ລັດຖະມົນຕີ ປກສ ເນັ້ນຄູ-ອາຈານ ວິທະຍາຄານສັນຕິບານຕ້ອງເປັນແບບຢ່າງທີ່ດີໃຫ້ນັກຮຽນ.


ເມື່ອບໍ່ດົນມານີ້, ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພົນໂທ ວິໄລ ຫລ້າຄໍາຟອງ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມຄະນະພັກ-ຄະນະອໍານວຍການ, ພະນັກງານຄູ-ອາຈານ ແລະ ນັກສຶກສາວິທະຍາຄານສັນຕິບານປະຊາຊົນ, ໂດຍທ່ານໄດ້ເນັ້ນໃຫ້ຄະນະອໍານວຍການ ແລະ ຄູ-ອາຈານວິທະຍາຄານດັ່ງກ່າວ, ຕ້ອງເປັນແບບຢ່າງທີ່ດີເພື່ອກໍ່ສ້າງນາຍຕໍາຫລວດທີ່ມີຄຸນະພາບ, ມີຈັນຍາບັນ-ຈັນຍາທໍາ ເພື່ອຮັບໃຊ້ປະຊາຊົນ, ຂະນະດຽວກັນ, ກໍຫ້າມເດັດຂາດບໍ່ໃຫ້ຄູ-ອາຈານ ມີພຶດຕິກໍາທີ່ບໍ່ເໝາະສົມ ແລະ ຂັດກັບລະບຽບກົດໝາຍ ເປັນຕົ້ນ: ການສວຍໃຊ້ໜ້າທີ່ຕໍາແໜ່ງໄປໃນທາງທີ່ຜິດລະບຽບກົດໝາຍ, ບໍ່ສັດຊື່ຕໍ່ໜ້າທີ່ວຽກງານຂອງຕົນ, ການຂູ່ເຂັນບັງຄັບ ຫລື ເລືອກລໍາອຽງປະຕິບັດຕໍ່ນັກຮຽນ, ບໍ່ລ່ວງລະເມີດຮ່າງກາຍ ແລະ ກຽດສັກສີຄວາມເປັນມະນຸດສະທໍາຂອງນັກຮຽນ, ບໍ່ຄວນສູບຢາ ຫລື ດື່ມສີ່ງມືນເມົາຕ່າງໆໃນຂອບເຂດໂຮງຮຽນ, ບໍ່ຄວນຫລີ້ນໂທລະສັບໃນເວລາລວມ ຫລື ຂຶ້ນຫ້ອງສອນ, ບໍ່ຄວນສ້າງກຸ່ມກ້ອນທີ່ເຮັດໃຫ້ເກີດຄວາມແຕກແຍກຄວາມສາມັກຄີ, ບໍ່ຄວນໂຄສະນາຊວນເຊື່ອທີ່ຂັດກັບແນວທາງຂອງພັກ ແລະ ລະບຽບກົດໝາຍຂອງລັດ, ບໍ່ຫລີ້ນການພະນັນ ແລະ ການກະທໍາອື່ນໆ ທີ່ພາໃຫ້ເສື່ອມເສຍຕໍ່ພາບພົດບົດບາດຂອງຄູ-ອາຈານ ກໍຄືໃນຖັນແຖວກໍາລັງປ້ອງກັນຄວາມສະຫງົບລາວຢ່າງເດັດຂາດ.

