9 ເດືອນ ດ່ານພາສີສາກົນນາເພົ້າເກັບລາຍຮັບໄດ້ 77 ຕື້ກວ່າກີບ

9 ເດືອນ ດ່ານພາສີສາກົນນາເພົ້າເກັບລາຍຮັບໄດ້ 77 ຕື້ກວ່າກີບ - 22 3 - 9 ເດືອນ ດ່ານພາສີສາກົນນາເພົ້າເກັບລາຍຮັບໄດ້ 77 ຕື້ກວ່າກີບ
9 ເດືອນ ດ່ານພາສີສາກົນນາເພົ້າເກັບລາຍຮັບໄດ້ 77 ຕື້ກວ່າກີບ - kitchen vibe - 9 ເດືອນ ດ່ານພາສີສາກົນນາເພົ້າເກັບລາຍຮັບໄດ້ 77 ຕື້ກວ່າກີບ

ທ່ານ ສຸພັດ ສຸແສງໄທຫົວໜ້າດ່ານພາສີສາກົນນາເພົ້າໃຫ້ຮູ້ວ່າ: ດ່ານພາສີສາກົນນາເພົ້າຂຶ້ນກັບກອງ​ຄຸ້ມ​ຄອງ​ພາສີ VI ກົມພາສີກະຊວງການເງິນ, ປະກອບມີ 3 ໜ່ວຍງານ, 1 ດ່ານປະເພນີຂຶ້ນກັບມີ​ຫ້ອງການ​ເຮັດ​ວຽກ 2 ຈຸດ​ຄື: ຈຸດ​ຊາຍ​ແດນ​ນາ​ເພົ້າ ແລະ ຈຸດສາງວິສາຫະກິດຫຼັງຄັງປີ 2019 ດ່ານພາສີສາກົນນາເພົ້າໄດ້ຮັບຕົວເລກມອບໝາຍຈໍານວນ 130 ຕື້ກີບ ແຕ່ຜ່ານການປະຕິບັດຕົວຈິງໃນ 9 (ນັບ​ແຕ່​ວັນ​ທີ 1 ມັງກອນຫາວັນທີ 30 ກັນຍາ) ປະຕິບັດ​ໄດ້ 77 ຕື້ກວ່າກີບເທົ່າກັບ 59,65% ຂອງແຜນການປີ.

ສ່ວນ​ໃຫຍ່ໄດ້ຈາກຄ່າ​ຊັກ​ພິ​ເສດ, ນໍ້າມັນ​ເຊື້ອ​ໄຟ, ເຄື່ອງກໍ່ສ້າງ, ​ເຄື່ອງ​ໃຊ້​ໄຟຟ້າ, ເຄື່ອງອຸປະ​ໂພ​ກບໍລິ​ໂພ​ກ, ​ພາຫະນະ​ຊິ້ນ​ສ່ວນ​ອາ​ໄຫຼ່, ສິນຄ້າຕາມ​ສັນຍາ​ອາຊຽນ(FROM E), ສິນຄ້າ​ຕາມ​ສັນຍາຟອມ S, ສິນຄ້າຕິດ​ຕົວ​ຜູ້​ໂດຍສານ, ຄ່າ​ທຳນຽມ​ລົດ ແລະ ຄົນ​ເຂົ້າ-​ອອກ, ຄ່າ​ທຳນຽມ​ຄັງ​ແຮ, ຄ່າ​ທຳນຽມ​ຜ່ານ​ແດນ​ສາກົນ,ສິນຄ້າ​ນະ​ໂຍບາຍ​ການ​ລົງ​ທຶນ, ຄ່າ​ປັບ​ໃໝ​​,ຂາຍ​ເຄື່ອງ​ຮິບ ແລະ ຄ່າ​ທຳນຽມ​ອື່ນໆ.

9 ເດືອນ ດ່ານພາສີສາກົນນາເພົ້າເກັບລາຍຮັບໄດ້ 77 ຕື້ກວ່າກີບ - 215A0498 - 9 ເດືອນ ດ່ານພາສີສາກົນນາເພົ້າເກັບລາຍຮັບໄດ້ 77 ຕື້ກວ່າກີບ

ຫົວໜ້າດ່ານດັ່ງກ່າວໃຫ້ຮູ້ຕື່ມວ່າ: ປັດໄຈຫຼັກໆເຮັດໃຫ້ການປະ ຕິບັດລາຍຮັບບໍ່ໄດ້ຕາມແຜນ, ຍ້ອນການເພີ່ມຕົວເລກການຈັດເກັບລາຍຮັບຫຼາຍກ່ວາປີຜ່ານມາ, ​ສົ່ງ​ອອກ-​ນຳ​ເຂົ້າ​ສິນຄ້າ​ທຸກ​ໝວດຫຼຸດ​ລົງ,ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມເຮັດໃຫ້ເສັ້ນທາງ​ເລກທີ 12 ລົດ​ບໍ່​ສາມາດ​ສັນຈອນ​ໄປມາ​ໄດ້ສິນຄ້າ​ຖືກ​ຢຸດ​ສະຫງັດ ແລະ ບັນຫາອື່ນໆ.

9 ເດືອນ ດ່ານພາສີສາກົນນາເພົ້າເກັບລາຍຮັບໄດ້ 77 ຕື້ກວ່າກີບ - 215A0419 1024x561 - 9 ເດືອນ ດ່ານພາສີສາກົນນາເພົ້າເກັບລາຍຮັບໄດ້ 77 ຕື້ກວ່າກີບ

ແຕ່ເຖິງຢ່າງໃດຕາມໃນ3 ເດືອນທ້າຍປີນີ້ ຄະນະດ່ານພາສີສາກົນນາເພົ້າໄດ້ວາງຄາດໝາຍສູ້ຊົນເກັບລາຍຮັບໃຫ້ໄດ້ 52 ຕື້ກວ່າກີບກວມເອົາ 40,34%ຂອງແຜນການປີ, ໂດຍຈະເຂັ້ມງວດການຄຸ້ມ​ຄອງ​ຕິດຕາມ​ກວດກາການ​ປະຕິບັດ​ວຽກ​ງານ​ຂອງ​ພະນັກງານ​ແຕ່ລະ​ດ່ານ​​ຢ່າງ​ເຂັ້ມ​ງວດ, ຮັບປະກັນ​ໃຫ້​ມີ​ຄວາມ​ໂປ່​ງ​ໃສ, ການ​ບໍລິການ​ທີ່​ວ່ອງ​ໄວ ​ແລະ ຖືກຕ້ອງ​ຕາມ​ກົດໝາຍເພື່ອຕ້ານ​ປາກົດ​ກາ​ນຫຍໍ້​ທໍ້ຕ່າງໆ​ໃນ​ຖັນ​ແຖວ​ພະນັກງານ​, ​ເພີ່ມທະວີ​ການຄຸ້ມຄອງເກັບລາຍຮັບຈາກການນຳເຂົ້າສິນຄ້າເອົາໃຈໃສ່ສະກັດກັ້ນການລັກລອບສິນຄ້າໜີພາສີທຸກຮູບແບບ ພ້ອມທັງນຳໃຊ້ມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມງວດ,ເອົາໃຈໃສ່ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງແລະກວດກາໄມ້ແລະເຄື່ອງປ່າຂອງດົງອອກຕ່າງປະເທດຕາມຄຳເລກທີ 15/ນຍ, ແລະນໍາໃຊ້ເຄື່ອງມືທີ່ທັນສະໄໝທີ່ມີເຂົ້າໃນວຽກງານພາສີໃຫ້ມີຄວາມສະດວກ,ວ່ອງໄວ,ໂປ່ງໃສແລະມີປະສິດທິຜົນສູງ.

9 ເດືອນ ດ່ານພາສີສາກົນນາເພົ້າເກັບລາຍຮັບໄດ້ 77 ຕື້ກວ່າກີບ - 5 - 9 ເດືອນ ດ່ານພາສີສາກົນນາເພົ້າເກັບລາຍຮັບໄດ້ 77 ຕື້ກວ່າກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!