ພາລະກິດຂອງຄູຕໍ່ພາລະກຳປະຫວັດສາດຂອງຊາດ
ໂດຍ: ທິດກ່ຳ
ອີກບໍ່ດົນວັນທີ 7 ຕຸລາກໍຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ. ດັ່ງພວກເຮົາຮູ້ ນຳກັນແລ້ວວ່າ: ວັນທີ 7 ຕຸລາເປັນວັນຄູແຫ່ງຊາດ.
ຫລັງຈາກປະເທດຊາດໄດ້ກ້າວສູ່ຍຸກໃໝ່ຄືຍຸກ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພັກ ແລະ ລັດຖະບານເຮົາຈຶ່ງກຳນົດໃຫ້ມີວັນຄູໃນຍຸກປະຫວັດສາດຂອງຊາດຢ່າງ ເປັນທາງການບົນພື້ນຖານເຫັນໄດ້ຄວາມໝາຍ, ຄວາມສຳຄັນຕໍ່ອາຊີບຄູກໍຄືພາລະກິດຂອງຄູນັ້ນສຸດທີ່ໜັກໜ່ວງ ແລະ ມີບຸນຄຸນຕໍ່ປະເທດຊາດບ້ານເມືອງໃນພາລະກິດສ້າງສາພັດທະນາປະເທດຊາດບົດບາດ ແລະ ໜ້າທີ່ຂອງຄູແມ່ນເປັນຜູ້ສ້າງຊັບພະຍາກອນມະນຸດ ຫລື ຖ້າຈະຮຽກຕາມຄວາມໝາຍເລິກກໍແມ່ນເປັນວິສະວະກອນແຫ່ງດວງວິນຍານ.
ຖ້າປຽບໃສ່ບິດາມານດາຜູ້ເກີດເກົ້າກໍສາມາດເວົ້າໄດ້ວ່າຄູເປັນພໍ່ແມ່ຜູ້ທີສອງຂອງນັກຮຽນເປັນຕົ້ນຄືພໍ່ແມ່ຜູ້ທີ່ໜຶ່ງເປັນຜູ້ໃຫ້ກຳເນີດລ້ຽງເຮົາມາພາເຮົາໃຫຍ່ໝົດແກງຫລາຍໝໍ້, ໝົດເຂົ້າຫລາຍຕິບ.
ສ່ວນພໍ່ແມ່ຜູ້ທີສອງຄືຄູເປັນຜູ້ສິດສອນໃຫ້ຄວາມຮູ້, ມີຄວາມສະຫລາດຫລັກແຫລມຮ່ຳຮຽນຂຽນອ່ານນັບແຕ່ຫ້ອງລ້ຽງເດັກອານຸບານຂຶ້ນໄປຮອດປະຖົມ, ມັດທະຍົມ, ວິທະຍາໄລ, ມະຫາວິທະຍາໄລໄດ້ຊັ້ນປະລິນຍາໂທ, ປະລິຍາເອກຕາມສາຂາອາຊີບຕ່າງໆ ກໍລ້ວນແລ້ວແຕ່ແມ່ນຄູ. ອາຈານເປັນຜູ້ສິດສອນຖ່າຍເທຄວາມຮູ້ໃຫ້ດ້ວຍກັນທັງນັ້ນ.
ຍ້ອນເຫັນຄຸນຄ່າຄວາມໝາຍຄວາມສຳຄັນໃນພາລະກິດຂອງຄູທີ່ມີບຸນຄຸນຕໍ່ປະເທດຊາດ ບ້ານເມືອງຢ່າງໃຫຍ່ຫລວງພັກ ແລະ ລັດຖະບານເຮົາຈຶ່ງກຳນົດເອົາວັນທີ 7 ຕຸລາ ຂອງທຸກໆ ປີເປັນວັນຄູແຫ່ງຊາດ.
ເມື່ອຫວນຄືນມາຮອດປີ 2020ນີ້ ວັນຄູແຫ່ງຊາດກໍມີອາຍຸຄົບຮອບ 25 ປີພໍດີ (7/10/1995-7/10/2020), ກ່ຽວກັບປະຫວັດສາດຄວາມເປັນມາຂອງວັນຄູແຫ່ງຊາດທິດກ່ຳຂໍເອົາໄປເລົ່າໃນຄໍລຳມື້ໜ້າເພາະໜ້າເຈ້ຍມື້ນີ້ມີຈຳກັດ.
ແນວໃດກໍຕາມ, ເມື່ອເອີ່ຍເຖິງພາລະກິດຂອງຄູ ແລະ ບຸນຄຸນຂອງຄູນັ້ນບໍ່ມີໃຜປະຕິເສດໄດ້ວ່າເຮົາເກີດມາຕັ້ງແຕ່ນ້ອຍເທົ່າໃຫຍ່ບໍ່ໄດ້ຮ່ຳຮຽນວິຊາຄວາມຮູ້ມາຈາກຄູ, ຜູ້ທີ່ເວົ້າໄດ້ກໍມີແຕ່ຄົນປຶກຫຶກໜາ ຫລື ວ່າຄົນກືກທີ່ບໍ່ໄດ້ເຂົ້າໂຮງຮຽນນຳເຂົາຍົກຕົວຢ່າງໃນສະໄໝກ່ອນພໍ່ແມ່ປູຍ່າຕານາຍເຮົາເຄີຍເວົ້າວ່າ “ກູບໍ່ໄດ້ເຂົ້າໂຮງຮຽນຍັງລ້ຽງສູມາພາສູໃຫຍ່” ວ່າຊັ້ນ! ຕົກມາໃນສະໄໝນີ້, ອີງໃສ່ການປ່ຽນແປງຂອງໂລກນັບມື້ມີການພັດທະນາໄປຢ່າງກ້າວໄກການສຶກສາໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງທັງກ້າວໜ້າລ້ຳຍຸກ ແລະ ກາຍເປັນພາລະກຳອັນສຳຄັນຂອງຄົນເຮົາທັງເປັນພາກບັງຄັບເພື່ອໃຫ້ທຸກຄົນໄດ້ເຂົ້າ ຮຽນຢ່າງທົ່ວເຖິງ.
ຕະຫລອດໄລຍະ 40 ປີກວ່າໂດຍສະເພາະນັບແຕ່ມີວັນຄູແຫ່ງຊາດມານີ້, ການສຶກສາໄດ້ ມີການຂະຫຍາຍຕົວຢ່າງໄວວາຈຳນວນໂຮງຮຽນ ແລະ ສະຖາບັນການສຶກສາໄດ້ເພີ່ມຂຶ້ນ, ຈຳນວນນັກຮຽນນັກສຶກສາເພີ່ມຂຶ້ນ ແລະ ຈຳນວນຄູກໍເພີ່ມຂຶ້ນໃນແຕ່ລະປີ.
ອີງໃສ່ຄວາມຮຽກຮ້ອງຕ້ອງການໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ກ້າວໄປຢ່າງບໍ່ຢຸດຢັ້ງສາມາດລົບລ້າງອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາກ້າວໄປສູ່ການບຸກທະລຸໃນການສ້າງຊັບພະຍາກອນມະນຸດທີ່ເຕັມໄປດ້ວຍຄຸນສົມບັດ, ຄວາມຮູ້ຄວາມສາມາດຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກບັນດາ ຄູ-ອາຈານ, ນັບທັງພະນັກງານບໍລິຫານການສຶກສາຕ້ອງໄດ້ສູ້ຊົນເພື່ອສຳເລັດໜ້າທີ່ຂອງຕົນຕໍ່ພາລະກຳປະຫວັດສາດທີ່ໄດ້ມອບໝາຍໃຫ້.
ເຖິງຢ່າງໃດກໍດີ, ມາຮອດປັດຈຸບັນນີ້ບັນຫາການປະຕິບັດໜ້າທີ່ຂອງຄູກໍຍັງມີຄວາມສະ ດວກ ແລະ ຄວາມຫຍຸ້ງຍາກໃນຫລາຍດ້ານເປັນຕົ້ນ: ບັນຫາຄູບໍ່ມີຄຸນນະພາບ, ຄູເຫລືອບໍ່ພໍ, ຄູອາສາຍັງມີຈຳນວນຫລວງຫລາຍໃນທົ່ວປະເທດ, ຕະຫລອດຊີວິດການເປັນຢູ່ຂອງຄູໃນຊົນນະບົດ ເຊິ່ງພວກເຮົາຈະຕ້ອງເອົາໃຈໃສ່ແກ້ໄຂໃຫ້ສອດຄ່ອງ ແລະ ເໝາະສົມ./.