ຕົ້ນໝາກ​ສີດາ “ຫົວ​ໄດ້” (ຮູ້​ຫົວ)

ຕົ້ນໝາກ​ສີດາ “ຫົວ​ໄດ້” (ຮູ້​ຫົວ) - 69 - ຕົ້ນໝາກ​ສີດາ “ຫົວ​ໄດ້” (ຮູ້​ຫົວ)
ຕົ້ນໝາກ​ສີດາ “ຫົວ​ໄດ້” (ຮູ້​ຫົວ) - kitchen vibe - ຕົ້ນໝາກ​ສີດາ “ຫົວ​ໄດ້” (ຮູ້​ຫົວ)

ຮຽບຮຽງ​ໂດຍ: ລູກ​ເມ​ືອງພວນ

ແຕ່ລະມື້ມີນັກທ່ອງທ່ຽວນັບເປັນຮ້ອຍໆຄົນເຂົ້າໄປກາບໄຫວ້ ຫໍ ລາມກິງ ແລະ ຕົ້ນສີດາ “ຫົວໄດ້”, ມີຮູບ ຮ່າງຄົດໂຄ້ງໄປມາຄ້າຍຄືກັນກັບໂຕມັງກອນ. ກົກຂອງ ມັນປົກ ຄຸມໄປ ດ້ວຍໄຄຂຽວ, ເບິ່ງແລ້ວມີຄວາມແປກປະ ຫຼາດເປັນພິເສດ, ຕັ້ງຢູ່ເມືອງ ເຖາະ ຊວັນ ແລະ ຫງອກຫຼາກ ແຂວງແທັງຮວາ. ສສ ຫວຽດນາມ

ຕົ້ນໝາກ​ສີດາ “ຫົວ​ໄດ້” (ຮູ້​ຫົວ) - Visit Laos Visit SALANA BOUTIQUE HOTEL - ຕົ້ນໝາກ​ສີດາ “ຫົວ​ໄດ້” (ຮູ້​ຫົວ)

ຫ່າງຈາກຕົວເມືອງ  ແທັງ ຮວາ ໄປທາງທິດຕາ ເວັນຕົກປະມານ 50 ກິໂລແມັດ, ເຊິ່ງເປັນສະຖານທີ່ ປະຫວັດສາດລາມກິງ, ມີຄວາມກວ້າງປະມານ 200 ເຮັກຕາ, ເຊິ່ງເປັນບ່ອນບັນພະບູລຸດເລເລີຍປັກເສົາທຸງຂຶ້ນເພື່ອເປັນການປະກາດດຳເນີນສົງຄາມຕ້ານການຮຸກຮານຂອງກອງທັບມິງ.

ພາຍຫຼັງໄດ້ຮັບໄຊຊະນະພວກກອງທັບມິງໃນປີ 1428 ເລເລີຍໄດ້ເອົາສັນຍາ ລັກຊື່ເລທາຍໂຕຕັ້ງຊື່ປະເທດວ່າດາຍຫວຽດ.

ນັກທ່ອງທ່ຽວມາທີ່ນີ້, ເພື່ອຢ້ຽມຊົມຫໍ ລາມກິງ ແລະ ຖ່າຍຮູບກັບວິຈິດຕະກຳສິນ ຫຼາຍຢ່າງຢູ່ໃນທີ່ນີ້ເຊັ່ນ: ຕົ້ນ ໄມ້ມີອາຍຸຫຼາຍຮ້ອຍປີ  ແລະ ພິເສດຢູ່ໃນວົງວຽນພິພິຕະພັນປະຫວັດ ສາດດັ່ງກ່າວໄດ້ ມີຕົ້ນໝາກສີດາຕົ້ນໜຶ່ງເປັນ ຮູບຮ່າງໂຕມັງກອນຖືກປູກ ເມື່ອປີ 1933.

ຕົ້ນໝາກ​ສີດາ “ຫົວ​ໄດ້” (ຮູ້​ຫົວ) - 69 - ຕົ້ນໝາກ​ສີດາ “ຫົວ​ໄດ້” (ຮູ້​ຫົວ)
(ຕົ້ນໄມ້ອາຍຸຫລາຍຮ້ອຍປີ )

ນາງ ໂດຖິຕວຽດ, ໜຶ່ງ ໃນນັກທ່ອງທ່ຽວເລົ່າວ່າ:  “ຂ້ອຍໄດ້ຍິນເຂົາເລົ່າລືກັນວ່າ: ຢູ່ໃນວົງວຽນພິພິຕະພັນ ປະຫວັດສາດ ລາມກິງ ມີຕົ້ນ ໝາກສີດາ “ຫົວໄດ້”. ຕົ້ນຂອງມັນເປັນຮູບຮ່າງຄ້າຍ ຄືກັນກັບໂຕມັງກອນ, ວ່າເປັນ ເລື່ອງແປກ, ຂ້ອຍໄດ້ພາລູກ ເຕົ້າມາທີ່ນີ້ ເພື່ອໄດ້ເຫັນກັບຕາ. ແມ່ນຄວາມຫຼາຍຄົນເລົ່າແທ້, ເມື່ອເຮົາເອົາມືຈັບຕົ້ນຂອງມັນ, ໃບຂອງມັນກໍຈະສັ່ນ ເໜັງຕີງທັນທີ, ຖ້າຫາກຈັບຕົ້ນມັນແໜ້ນໆ ຈະຮູ້ສຶກວ່າ ລະເລີງຈິດໃຈ, ວິນຫົວ ແລະ ຫົວຈະສັ່ນຂຶ້ນ.

ຕົ້ນສີດາ “ຫົວໄດ້” ມີ ຄວາມສູງພຽງ 3 ແມັດ, ມີ ກິ່ງງ່າ ແຜ່ອອກໄປທາງ 4 ທິດ. ລຳຕົ້ນຂອງມັນເປັນກະ ປູດກະປີດ ແລະ ຄົດໂຄ້ງໄປ ມາຄ້າຍຄືກັນກັບໂຕມັງກອນ, ກົກຂອງມັນບໍ່ລຽບພຽງແຕ່ເປັນຫຼຸບເປັນໂນນ ແລະ ມີໄຄຂຽວຫຸ້ມປົກໄປທົ່ວ.

ນາງ ຈິງຖິເຫງຍ, ຜູ້ປົກປັກຮັກສາ ແລະ ທຳຄວາມສະອາດຢູ່ສະຖານທີ່ແຫ່ງນີ້ ເປັນເວລາ 2 ປີແລ້ວ, ເລົ່າວ່າ: ຕົ້ນສີດາຕົ້ນ ນີ້ມີຈຸດພິ ເສດຂະຫຍາຍຕົວຊ້າ, ເປັນໝາກນ້ອຍໆ ທໍ່ຫົວໂປ້ມື ແຕ່ມີກິ່ນຫອມເປັນພິເສດ  ແລະ ເປັນໝາກຕະຫຼອດປີ, ເມືອເອົາມືຈັບຕົ້ນຂອງມັນ, ໃບຂອງມັນກໍຈະສັ່ນ ແລະ ດັງຂຶ້ນທັນທີຄ້າຍກັບວ່າມັນປິວສະບັດໄປຕາມສາຍລົມ ນັ້ນເອງ./.

ຕົ້ນໝາກ​ສີດາ “ຫົວ​ໄດ້” (ຮູ້​ຫົວ) - 369 2 - ຕົ້ນໝາກ​ສີດາ “ຫົວ​ໄດ້” (ຮູ້​ຫົວ)
(ນັກທ່ອງທ່ຽວພິສູດຕົ້ນສີດາ “ຫົວໄດ້”)

ຕົ້ນໝາກ​ສີດາ “ຫົວ​ໄດ້” (ຮູ້​ຫົວ) - 4 - ຕົ້ນໝາກ​ສີດາ “ຫົວ​ໄດ້” (ຮູ້​ຫົວ)
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!