ລາວເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງດິນຟ້າອາກາດ

ລາວເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງດິນຟ້າອາກາດ - 44 11 - ລາວເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງດິນຟ້າອາກາດ
ລາວເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງດິນຟ້າອາກາດ - kitchen vibe - ລາວເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງດິນຟ້າອາກາດ

ຂປລ. ໃນວັນທີ 23 ກັນຍານີ້, ຄະນະຜູ້ແທນລາວ ນຳໂດຍທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງດິນຟ້າອາກາດ (Climate Action Summit 2019) ຊຶ່ງໄດ້ຈັດຂຶ້ນ ທີ່ສຳນັກງານໃຫຍ່ອົງການ ສປຊ ທີ່ ນິວຢອກ, ສ.ອາເມລິກາ, ພາຍໃຕ້ຄຳຂັວນ “ ການຕໍ່ສູ້ທີ່ພວກເຮົາເອົາຊະນະໄດ້ ແລະ ຕ້ອງຊະນະ: A Race We Can Win. A Race We Must Win”, ໂດຍມີຜູ້ນຳຂັ້ນສູງຈາກປະເທດສະມາຊິກ ສປຊ, ອົງການຈັດຕັ້ງສາກົນທີ່ເຮັດວຽກຕິດພັນກັບການປ່ຽນແປງດິນຟ້າອາກາດເຂົ້າຮ່ວມ​ເປັນ​ຈໍານວນ​ຫລາຍ ເພື່ອປຶກສາຫາລືລະດັບສູງໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ຊຸກຍູ້ການຈັດຕັ້ງປະຕິບັດສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດໃຫ້ໄວຂຶ້ນຕື່ມ ແລະ ເປັນຮູບປະທຳຕາມລະດັບຄາດໝາຍ.

   ໃນໂອກາດດັ່ງກ່າວ, ທ່ານ António Guterres ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງໃຫ້ປະເທດສະມາຊິກ ສປຊ ເພີ່ມທະວີຄວາມພະຍາຍາມໃນການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ໃນການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ຂອງແຕ່ລະປະເທດໃຫ້ປະກົດຜົນເປັນຈິງ ພາຍໃນປີ 2020 ເພື່ອຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃຫ້ໄດ້ 45% ພາຍໃນທົດສະວັດໜ້າ ພ້ອມທັງວາງເປົ້າ  ໝາຍຫລຸດຜ່ອນການປ່ອຍ ແລະ ການດູດຊຶມຊັບທາດອາຍເຮືອນແກ້ວ ໃຫ້ເປັນສູນພາຍໃນປີ 2050 ຕາມທີ່ໄດ້ກຳນົດໄວ້ໃນສັນຍາ ປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ. ກອງປະຊຸມຄັ້ງນີ້, ຍັງໄດ້ຕີລາຄາວ່າ ການປ່ຽນແປງຂອງດິນຟ້າອາກາດໃນປັດຈຸບັນ ໄດ້ກາຍເປັນໄພຂົ່ມຂູ່ຕໍ່ມວນມະນຸດ, ອຸນຫະພູມຂອງໂລກຮ້ອນແຮງຂຶ້ນກວ່າປົກກະຕິ, ລະດູໜາວໃນມະຫາສະໝຸດອາກຕິກມີອຸນຫະພູມເພີ່ມຂຶ້ນ 3 ອົງສາເຊ ນັບແຕ່ປີ 1991 ເປັນຕົ້ນມາ, ລະດັບນໍ້າທະເລເພີ່ມຂຶ້ນຢ່າງຕໍ່ເນື່ອງ, ປະຊາກອນໂລກພວມປະເຊີນໜ້າກັບໄພຂົ່ມຂູ່ຈາກການປ່ຽນແປງດິນຟ້າອາກາດ ຊຶ່ງຈະເປັນຜົນກະທົບໂດຍກົງຕໍ່ການດຳລົງຊີວິດ, ສຸຂະພາບ ແລະ ການຄ້ຳປະກັນສະບຽງອາຫານ ພ້ອມທັງເຮັດໃຫ້ເກີດຄວາມເສຍຫາຍທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມໃນປັດຈຸບັນ ແລະ ອະນາຄົດ. ຕໍ່ບັນຫາດັ່ງກ່າວ, ຄະນະຜູ້ແທນກອງປະຊຸມໄດ້ໃຫ້ທັດສະນະວ່າ: ສິ່ງ​ນີ້ ສາມາດແກ້ໄຂໄດ້ ຖ້າພວກເຮົາຮ່ວມມືກັນຫລຸດຜ່ອນອາຍພິດເຮືອນແກ້ວພາຍໃນ 10 ປີຂ້າງໜ້າ ແລະ ຫລຸດຜ່ອນການເພີ່ມຂຶ້ນຂອງອຸນຫະພູມໂລກ ໃຫ້ຫລຸດລົງຈາກ 2 ອົງສາເຊ ມາເປັນ 1,5 ອົງສາເຊ ຂອງໄລຍະກ່ອນຍຸກອຸດສະຫະກຳ.

ລາວເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງດິນຟ້າອາກາດ - Visit Laos Visit SALANA BOUTIQUE HOTEL - ລາວເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງດິນຟ້າອາກາດ

   ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນ ສປປ ລາວ ກໍໄດ້ເອົາໃຈໃສ່ປະກອບສ່ວນຢ່າງຫ້າວຫັນ ແລະ ໃຫ້ຄຳໝັ້ນໝາຍໃນການຮ່ວມມືກັບວົງຄະນະຍາດສາກົນ ເພື່ອແກ້ໄຂກັບບັນຫາການປ່ຽນແປງດິນຟ້າອາກາດ.

    ໃນກອງປະຊຸມ,​ ທ່ານນາງ ບຸນຄໍາ ວໍລະຈິດ ຮອງລັດຖະມົນຕີກະຊວງຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີກ່ຽວກັບການລົງທຶນເຂົ້າໃສ່ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ໂດຍຜ່ານກອງທຶນການປ່ຽນແປງດິນຟ້າອາກາດສຳລັບປະເທດດ້ອຍພັດທະນາ, ກອງປະຊຸມຍັງໄດ້ນຳສະເໜີ ການເປັນຄູ່ຮ່ວມມືຈັດຕັ້ງປະຕິບັດແຜນງານແຫ່ງຊາດ ໃນການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ຂອງແຕ່ລະປະເທດ ແລະ ກອງປະຊຸມປິ່ນອ້ອມອື່ນໆ. ໃນມື້ດຽວກັນນີ້,​ ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມລະດັບສູງ ສປຊ ວ່າດ້ວຍວຽກງານສາທາລະນະສຸກ ພາຍໃຕ້ຫົວຂໍ້ “ການປະກັນສຸຂະພາບທົ່ວປວງຊົນ: ກ້າວໄປພ້ອມກັນເພື່ອເຮັດໃຫ້ສຸຂະພາບຂອງທຸກຄົນດີຂຶ້ນ (Universal Health Coverage: Moving Together to Build a Healthier World)” ຊຶ່ງຖືກຈັດຂຶ້ນເປັນຄັ້ງທຳອິດ ພາຍຫລັງທີ່ອົງການ ສປຊ ໄດ້ຮັບຮອງເອົາບັນຫາດັ່ງກ່າວເປັນບັນຫາສາກົນ ໃນປີ 2015 ເພື່ອພ້ອມກັນຕີລາຄາຄືນການຈັດຕັ້ງປະຕິບັດ ບັນດາພັນທະສັນຍາ ແລະ ຄາດໝາຍສູ້ຊົນຕ່າງໆ.

ລາວເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງດິນຟ້າອາກາດ - 5 - ລາວເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງດິນຟ້າອາກາດ
ລາວເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງດິນຟ້າອາກາດ - 4 - ລາວເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງດິນຟ້າອາກາດ
ລາວເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງດິນຟ້າອາກາດ - 3 - ລາວເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງດິນຟ້າອາກາດ