ໃຈ​ຂາດ​ແລ້ວ​ກໍ​ບໍ່​ສະຫງົບ

ໃຈ​ຂາດ​ແລ້ວ​ກໍ​ບໍ່​ສະຫງົບ - 12487 - ໃຈ​ຂາດ​ແລ້ວ​ກໍ​ບໍ່​ສະຫງົບ
ໃຈ​ຂາດ​ແລ້ວ​ກໍ​ບໍ່​ສະຫງົບ - kitchen vibe - ໃຈ​ຂາດ​ແລ້ວ​ກໍ​ບໍ່​ສະຫງົບ

​​ໂດ​ຍ: ທ່ຽງ​ທຳ

ສະບາຍດີ, ​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ​ເປັນ​ຫຍັງທ່ຽງ​ທຳ​ ຈິ່ງ​ເອົາ​ເລື່ອງ​ບໍ່​ມ່ວນ​ນີ້​ຂຶ້ນມາ​ເວົ້າ, ກໍ​ເພາະວ່າ​ມີ​ຫລາຍ​ຄັ້ງ​ແລ້ວ​ທີ່​ເພື່ອນ​ຜູ້​ອ່ານ​ໄດ້​ສ່ອງ​ແສງ​ຫາກອງ​ບັນນາທິການພວກ​ເຮົາ​ຊ່ວຍ​ເວົ້າ​ແດ່​ເລື່ອງ​ການບໍລິການຂອງ​ຜູ້​ປະກອບ​ການ​ ຊາ​ປະ​ນາ​ກິດສົບ, ຢູ່​ບ້ານ​ເຮົາ​ເມືອງ​ເຮົາ​ໃນ​ປັດຈຸບັນ​ເຫັນ​ວ່າ: ມີ​ຫລາຍ​ສົມຄວນ ​ແລະ ກໍ​ມີ​ການ​ບໍລິ ການ​ຫລາກ​ຫລາຍ​ຢ່າງ​ຄົບ​ວົງ​ຈອນ, ນັບ​ແຕ່​ລົດ​ຮັບ​ສົ່ງສົບ​ອອກຈາກ​ໂຮງໝໍ, ການ​ຄົບ​ງັນ​ໄປ​ຈົນ​ຮອດ​ມື​ສົ່ງສະການ​ແຈກ​ທານ​ຕ່າງໆ ​ແລະ ກາ​ນບໍລິການດັ່ງກ່າວ​ກໍ​ມີ​ຫລາຍ​ລາ ຄາ​ໃຫ້​ເລືອກ​ນັບ​ແຕ່ 10 ລ້ານ 20 ລ້ານ​ໄປ​ຈົນ​ຮອດ 50-60 ລ້ານ ຫລື 100 ລ້ານ​ກີບກໍ​ມີ, ​ເອົາ​ຕາມ​ໃຈ ​ແລະ ຖົງ​ເງິນ​ຂອງ​ຄອບຄົວ​ຜູ້​ລ່ວງ​ລັບ​ໄປ.

ໃຈ​ຂາດ​ແລ້ວ​ກໍ​ບໍ່​ສະຫງົບ - Visit Laos Visit SALANA BOUTIQUE HOTEL - ໃຈ​ຂາດ​ແລ້ວ​ກໍ​ບໍ່​ສະຫງົບ

ສິ່ງ​ນີ້​ດີ​ບໍ່? ສ່ວນ​ຫລາຍ​ກໍ​ຈະ​ມີ​ຄຳ​ຕອບ​ວ່າ​ດີ, ​ເພາະ​ຍາດ​ພີ່ນ້ອງ​ ຫລື ການຈັດຕັ້ງບໍ່​ໄດ້​ເປັນ​ຫວ່ງນຳ​ຫລາຍ​ພຽງ​ແຕ່​ຕົກລົງ​ກັບ​ຜູ້​ຮັບ​ເໝົາ​ແລ້ວ​ກໍ​ຖື​ວ່າ “OK”, ​ແຕ່​ໜ້າ​ເສຍດາຍ  ​ໃນ​ຄວາມ​ດີ​ດັ່ງກ່າວ​ກໍ​ຍັງ​ມີ​ເງື່ອນ​ງຳ​ແອບ​ແຝງ​ແນວ​ບໍ່ດີ​ຕາ​ມມາ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຍາດ​ຊີງ​ກັນ​ຂອງ​ຜູ້​ເຮັດ​ບໍລິການ​ດ້ານ​ນີ້​ໂດຍ​ເຂົາ​ເຈົ້າຈະ​ມີ​ເຄ່ືອຂ່າຍ​ໃກ້ຊິດຕິດ​ແທດ ກັບ​ໂຮງໝໍ​ໃຫຍ່​ນ້ອຍ​ຕ່າງໆ, ຕົ້ນຕໍ​ແມ່ນ​ແພດ​ໝໍ​ຢູ່​ຫ້ອງ​ສຸກ​ເສີນ, ຖ້າ​ຄົນ​ເຈັບ​ຜູ້​ໃດ​ເຫັນ​ວ່າ ​ເອົາ​ຕົວ​ບໍ່​ຫລອດ​ແລ້ວ, ​ເຂົາ​ກໍ​ຈະ​ແຈ້ງ​ບອກ​ໃຫ້​ຂາ​ຄູ່​ຜູ້​ເຮັດ​ວຽກ​ ສັບປະ​ເລີ ​ເອົາ​ລົດ​ມາ​ຮັບ​ເອົາ​ແຕ່​ຢູ່​ໂຮງໝໍ​ເລີຍ, ຖ້າ​ໃຜ​ຕ້ອງການ​ບັ້ງອົກ​ຊີ​ເພິ່ນ​ກໍ​ຈະ​ມີ​ໃຫ້​ໃນ​ລາຄາ​ເປັນ​ກັນ​ເອງ, ​ແຕ່​ຕ້ອງ​ເວົ້າພາຍຫລັງ ​ໄດ້​ຮັບ​ງານ​ເສຍ​ກ່ອນ.

ດັ່ງ​ເພື່ອນ​ຜູ້​ອ່ານຄົນ​ໜຶ່ງ​ໄດ້​ສ່ອງ​ແສງ​ມາ​ວ່າ: ຕົນ​ໄດ້​ເອົາ​ແມ່ຕູ້​ໄປ​ປິ່ນປົວ​ຢູ່​ໂຮງໝໍ​ແຫ່ງ​ໜຶ່ງ​ໃນ ນະຄອນຫລວງ​ວຽງ​ຈັນ ​ໃນ​ລະຫວ່າງ​ທ້າຍ​ເດືອນ​ສິງຫາ ມາ​ຮອດ ກາງ​ເດືອນ​ກັນຍາ​ນີ້ເຖິງ ວ່າ​ແພດ​ໝໍ​ ​ໄດ້​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ປິ່ນປົວ​ແຕ່​ໃນ​ທີ່​ສຸດ​ກໍ​ຊ່ວຍ​ຊີວິດ​ເພິ່ນ​ໄວ້​ບໍ່​ໄດ້​ແພດ​ໝໍ​ຈິ່ງ​ໄດ້​ແຈ້ງ​ໃຫ້​ລູກ​ຫລານ​ເອົາ​ແມ່ຕູ້​ກັບ​ບ້ານ​ໃນ​ຂະນະ​ນັ້ນລູກ​ຫລານ​ກຽມ ຈະ​ໂທບ​ອກໜ່ວຍງານ​ສຸກ​ເສີນ 1624 ​ເອົາ​ລົດ​ມາ​ຊ່ວຍ​ເອົາ​ແມ່ຕູ້​ກັບ​ບ້ານ, ​ແຕ່​ພ້ອມດຽວ​ກັນ​ພັດ​ມີ​ທ່ານໝໍ​ຜູ້​ໜຶ່ງ​ມາບ​ອກວ່າ: ​ໂຮງໝໍ​ພວກ​ເຮົາ​ກໍ​ມີ​ໜ່ວຍ​ງານ​ເຮັດ​ບໍລິການ​ດ້ານ​ນີ້ ​ແລະ ກໍ​ດ້ວຍ​ຄວາມ​ເຊື່ອ​ໃຈ​ຄອບຄົວ​ໄດ້​ຕົກລົງ​ໃຫ້​ລົດ​ໂຮງໝໍ​​ເມື່ອ​ສົ່ງ, ພໍປະມານ ກໍ​ເຫັນ​ລົດ​ບໍລິການ​ດັ່ງກ່າວ​ເຂົ້າມາ​ແຕ່​ພັດ​ບໍ່​ແມ່ນ​ລົດ​ໂຮງໝໍ, ​ແຕ່​ເພື່ອ​ຄວາມ​ແນ່​ໃຈ​ລູກ ຫລານ​ກໍ​ໄດ້​ຖາມ​ທ່ານໝໍ​ອີກ​ຄັ້ງໜຶ່ງ…  ​ເພິ່ນ​ຕອບ​ວ່າ: ​ເປັນ​ລົດ​ບໍລິການ​ໂລງ​ສົບ​  ແຫ່ງ ໜຶ່ງ​ທີ່​ມີ​ການ​ບໍລິການ​ວຽກ​ນີ້​ຢ່າງ​ຄົບ​ວົງ​ຈອນ​ແລ້ວ​ກໍ​ໄດ້​ຖາມ​ເຖິງ​ຄ່າ​ບໍລິການ​ເພິ່ນ​ເວົ້າ ວ່າ ​ເລື່ອງ​ນີ້​ເອົາ​ໄວ​ລົມ​ກັນ​ຕາມ​ຫລັງ​ ​ແລະ ​ໃນ​ຂະນະ​ນັ້ນກໍ​ໄດ້​ນຳ​ໃຊ້​ອົກ​ຊີ​ໃຫ້​ແມ່ຕູ້​ໜຶ່ງ  ບັ້ງ​ໃຫຍ່​ດ້ວຍ​ລາຄາ 150.000 ກີບ,​ ​ເມື່ອ​ສົ່ງ​ແມ່ຕູ້​ຮອດ​ເຮືອນ​ແລ້ວ, ຄອບຄົວ​ກໍ​ໄດ້ ຖາມ​ຈ່າຍ​ຄ່າ​ບໍລິການ​ຕ່າງໆ ​ເລົ່າ​ນັ້ນ ​ແລະ ​ເພິ່ນ​ກໍ​ຕອບ​ວ່າ​ແລ້ວ​ຈິ່ງ​ວ່າ​ກັນ, ​ແຕ່​ແນວ​ໃດ​ຄອບ ຄົວ​ກໍ​ໄດ້​ໃຫ້​ຄ່າ​ນ້ຳ​ໃຈ​ຜູ້​ເຮັດ​ວຽກ​ບໍລິການ 250.000 ກີບ ​ເພື່ອ​ກິນ​ນ້ຳ​ກິນ​ໃນ ​ແລະ ຕໍ່​ມາ ​ແລງ​ມື້ນັ້ນ​ແມ່ຕູ້​ໄດ້​ສິ້ນລົມ​ຫາຍ​ໃຈ​ລົງ ​ແລະ ກໍ​ໄດ້​ໂທ​ຫາ​ພີ່ນ້ອງ​ເພິ່ນ​ກໍ​ມີ​ຮ້ານ​ຂາຍ​ໂລງ​ສົບ ​ໃຫ້​ເຂົ້າມາ​ຈັດການ​ໃຫ້​ແມ່ຕູ້. ຈາກ​ນັ້ນ 2-3 ມື້ຕໍ່​ມາ​ໃນ​ຂະນະ​​ຄົບງັນ​ແມ່ຕູ້​ຢູ່ນັ້ນກໍ​ມີຄົນ​ ​ເຂົ້າມາ​ເກັບ​ເງິນ​ຄ່າ​ອົກ​ຊີ ​ແລະ ລົດ​ບໍລິການ​ເອົາ​ແມ່ຕູ້​ກັບ​ບ້ານ​ເປັນ​ເງິນ 2 ລ້ານ​ກີບ ​ແລະ ​ໃຜ​ກໍ​ຕົກ​ໃຈ​ເປັນ​ຫຍັງ​ແພງ​ແທ້​ຕໍ່​ລອງ​ກັນ​ໄປມາ​ຢ່າງ​ຮ້າຍ​ແຮງ​ເພິ່ນ​ຈິ່ງ​ຫລຸດ​ລົງ ​ໃຫ້​ເປັນ 1.500.000 ກີບ.

​       ໃນ​ຈຸດ​ນີ້, ຫລາຍ​ຄົນ​ກໍ​ຢາກ​ເຂົ້າ​ໃຈ​ຕື່ມ​ຕໍ່​ກັບ​ການ​ເຮັດ​ວຽກ​ບໍລິການ​ດ້ານ​ນີ້, ​ເບື້ອງມະຫາ ພາກ​ເຮົາ​ໄດ້​ຄຸມ​ຄອງ​ກວດກາ​ບໍ່​ໃນ​ດ້ານ​ຄຸນ​ນະພາ​ບ ​ແລະ ດ້ານ​ລາຄາ​ຄ່າ​ໃຊ້​ຈ່າຍ ​ຕ່າງໆ ຂອງ​ການ​ບໍລິການ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຄວນ​ແນະນຳ​ກັນ​ຕື່ມ​ເພື່ອ​ຜູ້​ຕາຍ​ຜູ້​ຍັງ​ມີ​ຄວາມ​ສະຫງົບ​ສຸກ./.

ໃຈ​ຂາດ​ແລ້ວ​ກໍ​ບໍ່​ສະຫງົບ - 12487 - ໃຈ​ຂາດ​ແລ້ວ​ກໍ​ບໍ່​ສະຫງົບ
(ພາບປະກອບ)

ໃຈ​ຂາດ​ແລ້ວ​ກໍ​ບໍ່​ສະຫງົບ - 5 - ໃຈ​ຂາດ​ແລ້ວ​ກໍ​ບໍ່​ສະຫງົບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!