ສະຫະລັດມີຄວາມຫວັງຈະໄດ້ຮັບການເຈລະຈາກັນຄືນໃໝ່ກັບ ສປປ ເກົາຫຼີ ໃນໄວໆນີ້

ສະຫະລັດມີຄວາມຫວັງຈະໄດ້ຮັບການເຈລະຈາກັນຄືນໃໝ່ກັບ ສປປ ເກົາຫຼີ ໃນໄວໆນີ້ - 24897 - ສະຫະລັດມີຄວາມຫວັງຈະໄດ້ຮັບການເຈລະຈາກັນຄືນໃໝ່ກັບ ສປປ ເກົາຫຼີ ໃນໄວໆນີ້
ສະຫະລັດມີຄວາມຫວັງຈະໄດ້ຮັບການເຈລະຈາກັນຄືນໃໝ່ກັບ ສປປ ເກົາຫຼີ ໃນໄວໆນີ້ - kitchen vibe - ສະຫະລັດມີຄວາມຫວັງຈະໄດ້ຮັບການເຈລະຈາກັນຄືນໃໝ່ກັບ ສປປ ເກົາຫຼີ ໃນໄວໆນີ້

ຮຽບຮຽງໂດຍ: ລູກເມືອງພວນ

ວໍຊິງຕັນ ມີຄວາມຫວັງຈະໄດ້ຮັບການເຈລະຈາບັນຫາປອດນິວເຄຣຍກັບພຽງຢາງໃນສອງສາມວັນຂ້າງໜ້າ ຫຼື ໃນອາທິດໜ້ານີ້. ລັດຖະມົນຕີການຕ່າງປະເທດສະຫະລັດ Mike Pompeo ໃຫ້ສຳພາກຕໍ່ສຳນັກຂ່າວ ABC ໃນວັນທີ 8 ກັນຍານີ້ວ່າ: “ ພວກເຮົາເຂົ້າໃຈດີວ່າວ່າ ປະທານປະເທດ ສປປ ເກົາຫຼີ ກີມຈອງອູນໄດ້ໃຫ້ຄຳໝັ້ນສັນຍາວ່າຈະໃຫ້ປອດນິວເຄຣຍຢູ່ແຫຼມເກົາຫຼີ. ພວກເຮົາມີຄວາມຫວັງວ່າໃນສອງສາມວັນຂ້າງໜ້ານີ້ ຫຼື ໃນອາທິດທີ່ຈະມາເຖິງນີ້, ພວກເຮົາຈະໄດ້ນັ່ງໂຕະເຈລະຈາກັບ ສ ປປ ເກົາຫຼີ. ອັນນັ້ນແມ່ນຄວາມຫວັງສຸດທ້າຍຂອງພວກເຮົາ ”

ສະຫະລັດມີຄວາມຫວັງຈະໄດ້ຮັບການເຈລະຈາກັນຄືນໃໝ່ກັບ ສປປ ເກົາຫຼີ ໃນໄວໆນີ້ - Visit Laos Visit SALANA BOUTIQUE HOTEL - ສະຫະລັດມີຄວາມຫວັງຈະໄດ້ຮັບການເຈລະຈາກັນຄືນໃໝ່ກັບ ສປປ ເກົາຫຼີ ໃນໄວໆນີ້

ລັດຖະມົນການຕ່າງປະເທດສະຫະລັດ, ຍອມຮັບການຍິງທົດລອງລູກສອນໄຟໄລຍະສັ້ນທີ່ຜ່ານມາຂອງ ສ ປປ ເກົາຫຼີ, ຜູ້ນຳ ສປປ ເກົາຫຼີ ບໍ່ໄດ້ລ່ວງລະເມີດຄຳໝັ້ນສັນຍາກັບປະທານາທິບໍດີສະຫະລັດ ດໍໂນທຣຳ ແລະ ເປົ້າໝາຍຂອງຂອງສະຫະລັດຍັງແມ່ນການປອດນິວເຄຣຍໃນແຫຼມເກົາຫຼີ.

ທ່ານ Pompeo ໃຫ້ຮູ້ວ່າ: “ ປະທານາທິບໍດີຈະເສຍຄວາມຕັ້ງໃຈ ຖ້າປະທານ ກີມຈອງອູນຫາກບໍ່ກັບຄືນເຂົ້າສູ່ໂຕະເຈລະຈາ ຫຼື ຫາກຍັງຍິງທົດລອງລູກສອນໄຟທີ່ຂັດກັບຂໍ້ຕົກລົງໃນການເຈລະຈາກັນສາມຄັ້ງທີ່ຜ່ານມາ ”

ການເຈລະຈາເພື່ອແນໃສ່ລົບລ້າງໂຄງການນິວເຄຣຍ ແລະ ລູກສອນໄຟຂອງ ສປປ ເກົາຫຼີ ຖືກສະງັກງັນລົງນັບຕັ້ງແຕ່ກອງປະຊຸມສຸດຍອດທີ່ຫວຽດນາມບໍ່ໄດ້ຮັບຜົນສຳເລັດເປັນຕົ້ນມາ

ໃນໄລຍະສອງເດືອນຜ່ານມາ, ສປປ ເກົາຫຼີ ໄດ້ຍິງທົດລອງລູກສອນໄຟໄລຍະສັ້ນຫຼາຍຄັ້ງ ເພື່ອປະທ້ວງການຊ້ອມຮົບຮ່ວມສະຫະລັດ – ສ ເກົາຫຼີ ແລະ ການທີ່ ເຊອູນ ຮັບເອົາອາວຸດຊະນິດໃໝ່ຈາກວໍຊິງຕັນ ໄດ້ເຮັດໃຫ້ການກັບຄືນມາເຈລະຈາມີຄວາມຫຍຸ້ງຍາກຂຶ້ນ.

ສະຫະລັດມີຄວາມຫວັງຈະໄດ້ຮັບການເຈລະຈາກັນຄືນໃໝ່ກັບ ສປປ ເກົາຫຼີ ໃນໄວໆນີ້ - 24897 - ສະຫະລັດມີຄວາມຫວັງຈະໄດ້ຮັບການເຈລະຈາກັນຄືນໃໝ່ກັບ ສປປ ເກົາຫຼີ ໃນໄວໆນີ້

ສະຫະລັດມີຄວາມຫວັງຈະໄດ້ຮັບການເຈລະຈາກັນຄືນໃໝ່ກັບ ສປປ ເກົາຫຼີ ໃນໄວໆນີ້ - 5 - ສະຫະລັດມີຄວາມຫວັງຈະໄດ້ຮັບການເຈລະຈາກັນຄືນໃໝ່ກັບ ສປປ ເກົາຫຼີ ໃນໄວໆນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!