ອຸຕຸ​ຄາດ​ໄລ​ຍະ​ທ້າຍ​ເດືອນ​ນີ້ອາກາດຈະ​ເຢັນ​ລົງ​​ເລັກ​ໜ້ອຍ

ອຸຕຸ​ຄາດ​ໄລ​ຍະ​ທ້າຍ​ເດືອນ​ນີ້ອາກາດຈະ​ເຢັນ​ລົງ​​ເລັກ​ໜ້ອຍ - 26 - ອຸຕຸ​ຄາດ​ໄລ​ຍະ​ທ້າຍ​ເດືອນ​ນີ້ອາກາດຈະ​ເຢັນ​ລົງ​​ເລັກ​ໜ້ອຍ
ອຸຕຸ​ຄາດ​ໄລ​ຍະ​ທ້າຍ​ເດືອນ​ນີ້ອາກາດຈະ​ເຢັນ​ລົງ​​ເລັກ​ໜ້ອຍ - kitchen vibe - ອຸຕຸ​ຄາດ​ໄລ​ຍະ​ທ້າຍ​ເດືອນ​ນີ້ອາກາດຈະ​ເຢັນ​ລົງ​​ເລັກ​ໜ້ອຍ

ກົມ​ອຸຕຸ​ນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ທ້າຍ​ເດືອນ​ກັນຍາ​ນີ້, ສະພາບ​ອາກາດ​​ໂດຍ​ທົ່ວ​ໄປ​ຢູ່​ປະ​ເທດ​ເຮົາ​ຈະ​ເຢັນ​ລົງ​ເລັກ​ໜ້ອຍ​ໃນ​ຕອນ​ກາງຄື​ນ ​ຫາ​ຕອນ​ເຊົ້າ, ​ໂດຍ​ສະ​ເພາະ​ຢູ່​ບັນ​ດາ​ແຂວງ​ພາກ​ເໜືອ ​ແລະ ພາກ​ກາງ, ພ້ອມ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ ​ແລະ ຈະ​ມີ​ຝົນ​ໃນ​ລະດັບ​ຄ່ອຍ​ຢູ່​ບາງ​ທ້ອງ​ຖິ່ນ​ແຂວງພາກ​​ໃຕ້, ​ເນື່ອງ​ຈາກ​ຄວາມ​ກົດ​ດັນ​ສູງ​ຂອງ​ອາກາດ​ເຢັນ​ຈາກ​ປະ​ເທດ​ຈີນ​ຈະ​ແຜ່​ລົງ​ມາ​ປົກ​ຄຸມ​ຢູ່​ແຂວງ​ພາກ​ເໜືອ​ຫາ​ພາກ​ກາງຂອງ​ປະ​ເທດ​​ເຮົາ​ດ້ວຍ​ກໍາລັງ​ອ່ອນ​ຫາ​ປານ​ກາງ ສົມທົບ​ກັບ​ລົມ​ຕາ​ເວັນ​ອອກ​ພັດ​ປົກ​ຄຸມ​ເປັນ​ສ່ວນ​ໃຫຍ່. ຈາກ​ນັ້ນ​​ແຕ່ວັນ​ທີ 28-29 ກັນຍາ ອາກາດ​ຈະ​ຮ້ອນ​ຂຶ້ນ ​ແລະ ມີ​ຝົນຕົກ, ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງ​ຖິ່ນ. ສໍາລັບ​ສະພາບ​ອາກາດ​ໃນ​ແຕ່​ລະ​ພາກ​ຄືດັ່ງນີ້:

ອຸຕຸ​ຄາດ​ໄລ​ຍະ​ທ້າຍ​ເດືອນ​ນີ້ອາກາດຈະ​ເຢັນ​ລົງ​​ເລັກ​ໜ້ອຍ - download - ອຸຕຸ​ຄາດ​ໄລ​ຍະ​ທ້າຍ​ເດືອນ​ນີ້ອາກາດຈະ​ເຢັນ​ລົງ​​ເລັກ​ໜ້ອຍ

ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ ​ແຂວງ​ຜົ້ງ​ສາລີ, ຫົວພັນ, ຊຽງ​ຂວາງ ອາກາດ​ເຢັນ​ໃນ​ຕອນ​ກາງຄືນ​ຫາ​ຕອນ​ເຊົ້າ ​ແລະ ​ຈະມີ​ຝົນຕົກ​ໃນ​ລະດັບ​ຄ່ອຍ, ພ້ອມມີ​ລົມ​ພັດ​ແຮງ ​​ເປັນ​ບາງ​ໂອກາດ ອຸນຫະພູມ​ແຕ່ 14-27 ອົງສາ.

ອຸຕຸ​ຄາດ​ໄລ​ຍະ​ທ້າຍ​ເດືອນ​ນີ້ອາກາດຈະ​ເຢັນ​ລົງ​​ເລັກ​ໜ້ອຍ - Visit Laos Visit SALANA BOUTIQUE HOTEL - ອຸຕຸ​ຄາດ​ໄລ​ຍະ​ທ້າຍ​ເດືອນ​ນີ້ອາກາດຈະ​ເຢັນ​ລົງ​​ເລັກ​ໜ້ອຍ

ພາກ​ເໜືອ​ດ້ານ​ຕາ​ເວັນ​ຕົກ ອາກາດຈະ​​ເຢັນ​ໃນ​ຕອນ​ເຊົ້າ, ພ້​ອມມີ​ໝ​ອກປົກຫຸ້ມ​ຢູ່​ທົ່ວ​ໄປ ​ແລະ ຈະ​ມີ​ຝົນຕົກ​ລະດັບ​ຄ່ອຍ​ຢູ່​ບາງ​ທ້ອງ​ຖິ່ນ ​ອຸນຫະພູມ​ແຕ່ 16-33 ອົງສາ.

ພາກ​ກາງ ​ແຂວງ​ວຽງ​ຈັນ, ນະຄ​ອນຫລວງ​ວຽງ​ຈັນ, ບໍລິ​ຄໍາ​ໄຊ, ຄໍາ​ມ່ວນ ​ແລະ ສະຫວັນ​ນະ​ເຂດ ອາກາດ​ອ່າວ​ເຢັນ, ພ້ອມ​ມີ​ໝອກ​ປົກ​ຫຸ້ມ​ໃນ​ຕອນ​ເຊົ້າ ​ແລະ ຈະ​ມີ​ຝົນຕົກ​ໃນ​ລະດັບ​ຄ່ອຍ, ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງ​ຖິ່ນ ​ອຸນຫະພູມ​ແຕ່ 21-35 ອົງສາ.

ພາກ​ໃຕ້ ​ແຂວງຈໍາປາ​ສັກ, ​ເຊ​ກອງ, ອັດ​ຕະປື ຈະ​ມີ​ເຝື້ອ​ປົກ​ຄຸມ​ເປັນ​ບາງສ່ວນ, ອາກາດ​ຮ້ອນ​ໃນ​ຕອນ​ບ່າຍ ​ແລະ ຈະມີ​ຝົນຕົກ​ໃນ​ລະດັບ​ຄ່ອຍ ​ແລະ ຕົກ​ປານ​ກາງ, ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງ​ຖິ່ນ​ ອຸນຫະພູມ​ແຕ່ 22-33 ອົງສາ.    

ອຸຕຸ​ຄາດ​ໄລ​ຍະ​ທ້າຍ​ເດືອນ​ນີ້ອາກາດຈະ​ເຢັນ​ລົງ​​ເລັກ​ໜ້ອຍ - 3 - ອຸຕຸ​ຄາດ​ໄລ​ຍະ​ທ້າຍ​ເດືອນ​ນີ້ອາກາດຈະ​ເຢັນ​ລົງ​​ເລັກ​ໜ້ອຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!