ລັດຖະບານລາວມີຄວາມພະຍາຍາມສູງໃນການປົກປ້ອງສິດຄົນພິການ

- kitchen vibe - ລັດຖະບານລາວມີຄວາມພະຍາຍາມສູງໃນການປົກປ້ອງສິດຄົນພິການ

 

ວັນທີ

- Untitled 1 300x243 - ລັດຖະບານລາວມີຄວາມພະຍາຍາມສູງໃນການປົກປ້ອງສິດຄົນພິການ
14 ມີນານີ້, ກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ, ກົມນະໂຍບາຍຕໍ່ຜູ້ມີຜົນງານ, ກະຊວງແຮງານ ແລະ ສະຫວັດດີການສັງຄົມ ແລະ ສະຫະພາບເອີຣົບ ປະຈຳລາວ, ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດຂອງຄົນພິການ, ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທັງເປັນປະທານຄະນະຊີ້ນຳລະດັບຊາດໃນການປະສານງານດ້ານສິດທິມະນຸດ, ມີຜູ້ຕາງໜ້າສະຫະ ພາບເອີຣົບປະຈຳລາວ, ຜູ້ຕາງໜ້າກະຊວງກ່ຽວຂ້ອງ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມເປັນຈຳນວນຫລາຍ.

- Visit Laos Visit SALANA BOUTIQUE HOTEL - ລັດຖະບານລາວມີຄວາມພະຍາຍາມສູງໃນການປົກປ້ອງສິດຄົນພິການ

ກອງປະຊຸມດັ່ງກ່າວ ໄດ້ມີການລາຍງານຂອງຜູ້ຊ່ຽວຊານພາຍໃນ ແລະ ຕ່າງປະເທດ, ພ້ອມທັງສົນທະນາ ແລະ ແລກປ່ຽນໃນຫລາຍຫົວຂໍ້ທີ່ພົວພັນກັບຂອບກົດໝາຍສາກົນ ແລະ ສິດທິມະນຸດກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດຂອງຄົນພິການ, ນະໂຍບາຍ, ຂອບກົດໝາຍ ແລະ ການຈັດຕັ້ງປະຕິບັດວຽກງານຄົນພິການຢູ່ລາວ ແລະ ຕ່າງປະເທດ, ລວມໄປເຖິງການຮ່ວມມືໃນອາຊຽນຂອງວຽກງານຄົນພິການ, ເນື້ອໃນໂດຍຫຍໍ້ຂອງບົດລາຍງານແຫ່ງຊາດຂອງລາວ, ພາຍໃຕ້ສົນທິສັນຍາວ່າດ້ວຍສິດທິຂອງຄົນພິການ, ຊຶ່ງ ສປປ ລາວ ເຂົ້າເປັນພາຄີນັບແຕ່ປີ 2009, ໂດຍກອງປະຊຸມຄັ້ງນີ້ ແມ່ນສ່ວນໜຶ່ງຂອງການຮ່ວມມືດ້ານສິດທິມະນຸດລະຫວ່າງລາວ ແລະ ສະຫະພາບເອີຣົບ, ຊຶ່ງທັງສອງຝ່າຍໄດ້ຈັດຕັ້ງການສົນທະນາຄັ້ງທີ 7 ກ່ຽວກັບການປົກຄອງ ແລະ ສິດທິມະນຸດໃນເດືອນກຸມພາ 2017 ຜ່ານມານີ້, ທີ່ນະຄອນຫລວງວຽງຈັນ.

ໄລຍະຜ່ານມາ, ລັດຖະບານລາວໄດ້ເອົາໃຈໃສ່ການສົ່ງເສີມ ແລະ ປົກປ້ອງສິດ ແລະ ສ້າງເງື່ອນໄຂຕ່າງໆໃຫ້ຄົນພິການ, ໂດຍການສ້າງຕັ້ງຄະນະກຳມະການແຫ່ງຊາດ ເພື່ອຄົນພິການ ແລະ ຜູ້ສູງອາຍຸ, ຊຶ່ງຄະນະກຳມະການປະກອບມີ: ຜູ້ຕາງໜ້າຈາກທຸກຂະແໜງການທີ່ກ່ຽວຂ້ອງ ແລະ ມີກອງເລຂາຕັ້ງຢູ່ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ. ໃນປີ 2014 ລັດຖະບານລາວໄດ້ຮັບຮອງເອົາດຳລັດວ່າດ້ວຍຄົນພິການ, ຊຶ່ງຄ້ຳປະກັນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຄົນພິການ, ພ້ອມທັງໄດ້ຮັບການສົ່ງເສີມສຸຂະພາບ, ການປິ່ນປົວ, ການຟື້ນຟູສຸຂະພາບ, ການສຶກສາ, ການຝຶກອົບຮົມວິຊາຊີບ, ການມີອາຊີບທີ່ໝັ້ນຄົງ, ການເຂົ້າເຖິງຂໍ້ມູນຂ່າວສານ, ແຫລ່ງທຶນ, ສະຖານທີ່ບໍລິການ ແລະ ການຈັດຕັ້ງຂອງຄົນພິການ, ລົບລ້າງທຸກຮູບແບບການຈຳນວນຕໍ່ຄົນພິການ, ສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ຮັບການພັດທະນາຕົນເອງ, ເພີ່ງຕົນເອງ ແລ ສາມາດເຂົ້າຮ່ວມກິດຈະກຳຕ່າງໆໃນສັງຄົມ.

- 4 - ລັດຖະບານລາວມີຄວາມພະຍາຍາມສູງໃນການປົກປ້ອງສິດຄົນພິການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!