ລາວເລັ່ງຂຸດຄົ້ນທ່າແຮງດ້ານການທ່ອງທ່ຽວໃຫ້ມີປະໂຫຍດສູງສຸດ


ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວປີ 2018 ໃຫ້ຮູ້ວ່າ: ປັດຈຸບັນໃນທົ່ວປະເທດມີ ແຫລ່ງ ທ່ອງທ່ຽວ 2.000 ແຫ່ງ, ໃນນັ້ນມີແຫລ່ງທ່ອງທ່ຽວ ທາງທຳມະຊາດ 1.194 ແຫ່ງ, ວັດທະນະທຳ 620 ແຫ່ງ ແລະ ປະຫວັດສາດ 282 ແຫ່ງໂດຍຈະສຸມໃສ່ພັດທະນາ ແລະ ນຳໃຊ້ທ່າແຮງນີ້ໃຫ້ເກີດ ປະໂຫຍກສູງສຸດຄື: ປີ 2018 ຜ່ານມາ, ລັດຖະບານໄດ້ເອົາໃສ່ພັດທະນາໂຄ່ງລ່າງພື້ນຖານເພື່ອອຳນວຍຄວາມສະດວກແກ່ການທ່ອງທ່ຽວ, ເປັນຕົ້ນ ແມ່ນການກໍ່ສ້າງເສັ້ນທາງເຂົ້າແຫລ່ງທ່ອງທ່ຽວຢູ່ ບັນດາແຂວງ, ສ້າງສະຖານທີ່ ຈອດລົດ, ຫ້ອງນ້ຳສາທາລະນະ ແລະ ປ້າຍຊີ້ບອກຕ່າງໆ, ດ້ວຍທຶນກູ້ຢືມຈາກ ທະນາຄານພັດທະນາອາຊີ ກໍໄດ້ດຳເນີນການກໍ່ສ້າງເສັ້ນທາງປູຢາງແຕ່ທາງແຍກ ບ້ານຊ່າງໄຫຫາບ້ານປາກອູ ເມືອງປາກອູ ແລະ ກໍ່ສ້າງທ່າເຮືອບັກທີ່ ບ້ານຈອມເພັດ ເມືອງຈອມເພັດ ແຂວງ ຫລວງພະບາງໄດ້ສຳເລັດລົງໃນຕົ້ນປີ 2019ນີ້, ການກໍ່ສ້າງເສັ້ນທາງປູຢາງແຕ່ ສາມແຍກທາງເລກທີ 12 ໄປ ຫາຖ້ຳຊ້າງ ແລະ ກໍ່ສ້າງສິ່ງ ອຳນວຍຄວາມສະດວກໃນບໍລິເວນພະທາດສີໂຄດຕະບອງ ເມືອງທ່າແຂກແຂວງ ຄຳມ່ວນ ເຊິ່ງປະກອບດ້ວຍ ຂົວຂ້າມຫ້ວຍ, ເສັ້ນທາງພາຍໃນເດີ່ນພະທາດ, ບ່ອນຈອດລົດ, ຮ້ານຂາຍເຄື່ອງທີ່ລະນຶກ, ຫ້ອງວາງສະແດງ ແລະ ຫ້ອງສະໜອງຂໍ້ມູນຂ່າວສານການທ່ອງທ່ຽວ ແລະ ຫ້ອງນ້ຳສາທາລະນະກໍສຳເລັດລົງແລ້ວ, ພ້ອມຍັງມີການກໍ່ສ້າງເສັ້ນທາງປູຢາງແຕ່ເທດ ສະບານເມືອງໄຊ ຫາ ຖ້ຳ ຈອມຈອງ ແຂວງອຸດົມໄຊ ຍາວ 39 ກິໂລແມັດຄາດຄະເນຈະສຳເລັດໃນທ້າຍປີ 2020.


ພ້ອມນີ້, ພາກສ່ວນທຸລະ ກິດ ກໍໄດ້ມີການລົງທຶນພັດ ທະນາສິ່ງອຳນວຍຄວາມສະດວກຮອງຮັບການທ່ອງທ່ຽວເຊັ່ນ: ການກໍ່ສ້າງໂຮງ ແຮມ, ເຮືອນພັກ ແລະ ຮ້ານ ອາຫານຢູ່ບັນດາແຂວງຕ່າງໆ ແລະ ແຫລ່ງທ່ອງທ່ຽວຫລາຍແຫ່ງໄດ້ຮັບການ ຍົກລະດັບດັ່ງແຫລ່ງທ່ອງ ທ່ຽວນ້ຳກັດຢໍຣະປາ ທີ່ແຂວງ ອຸດົມໄຊ, ສວນພຶກສາທີ່ ແຂວງຫລວງພະບາງ ແລະ ຢູ່ນະຄອນຫລວງວຽງຈັນ, ຟາມພູຕາເວັນ ທີ່ແຂວງ ບໍລິຄຳໄຊ, ກິດຈະກຳຂີ່ສະລິງທີ່ຕາດຟານ, ແຫລ່ງທ່ອງທ່ຽວ ຕາເຢືອງ, ນ້ຳຕົກຕາດຄອນ ພະເພັງ ແຂວງຈຳປາສັກ ແລະ ອື່ນໆ ອີກຫລາຍແຫ່ງອັນໄດ້ເປັນທ່າແຮງດຶງດູດ ການທ່ອງທ່ຽວຂອງລາວ ຢ່າງມີປະສິດທິພາບ./.

