ນາງສາວ ສະວິເດັນ ຢາກຊາວຫາແມ່ຜູ້ບັງເກີດເກົ້າ


ຮຽບຮຽງໂດຍ: ລູກເມືອງພວນ
ນາງສາວ Alma Man sson ຖືກເອົາໄປ ສະວີເດັນ ເປັນລູກລ້ຽງແຕ່ ອາຍຸໄດ້ 4 ເດືອນ ແຕ່ບໍ່ມີເວລາໃດ ທີ່ຈະ ເລີກລາແນວຄວາມຄິດຢາກ ຊອກຫາແມ່ຜູ້ບັງເກີດເກົາ ຊາວຫວຽດນາມ.
ນາງ Alma Mansson ມາເຖິງເມືອງ Falkenberg ຊາຍຝັ່ງທິດຕາເວັນຕົກຂອງ ສະວິເດັນ ແລະ ໄດ້ກາຍເປັນ ລູກລ້ຽງຜູ້ທີສອງໃນຄອບຄົວຂອງ ຄູ່ຜົວເມຍ Mansson ໃນປີ 1997.
ເຖິງແມ່ນວ່ານາງຈະຖືກລ້ຽງດູເປັນຢ່າງດີໃນອ້ອມ ກອດຂອງພໍ່ ແມ່ລ້ຽງໃນເງື່ອນ ໄຂທີ່ດີທີ່ສຸດ ກໍຕາມ. ເຖິງ ຢ່າງໃດກໍດີ ເຂົາຍັງບໍ່ໝົດ ຄວາມກັງວົນລະຫ່ວາງຄວາມແຕກຕ່າງຂອງຕົນເອງກັບຄົນ ອ້ອມຂ້າງ ຊຶ່ງເຂົາມີສີຜິວ ຄໍ້າ, ຜົມສີດຳ ແຕກຕ່າງກັບ ຄົນທົ່ວໄປ. ພໍ່ແມ່ລ້ຽງຂອງ ເຂົາ, ເຂົ້າໃຈໄດ້ເຖິງ ອາລົມ ຈິດຂອງລູກສາວໄດ້ດີ ແລະ ເຂົາ ກໍບໍ່ໄດ້ປັດບັງເລື່ອງລາວ ທັງ ໝົດກັບລູກແຕ່ຢ່າງໃດ. ພໍ່ແມ່ລ້ຽງໄດ້ເອົາຮູບພາບ ແລະ ເອກະສານທັງໝົດ ໃນອະດີດອອກມາໃຫ້ເຂົາ ເບິ່ງ ແລະ ກໍສະໜັບສະໜູນ ໃຫ້ລູກສາວໄປຫວຽດນາມ ຊອກຫາພໍ່ແມ່ຄີງຂອງຕົນ Alma ອາຍຸ 22 ປີເວົ້າຕໍ່ VnExpress ວ່າ: “ສ່ວນ ເລິກໆໃນໃຈແລ້ວ, ຂ້ອຍຢາກ ຊອກຫາພໍ່ແມ່ຄີງຂອງຕົນ ເຖິງແມ່ນວ່າພໍ່ແມ່ຄີງຂອງ ຕົນຈະແມ່ນໃຜ ແລະ ຈະເປັນ ແນວໃດກໍຕາມ ”
ເດືອນຕຸລາ ປີກາຍນີ້, Alma ໄດ້ໄປຫວຽດນາມ ໃນໂຄງການແລກປ່ຽນວັດ ທະນະທຳຂອງມະຫາວິທະ ຍາໄລ ເປັນເວລາ 2 ອາທິດ, ເຂົາໄດ້ຍາດໂອກາດທີ່ສັ້ນໆນີ້ເພື່ອຊອກຫາພໍ່ແມ່ຂອງຕົນ.
ອີງຕາມເອກະສານຕົ້ນສະບັບ Alma ມີຊື່ເອີ້ນວ່າ ຫງວຽນຖິທຸ້ຍ ເກີດເມື່ອວັນທີ 18/8/1997 ໃນໂຮງໝໍ A, ແຂວງ ທາຍງວຽນ. ຜູ້ອຳນວຍການໃຫ່ຍໂຮງໝໍໃນ ເວລານັ້ນ ຊື່ ໂຕວັນຖູໄດ້ມອບ ນາງໃຫ້ຄອບຄົວ Mansson ເອົາໄປລ້ຽງ. ແຕ່ໃນເອກະສານບໍ່ໄດ້ບົ່ງບອກວ່າ ພໍ່ແມ່ ເຂົາແມ່ນໃຜ, ສ່ວນໃບແຈ້ງເກີດໄດ້ຮັບການຢັ້ງຢືນຈາກຊາວບ້ານເທົ່ານັ້ນ, ບ່ອນລົງນາມຂອງ ພໍ່ແມ່ເກີດ ຊໍ້າພັດ ຖືກຂີດໝາຍ ຕີນກາເອົາໄວ້.
ອີງຕາມການແນະນຳ ຂອງຫຼາຍຄົນ, ນາງ Alma ຈື່ງ ໄດ້ຊອກຫາ ຊາຍຄົນໜຶ່ງ ຊື່ຖູພ້ອມກັບບັນດາທ່ານໝໍ ແລະ ນາງພະຍາບານໃນພະແນກແມ່ ແລະ ເດັກໃນ ໂຮງໝໍ A ປີ 1997 ແລະ ໄປຫາອຳນາດການປົກຄອງ ແຂວງ ທາຍ ງວຽນ ເພື່ອຊ່ວຍ ຄົ້ນຫາແຕ່ກໍໝົດຄວາມ ຫວັງໄປ.
ຕົ້ນເດືອນ ກັນຍາຜ່ານ ມານີ້, Alma ຕັດສິນໃຈ ກັບຄືນມາຫວຽດນາມອີກ ຄັ້ງເພື່ອຊອກຫາພໍ່ແມ່ໃຫ້ໄດ້ພາຍຫຼັງທີ່ນາງຈົບມະ ຫາວິທະຍາໄລ Uppsala ແລະ ໄດ້ເປັນທ່ານໝໍຜູ້ຊ່ວຍ ດູແລຜູ້ອາຍຸສູງຢູ່ນອັກແວ.
“ຂ້ອຍຂໍພັກວຽກ ທຸກ ຢ່າງເພື່ອກັບມາຫວຽດນາມ ຊອກຫາແມ່. ຂ້ອຍຮູ້ດີມີຫຼາຍ ຄົນທີ່ຕົກຢູ່ໃນສະພາບແບບ ດຽວກັບຂ້ອຍທີ່ກັບມາ ຫວຽດ ນາມຊອກຫາພໍ່ແມ່, ຍ້ອນ ໄດ້ຮັບການຊ່ວຍເຫຼືອຈາກ ຫຼາຍໆຄົນ ພວກເຂົາຈຶ່ງຊອກ ເຫັນ ຄອບຄົວຂອງຕົນ”, Alma ກ່າວ. “ຂ້ອຍເອງກໍມີ ຄວາມຫວັງຄືກັບພວກເຂົາ”
ໂດຍໄດ້ຮັບການຊ່ວຍ ເຫຼືອຈາກເພື່ອນໃໝ່ຄົນ ຫວຽດນາມ, Alma ໄດ້ປະກອບເອກະສານທັງໝົດໃຫ້ລາຍການຕາມຫາຄົນໃນ ຄອບຄົວໃນໂທລະພາບ, ໜຶ່ງ ເດືອນຜ່ານໄປຍັງບໍ່ມີວີ່ແວວຫຍັງ. ຫຼັງຈາກນັ້ນທາງ ໂທລະພາບຕັດສິນໃຈສ້າງ ເພດຈ ຂຶ້ນໃສ່ຊື່ “Alma ນາງສາວ ສະວີເດັນ ຊອກຫາແມ່ບັງເກີດເກົ້າຢູ່ທາຍງວຽນ”ເພື່ອຄວາມຫວັງຈະມີຜູ້ຮູ້ເຫັນ.
ທັງມີບົດຂຽນ ແລະ ຮູບພາບຕິດຕາມຂອງ Alma, ບໍ່ພໍເທົ່າໃດມີຜູ້ແບ່ງປັນ ເຖິງຫຼາຍພັນຄົນ ແລະ ອີກ 800 ຄຳເຫັນ. Alma ເວົ້າວ່າ: ເຂົາເອງໄດ້ຮັບຄຳແນະນຳ ແລະ ຊ່ວຍເຫຼືອຈາກຫຼາຍຄົນທີ່ຕົນບໍ່ຮູ້ຈັກກັບເຂົາ ໂດຍສະເພາະແມ່ນຄົນ ໃນແຂວງ ທາຍ ງວຽນ. ອົງການກາແດງ ແຂວງ ທາຍ ງວຽນ, ບັນທ່ານໝໍ ແລະ ພະຍາບານຢູ່ໂຮງໝໍ A ໃຫ້ຄຳໝັ້ນສັນຍາຈະຊ່ວຍເຂົາເຕັມທີ່ເພື່ອໃຫ້ນາງສົມຄວາມມຸ່ງຫວັງຂອງຕົນ Alma ເວົ້າວ່າ: “ຂ້ອຍຂໍສະ ແດງຄວາມຂອບໃຈມາຍັງ ທຸກຄົນເພາະຂ້ອຍເວົ້າ ພາສາ ຫວຽດນາມບໍ່ໄດ້ ແລະ ກໍບໍ່ ລຶ້ງເຄີຍກັບການດຳລົງຊີວິດ ແລະ ວັດທະນະທຳຢູ່ທີ່ນີ້ ”
Alma ຈະຕ້ອງກັບຄືນ ສະວິເດັນໃນເດືອນ ທັນວາ ທີ່ຈະມາເຖິງ ແລະ ໄດ້ແຂ່ງກັບວັນເວລາທີ່ຍັງເຫຼືອຢູ່. ເຂົາຍອມຮັບວ່າ ບັນຫານີ້ເປັນ ເລື່ອງຍາກທີ່ສຸດ ແຕ່ເຂົາກໍບໍ່ໄດ້ໝົດຄວາມຫວັງ. ໃນໃຈ ຂອງເຂົາ ຄິດວ່າແມ່ຜູ້ບັງເກີດ ເກົ້າຂອງຕົນທີ່ຍັງບໍ່ທັນພົບ ເຫັນນັ້ນ ເປັນສິ່ງສັກສິດ ແລະ ເຂົາໄດ້ເຮັດທຸກສິ່ງທຸກຢ່າງ ເພື່ອຜູ້ບັງເກີດເກົ້າທັງສອງ.
“ຂ້ອຍບໍ່ຕິຕຽນ ແລະ ເກີດຄວາມຄຽດມີແຕ່ຄວາມ ຫວັງຢາກຊອກໃຫ້ເຫັນແມ່” Alma ກ່າວ. “ຂ້ອຍຂອບ ໃຈຊີວິດທີ່ໄດ້ໃຫ້ຂ້ອຍມີ ຄວາມສຸກ ແລະ ມີໂອກາດ ແຫ່ງຄວາມຫວັງ. ຂ້ອຍຮູ້ສຶກ ຫ່ງວມເຫງົາຍ້ອນສອງແມ່ ລູກພັດພາກຈາກກັນ ຊຶ່ງຂ້ອຍ ບໍ່ທັນເຫັນແມ່. ຂ້ອຍມີຄວາມ ຫວັງວ່າແມ່ກໍຄົງຈະຢາກພົບ ຂ້ອຍເຊັ່ນດຽວກັນ ໃນວັນໃດ ວັນໜຶ່ງໃນຂ້າງໜ້າ”.

