຫຼວງວຽງຈັນເພື່ອສະເໜີກົມການເມືອງລົງຕິດຕາມຕົວຈິງເພື່ອຫາວິທີແກ້ໄຂຢ່າງຖືກຕ້ອງ.
ຈາກນັ້ນ, ທ່ານປະທານປະເທດ ກໍ່ໄດ້ລົງຢ້ຽມຢາມ ແລະ ຊີ້ນໍາວຽກງານການຜະລິດຢູ່ສະຖານີຜະລິດແນວພັນປານໍ້າຫຸມ ເຊິ່ງເປັນໂຄງການຮ່ວມມືລະຫວ່າງບໍລິສັດ ເອດີຊີພັດທະນາການປະມົງຮ່ວມທຶນກັບນັກລົງທຶນລາວ ແລະ ນັກລົງທຶນຮົງກາລີ ເປັນສະຖານີຜະລິດປານ້ອຍ (ປານິນແປງເພດ) ສະໜອງໃຫ້ນະຄອນຫຼວງວຽງຈັນ ແລະ ແຂວງໃກ້ຄຽງ.