ຜົນການເຄື່ອນໄຫວຂອງສະຫະກອນອອມຊັບ ທຫລ

- Lao security -     ຜົນການເຄື່ອນໄຫວຂອງສະຫະກອນອອມຊັບ ທຫລ
- kitchen vibe -     ຜົນການເຄື່ອນໄຫວຂອງສະຫະກອນອອມຊັບ ທຫລ

- Lao security 300x263 -     ຜົນການເຄື່ອນໄຫວຂອງສະຫະກອນອອມຊັບ ທຫລ
    ສະຫະກອນອອມຊັບ ທະນາຄານແຫ່ງ ສປປ ລາວ (ທຫລ) ສ້າງຂຶ້ນ ໃນປີ 1999 ເພື່ອປູກຈິດສໍານຶກໃຫ້ມີການທ້ອນເງິນ, ເປັນການຊ່ວຍເຫຼືອຊຶ່ງກັນ ແລະກັນດ້ວຍການປ່ອຍກູ້ແກ້ໄຂຊີວິດການເປັນຢູ່ຄອບຄົວຂອງສະມາ ຊິກ   ແລະໄດ້ເປີດກອງປະຊຸມເປັນຄັ້ງທໍາອິດທີ່ມີການນໍາລະດັບສູງເຂົ້າຮ່ວມໃນວັນທີ 27 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ.

ທ່ານນາງ ຄໍາເຜີຍ ວໍລະເດດ ຄະນະຮັບຜິດຊອບ ສະຫະກອນອອມຊັບ ທຫລ ໄດ້ລາຍງານຜົນການເຄື່ອນ ໄຫວໃນໄລຍະຜ່ານມາ ເຊິ່ງຕົວເລກຂອງສະມາຊິກ, ວົງເງິນ ຝາກ ແລະເງິນກູ້ໄດ້ເພີ່ມຂຶ້ນໃນແຕ່ລະປີຄືປີ 2012 ມີສະມາຊິກພຽງແຕ່ 511 ຄົນ, ປີ 2013 ມີ 884 ຄົນ ແລະ ປີ 2016 ເພີ່ມຂຶ້ນ ແລະ ເວົ້າລວມແລ້ວ ເປັນ 1.122 ຄົນ.

- Visit Laos Visit SALANA BOUTIQUE HOTEL -     ຜົນການເຄື່ອນໄຫວຂອງສະຫະກອນອອມຊັບ ທຫລ

ຕະຫຼອດໄລຍະຜ່ານມາ, ສະຫະກອນດັ່ງກ່າວໄດ້ຮັບການພັດທະນາດີຂຶ້ນບໍ່ຢຸດ ຢັ້ງ ສາມາດມີທຶນພຽງພໍໃຫ້ສະມາຊິກກູ້ຢືມເພີ່ມຂຶ້ນສໍາລັບແຫຼ່ງທຶນທີ່ໄດ້ມາຈາກການປະກອບຮຸ້ນຂອງສະມາຊິກ ໄດ້ນໍາໄປລົງທຶນໃນຊັບສິນທີ່ມີຄວາມສ່ຽງຕໍ່າ ຕົ້ນຕໍຝາກໄວ້ນໍາທະນາຄານ, ເກັບຮັກສາໄວ້ ເພື່ອຮອງຮັບກັບຄວາມຕ້ອງການຂອງການກູ້ຢືມຂອງສະມາຊິກແລະສະເພາະການຮັບເງິນຝາກຫຼືປະກອບຮຸ້ນຕໍ່າສຸດ 50 ພັນກີບ, ສູງສຸດ 1 ລ້ານກີບ ໂດຍການນໍາເງິນເດືອນມາຝາກ ເຊິ່ງມາຮອດທ້າຍປີ 2016 ມີຈໍານວນຮຸ້ນທັງໝົດ 17.442.193 ຮຸ້ນ (ຮຸ້ນລະ 1.000 ກີບ), ມີສະມາຊິກກູ້ຢືມ 561 ຄົນ, ລວມ ຍອດເງິນກູ້ 15,80 ຕື້ກີບ.

ໃນໂອກາດນີ້ທ່ານ ຮອງຜູ້ວ່າການ ທຫລ, ຜູ້ຊີ້ນໍາສະຫະກອນອອມຊັບ ທຫລ ໄດ້ຕີລາຄາສູງຕໍ່ບັ້ນດໍາເນີນງານດັ່ງກ່າວ ແລະຖືເປັນນິມິດໝາຍທີ່ດີທີ່ສະມາຊິກສ່ວນໃຫຍ່ໄດ້ມາສະເໜີແນະບັນຫາຕ່າງໆໃນແນວສ້າງສັນຕໍ່ຄະ ນະຮັບຜິດຊອບສະຫະກອນອອມຊັບ ທຫລ ເພື່ອນໍາໄປປັບປຸງ, ເສີມຂະຫຍາຍໃຫ້ກ້ວາງຂວາງແລະມີປະສິດທິພາບ, ປະສິດທິຜົນ ເພື່ອຜົນປະໂຫຍດລວມຂອງອົງກອນ, ຂອງໂຕເອງ ແລະຄອບຄົວ, ໃນຂະນະດຽວກັນ ທ່ານຍັງເນັ້ນໃຫ້ຄະນະຮັບຜິດຊອບ ສະຫະກອນອອມຊັບ ປະຕິບັດຫຼັກການກ່ຽວກັບດອກເບ້ຍຄວນຕໍ່າກ່ວາທະນາຄານ ແລະດອກເບ້ຍແມ່ນເອົາໄປແລ້ວກັບຄືນຫາຕົນເອງ ເປັນທັງຜູ້ຝາກ ແລະຜູ້ກູ້, ສິ່ງສໍາຄັນເປັນການຊ່ວຍເຫຼືອ ເຮັດໃຫ້ຊີວິດການເປັນຢູ່ຂອງໝູ່ດີຂຶ້ນ.

 

# ໂດຍ: ຣັດສະໝີ ດວງສັດຈະ

- 3 -     ຜົນການເຄື່ອນໄຫວຂອງສະຫະກອນອອມຊັບ ທຫລ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!