ນ້ຳຖ້ວມ ເມືອງດາກຈຶງ ເສຍຫາຍກວ່າ 22 ຕື້ກີບ


ຜ່ານການລົງເກັບກຳ ຂໍ້ມູນຕົວຈິງຜົນເສຍຫາຍ ຈາກໄພພິບັດທຳມະຊາດ (ໄພນ້ຳຖ້ວມ) ຢູ່ເມືອງດາກຈຶງຂອງຄະນະກໍາມະການ ປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ, ໂດຍມີປະຊາຊົນຫຼາຍບ້ານໄດ້ຮັບຜົນກະທົບ, ແຕ່ໜັກກວ່າໝູ່ລວມມີ 5 ບ້ານ, ພ້ອມນັ້ນ ກໍ່ມີພື້ນຖານໂຄງລ່າງເປັນຕົ້ນເສັ້ນທາງ, ໂຮງຮຽນ, ໄຮ່ນາ-ຮົ້ວສວນ ແລະ ສັດລ້ຽງເສຍຫາຍເປັນ ຈຳນວນຫຼາຍ, ລວມມູນຄ່າປະມານ 22 ຕື້ກວ່າກີບ ແລະ ໃນວັນທີ 10 ກັນຍານີ້, ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ແລະ ເມືອງດາກຈຶງໄດ້ຈັດກອງປະຊຸມລາຍງານຜົນກະທົບດັ່ງກ່າວ, ໂດຍມີ ທ່ານຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ, ປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດ ຂັ້ນແຂວງ, ທ່ານ ໄລສວນ ມິດສຸວັນ ເຈົ້າເມືອງໆດາກຈຶງ ແລະ ວິຊາການກ່ຽວ ຂ້ອງເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ໄລສວນ ມິດສຸວັນ ໄດ້ລາຍງານວ່າ: ໃນລະຫວ່າງວັນທີ 2-6 ກັນຍາ 2019 ໄດ້ເກີດມີຝົນຕົກຕິດຕໍ່ກັນຫຼາຍວັນບວກກັບພະຍຸ ດີເປຼເຊິນ ແລະ ພະຍຸໂພດູໄດ້ພັດຜ່ານ ເຊິ່ງເຮັດໃຫ້ຫວ້ຍ, ຮ່ອງຄອງບຶງ ແລະ ແມ່ນ້ຳສາຍຕ່າງໆຢູ່ເມືອງດາກຈຶງ ມີປະລິມານເພີ່ມຂຶ້ນຢ່າງໄວວາ ແລ້ວໄຫຼເຂົ້າຖ້ວມບ້ານ ເຮືອນປະຊາຊົນ, ເນື້ອທີ່ທຳການຜະລິດ ແລະ ສັດລ້ຽງ ລວມທັງພື້ນຖານໂຄງລ່າງເປັນຕົ້ນແມ່ນເສັ້ນທາງ, ໂຮງຮຽນ,ເສົາໄຟຟ້າ, ນ້ຳລິນ, ລະບົບຊົນລະປະທານອື່ນໆ ໄດ້ຮັບຄວາມເສຍຫາຍເປັນ ຈຳນວນຫຼາຍ. ໂດຍຜ່ານການລົງເກັບກຳຂໍ້ມູນເບື້ອງຕົ້ນຂອງຄະນະກຳມະການ ປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງມີ 5 ບ້ານໄດ້ຮັບຜົນກະທົບຮ້າຍແຮງຄື: ບ້ານຕັງໂບຣງ, ຕັງຕາລັງ, ຈາລິງ, ດາກຢຣັງ ແລະ ບ້ານດາກໂຈມ, ເນື້ອທີ່ການ ຜະລິດຖືກນໍ້າຖ້ວມເສຍຫາຍ 500 ກວ່າ ເຮັກຕາ; ຊົນລະປະທານ 10 ແຫ່ງ; ສັດລ້ຽງ 250ໂຕ; ເສັ້ນທາງ 7 ເສັ້ນ; ຂົວອູ່ 3 ແຫ່ງ, ເຮືອນປະຊາຊົນ 9 ຫຼັງ; ໂຮງຮຽນ 7 ແຫ່ງ; ນໍ້າລິນ-ວິດຖ່າຍ 10 ບ້ານ ລວມມູນຄ່າເສຍທັງໝົດປະມານ 22,75 ຕື້ກວ່າກີບ.
ໃນໂອກາດ ດັ່ງກ່າວ ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງກໍ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາຂອງແຂວງມອບເຂົ້າສານຈຳນວນ 3 ໂຕນ, ເງິນສົດຈຳນວນ 30 ລ້ານກີບ ເພື່ອຊ່ວຍເຫຼືອເມືອງດາກຈຶງຟື້ນຟູສະພາບຄວາມເສຍຫາຍໃນເບື້ອງຕົ້ນພ້ອມແນະນຳໃຫ້ເມືອງ ແລະ ວິຊາການກ່ຽວຂ້ອງຄິດໄລ່ລະອຽດເພື່ອວາງແຜນປັບປຸງແກ້ໄຂໃນສະເພາະໜ້າ ແລະ ຍາວນານໃຫ້ໄດ້ຮັບຜົນ./.

