ຊານ ເລີແຄ ຄວ້າແຊ້ມແບນຊິກ ກຣັງປຣີ ໃຫ້ທີມ ເຟີຣາຣີໄດ້ສຳເລັດ


ຊານ ເລີແຄ ນັກຂັບຈາກ ໂມນາໂກ ຄວ້າແຊ້ມທຳ ອິດໃຫ້ກັບທີມເຟີຣາຣີ ໄດ້ ສຳເລັດ.
ການແຂ່ງຂັນລົດສູດ 1 ຫຼື ຟໍມູ ລາ1 2019 ຊິງແຊ້ມ ໂລກສະໜາມທີ 13 ແບນ ຊິກ ກຣັງປຣີ ທີ່ສະໜາມເຊີກິດເດິ ສະປາ- ຟຣອງ ໂກຊອງ ປະເທດ ແບນຊິກ ເມື່ອ ວັນທີ 1 ຜ່ານມາ ເປັນການແຂ່ງຂັນໃນ ຮອບຊິງຊະນະເລີດ (Main Race) ໂດຍກ່ອນ ການແຂ່ງຂັນໄດ້ມີການຢືນໄວ້ ອາໄລໃຫ້ກັບ ອອງ ຕຣວນ ຮູແບນັກແຂ່ງ ລົດສູດ2 ຫຼື ຟໍມູລາ2 ຈາກ ຝຣັ່ງທີ່ ປະສົບ ອຸປະຕິເຫດເສຍຊີວິດລະຫວ່າງຊ່ວງການ ແຂ່ງຂັນລາຍການ ແບນຊິກ ກຣັງປຣີ ເມື່ອ ວັນທີ 31 ສິງຫາ ທີ່ຜ່ານມາ
ສະຫຼຸບຜົນການ ແຂ່ງຂັນລົດສູດ1 ຫຼື ຟໍມູລາ1 ຊິງແຊ້ມໂລກສະໜາມທີ 13 ແບນຊິກ
ກຣັງປຣີ
1. ຊານ ເລີແຄ ຈາກໂມນາໂກ ທີມເຟີຣາຣີ ສາມາດເຮັດເວລາໄດ້ 1:46.664 ຊົ່ວໂມງ
2. ລູອິສ ແຮມິນຕັນ ຈາກສະຫາຣາຊອານາຈັກ ທີມເມີເຊເດສ ເອເອັມຈີ ຕາມຫຼັງ0.981 ວິນາທີ
3. ວັນເທຣີ ບອດທາດ ຈາກ ແຟັກລັງ ທີມເມີເຊເດສ ເອເອັມຈີ ຕາມຫຼັງ 12.5858 ວິນາທີ
4. ເຊບາສຕຽນ ເວດເທວ ຈາກເຢຍລະມັນ ທີມເຟີຣາຣີ ຕາມຫຼັງ 26.422
5. ອາເລັກຊານເດີ ອັລບອນ ອັງສຸສິງ ຈາກໄທ ທີມເຣດບລູ ເຣສຊິງ ຮອນດາ ຕາມຫຼັງ81.325 ວິນາທີ

