ຈະລາຈອນນະຄອນຫລວງລົງເຜີຍແຜ່ກົດລະບຽບການສັນຈອນທາງບົກ ແລະ ກວດກາເຕັກນິກລົດ


ໃນວັນທີ 10 ກັນຍານີ້, ກອງຕໍາຫລວດຈະລາຈອນ ຮ່ວມກັບກອງໂຄສະນາ ພະແນກຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ໄດ້ລົງເຜີຍແຜ່ກົດລະບຽບການສັນຈອນທາງບົກ ແລະ ກວດກາເຕັກນິກພາຫະນະຢູ່ຈຸດໄຟແດງດົງໂດກ ຫາ 450 ປີ, ເພື່ອເປັນການແນະນໍາຕັກເຕືອນໃຫ້ແກ່ນັກຂັບຂີ່-ຜູ້ໃຊ້ລົດໃຊ້ຖະໜົນໃຫ້ມີສະຕິການສັນຈອນ ແລະ ຂັບຂີ່ລົດຖືກຕ້ອງຕາມກົດລະບຽບຢ່າງເຂັ້ມງວດ, ແນໃສ່ຫລຸດຜ່ອນອຸປະຕິເຫດ.


ຫົວໜ້າກອງໂຄສະນາ ໃຫ້ຮູ້ວ່າ: ເພື່ອເປັນການແນະນໍາກ່ຽວກັບກົດລະບຽບການສັນຈອນທາງບົກໃຫ້ກັບນັກຂັບຂີ່ຜູ້ໃຊ້ລົດໃຊ້ຖະໜົນໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມຮຽກຮ້ອງໃຫ້ປະຕິບັດຢ່າງເຂັ້ມງວດ ໂດຍສະເພາະແມ່ນເຂດໂຮງຮຽນ, ໂຮງຈັກ-ໂຮງງານ, ໂຮງໝໍ, ຈຸດ 3 ແຍກ-4 ແຍກ, ເຂດຕະຫລາດ ແລະ ອື່ນໆ, ເພື່ອເປັນການຫລຸດຜ່ອນຄວາມແອອັດໃນສັນຈອນການໄປ-ມາ ຄື: ການຈອດລົດເພື່ອລໍຖ້າໄຟອໍານາດໃນແຕ່ລະຈຸດ ແມ່ນອະນຸຍາດໃຫ້ຈອດບໍ່ກາຍເສັ້ນຂາວ ຫລື ຫ້າມຢຽບທາງມ້າລາຍ ຫລື ທາງຄົນຍ່າງ, ຫ້າມຢຽບທາງຄົນ ແລະ ປ່ອຍສິດໃຫ້ທາງເບື້ອງຂວາທີ່ຕ້ອງການລ້ຽວຂວາສາມາດໄປໄດ້, ຫລີກລ້ຽງການຈອດລົດຊະຊາຍຢູ່ເຂດຫ້າມຈອດ ເນື່ອງຈາກວ່າປັດຈຸບັນປະເທດເຮົາໄດ້ມີການພັດທະນາ, ປະຊາກອນ ແລະ ພາຫະນະກໍນັບມື້ເພີ່ມຂຶ້ນ ເຮັດໃຫ້ການສັນຈອນໄປ-ມາແອອັດ.
ຮອງຫົວໜ້າກອງຕໍາຫລວດຈະລາຈອນ ກ່າວວ່າ: ກໍາລັງລົງກວດກາ ດັ່ງກ່າວນີ້, ຍັງເລັ່ງໃສ່ກວດກາສະພາບພາຫະນະ, ເຕັກນິກ, ໃບເສຍຄ່າທາງ, ໃບຂັບຂີ່ ແລະ ເອກະສານຕ່າງໆ, ເຊິ່ງເຫັນວ່ານັກຂັບຂີ່ສ່ວນຫລາຍຍັງຖືເບົາ, ຂາດຄວາມເອົາໃຈໃສ່ໃນການກວດກາສະພາບພາຫະນະຂອງຕົນເອງ, ດັດ-ແປງສະພາບລົດຄື: ບໍ່ໃສ່ແວ່ນລົດ, ໃສ່ທໍ່ສຽງດັງ, ຜູ້ຂັບຂີ່ບໍ່ໃສ່ໝວກກັນກະທົບ, ບໍ່ໃສ່ປ້າຍທະບຽນ ຫລື ຖ້າເປັນລົດດາວ ເມື່ອຮອດກໍານົດປ່ຽນປ້າຍ ແຕ່ຜູ້ກ່ຽວບໍ່ປ່ຽນ ເຊິ່ງທັງໝົດນີ້, ເປັນສາເຫດເຮັດໃຫ້ເກີດມີສະພາບຫຍໍ້ທໍ້ໃນສັງຄົມ ແລະ ກໍລະນີພົບເຫັນຜູ້ຂັບຂີ່ລະເມີດລະບຽບຈະລາຈອນດັ່ງກ່າວແມ່ນຈະໄດ້ປັບໄໝຕາມດໍາລັດ 188/ນຍ ວາງອອກຢ່າງເຂັ້ມງວດ.