ອຸຕຸເຕືອນໃຫ້ກຽມຮັບມືວັນທີ 11-15 ກັນຍານີ້ຈະມີຝົນຕົກເປັນບໍລິເວນກວ້າງຢູ່ພາກກາງ ແລະ ພາກໃຕ້ລາວ


ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນວ່າ: ໃນລະຫວ່າງວັນທີ 12-15 ກັນຍານີ້, ຈະມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງຢູ່ເຂດພາກກາງ ແລະ ພາກໃຕ້, ເນື່ອງຈາກຄວາມກົດດັນຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ທຸກພາກຂອງປະເທດ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກໍາລັງແຮງປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກ ແລະ ລົມພັດແຮງຢູ່ຫລາຍທ້ອງຖິ່ນ.




ສໍາລັບສະພາບອາກາດແຕ່ລະພາກມີດັ່ງນີ້: ພາກເໜືອດ້ານຕາເວັນອອກຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 19-32 ອົງສາ. ພາກເໜືອດ້ານຕາເວັນຕົກ ອາກາດຈະຮ້ອນ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 23-35 ອົງສາ. ພາກກາງ ອາກາດຈະຮ້ອນຂຶ້ນ ແລະ ມີຝົນຕົກໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມແຕ່ 22-34 ອົງສາ.
ສະເພາະເຂດແຂວງໄຊສົມບູນ, ຫລັກ20, ເມືອງວຽງທອງ ແລະ ເມືອງນາກາຍ ຈະມີຝົນຕົກໃນລະດັບຄ່ອຍ, ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມແຕ່ 18-27 ອົງສາ.
ພາກໃຕ້ອາກາດຈະຮ້ອນ ແລະ ຝົນຈະສືບຕໍ່ຕົກໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມແຕ່ 22-33 ອົງສາ. ສໍາລັບເຂດພູພຽງບໍລະເວນ ຈະມີຝົນໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດ ອຸນຫະພູມແຕ່ 14-24 ອົງສາ ແລະ ຢູ່ນະຄອນຫລວງວຽງຈັນ ອາກາດຈະຮ້ອນ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ, ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມແຕ່ 24-35 ອົງສາ.