ລັດ​ປັບລົງລາຄາ​ນ້ຳມັນເຊື້ອໄຟ

ລັດ​ປັບລົງລາຄາ​ນ້ຳມັນເຊື້ອໄຟ - 1122 - ລັດ​ປັບລົງລາຄາ​ນ້ຳມັນເຊື້ອໄຟ
ລັດ​ປັບລົງລາຄາ​ນ້ຳມັນເຊື້ອໄຟ - kitchen vibe - ລັດ​ປັບລົງລາຄາ​ນ້ຳມັນເຊື້ອໄຟ

ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ອອກ​ແຈ້ງ​ການ​ໃຫ້​ບັນດາ​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ທົ່ວ​ປະ​ເທດປັບລົງລາຄາ​ຂາຍຍ່ອຍ​ນ້ຳມັນ​ເຊື້ອ​ໄຟ​ໃຫ້​ເປັນ​ເອກະ​ພາບ​ຄື: ປັບລົງລາຄານໍ້າມັນແອັດຊັງພິເສດ 10 ກີບ, ແອັດຊັງທໍາມະດາ 30 ກີບ ແລະ ກາຊວນ 60 ກີບຕໍ່ລິດ. ຂະນະດຽວ​ກັນ ໄດ້ປັບ​ເພີ່ມ​ຄັງ​ແຮ​ນໍ້າມັນ​ເຊື້ອ​ໄຟ​ແຕ່ລະປະ​ເພດຈໍານວນ 10, 50 ​ແລະ 50 ກີບຕໍ່​ລິດ​ຕາມ​ລໍ​າດັບ, ພ້ອມ​ທັງ​ເພີ່ມ​ກໍາ​ໄລ​ຂາຍຍົກ ​ແລະ ບໍລິການ​ປໍ້າຈໍານວນ 10 ກີບ​ຕໍ່​ລິດ​ຕໍ່​ປະ​ເພດ​ນໍ້າມັນ, ໂດຍລາຄາ​ໃໝ່​ນີ້​ແມ່ນ​ໄດ້​ເລີ່​ມປະຕິບັດ​ແຕ່​ວັນ​ທີ 2 ກັນຍານີ້​ເປັນຕົ້ນ​ໄປ.

ສ່ວນ​ການ​ຄິດ​ໄລ່​ເສຍ​ພັນ​ທະ ​ແລະ ຄ່າ​ທໍານຽມ​ຕ່າງໆ​ແມ່ນ​ໃຫ້​ຄິດ​ໄລ່​ຕາມ​ໂຄງ​ສ້າງ​ລາຄາ​ນໍ້າມັນ​ເຊື້ອ​​​​ໄຟສະບັບເລກທີ 0984/ກຄພນ.ຄສລ ລົງວັນທີ 2 ກັນຍາ 2019 ຈົນ​ກວ່າ​ຈະ​ມີ​ກາ​ນປ່ຽນ​ແປງ ​ແລະ ຈະ​ເຮັດ​ໃຫ້​ລາຄາ​ນ້ຳມັນ​ຢູ່​ບັນດາແຂວງຕ່າງໆມີ​ດັ່ງ​ນີ້:

ລັດ​ປັບລົງລາຄາ​ນ້ຳມັນເຊື້ອໄຟ - Visit Laos Visit SALANA BOUTIQUE HOTEL - ລັດ​ປັບລົງລາຄາ​ນ້ຳມັນເຊື້ອໄຟ

ນະຄອນຫລວງວຽງຈັນ: ແອັດຊັງພິເສດ 10.250, ແອັດຊັງທໍາມະດາ 8.910 ແລະ ກາຊວນ 8.560 ກີບຕໍ່ລິດ,

ຜົ້ງສາລີ: ແອັດຊັງທໍາມະດາ 9.670 ແລະ ກາຊວນ 9.320 ກີບຕໍ່ລິດ,

ຫລວງນໍ້າທາ: ແອັດຊັງທໍາມະດາ 9.270 ແລະ ກາຊວນ 8.920 ກີບຕໍ່ລິດ,

ອຸດົມໄຊ: ແອັດຊັງພິເສດ 10.730, ແອັດຊັງທໍາມະດາ 9.390 ແລະ ກາຊວນ 9.040 ກີບຕໍ່ລິດ,

ບໍ່ແກ້ວ: ແອັດຊັງພິເສດ 10.350, ແອັດຊັງທໍາມະດາ 9.010 ແລະ ກາຊວນ 8.660 ກີບຕໍ່ລິດ,

ຫລວງພະບາງ: ແອັດຊັງພິເສດ 10.650, ແອັດຊັງທໍາມະດາ 9.310 ກາຊວນ 8.960 ກີບຕໍ່ລິດ,

ໄຊຍະບູລີ: ແອັດຊັງພິເສດ 10.500, ແອັດຊັງທໍາມະດາ 9.160 ແລະ ກາຊວນ 8.810 ກີບຕໍ່ລິດ,

ຫົວພັນ: ແອັດຊັງທໍາມະດາ 9.310 ແລະ ກາຊວນ 8.960 ກີບຕໍ່ລິດ,

ຊຽງຂວາງ: ແອັດຊັງທໍາມະດາ 9.100 ແລະ ກາຊວນ 8.750 ກີບຕໍ່ລິດ,

ແຂວງວຽງຈັນ: ແອັດຊັງພິເສດ 10.250, ແອັດຊັງທໍາມະດາ 8.910 ແລະ ກາຊວນ 8.560 ກີບຕໍ່ລິດ,

ບໍລິຄໍາໄຊ: ແອັດຊັງພິເສດ 10.330, ແອັດຊັງທໍາມະດາ 8.990 ແລະ ກາຊວນ 8.640 ກີບຕໍ່ລິດ,

ຄໍາມ່ວນ: ແອັດຊັງພິເສດ 10.280, ແອັດຊັງທໍາມະດາ 8.940 ແລະ ກາຊວນ 8.590 ກີບຕໍ່ລິດ,

ສະຫວັນນະເຂດ: ແອັດຊັງພິເສດ 10.280, ແອັດຊັງທໍາມະດາ 8.940 ແລະ ກາຊວນ 8.590 ກີບຕໍ່ລິດ,

ສາລະວັນ: ແອັດຊັງພິເສດ 10.460, ແອັດຊັງ ທໍາມະດາ 9.120 ແລະ ກາຊວນ 8.770 ກີບຕໍ່ລິດ,

ຈໍາປາສັກ: ແອັດຊັງພິເສດ 10.310, ແອັດຊັງທໍາມະດາ 8.970 ແລະ ກາຊວນ 8.620 ກີບຕໍ່ລິດ, ເຊກອງ: ແອັດຊັງທໍາມະດາ 9.150 ແລະ ກາຊວນ 8.800 ກີບຕໍ່ລິດ,

ອັດຕະປື: ແອັດຊັງພິເສດ 10.490, ແອັດຊັງທໍາມະດາ 9.150 ແລະ ກາຊວນ 8.800 ກີບຕໍ່ລິດ ແລະ ໄຊສົມບູນ ແອັດຊັງທໍາມະດາ 9.150 ແລະ ກາຊວນ 8.880 ກີບຕໍ່ລິດ.

ລັດ​ປັບລົງລາຄາ​ນ້ຳມັນເຊື້ອໄຟ - 3 - ລັດ​ປັບລົງລາຄາ​ນ້ຳມັນເຊື້ອໄຟ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!