ປະຊາຊົນບ້ານເຕົ່າ-ສະແງເລັ່ງສ້ອມແປງເຮືອນຫລັງຖືກພະຍຸພັດເປ່ເພ

- kitchen vibe - ປະຊາຊົນບ້ານເຕົ່າ-ສະແງເລັ່ງສ້ອມແປງເຮືອນຫລັງຖືກພະຍຸພັດເປ່ເພ

- 17311609 1246293802133285 85266404 o 300x225 - ປະຊາຊົນບ້ານເຕົ່າ-ສະແງເລັ່ງສ້ອມແປງເຮືອນຫລັງຖືກພະຍຸພັດເປ່ເພ
  ແຫລ່ງຂ່າວທ້ອງຖິ່ນ ໃຫ້ຮູ້ວ່າ: ປັດຈຸບັນປະຊາຊົນບ້ານເຕົ່າ ແລະ ບ້ານສະແງ, ເມືອງນາໝໍ້, ແຂວງອຸດົມໄຊຫລາຍກວ່າ 50 ຄອບຄົວ, ພວມເລັ່ງສ້ອມແປງເຮືອນຊານຂອງຕົນທີ່ໄດ້ຮັບຜົນກະທົບ ແລະ ເປ່ເພຈາກລົມພະຍຸພັດຜ່ານຢ່າງຮຸນແຮງເມື່ອທ້າຍອາທິດຜ່ນມານີ້.

ຕາມການລາຍງານຂອງອໍານາດການປົກຄອງບ້ານທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດຄັ້ງນີ້ ໃຫ້ຮູ້ວ່າ: ເວລາປະມານ 18:00 ໂມງຂອງວັນທີ 9 ມີນາຜ່ານມາ, ໄດ້ເກີດມີລົມພະຍຸພັດຢ່າງແຮງ, ອັນໄດ້ເຮັດໃຫ້ສິ່ງປຸກສ້າງ ແລະ ສວນປູກພືດຂອງປະຊາຊົນໄດ້ຮັບຜົນເສຍຫາຍເປັນຈໍານວນຫລາຍຄື: ໂຮງຮຽນເປ່ເພ 3 ຫລັງ, ເຮືອນຫລາຍກວ່າ 50 ຫລັງໄດ້ຮັບຄວາມເສຍຫາຍ, ໃນນີ້ມີ 15 ຫລັງແມ່ນເປ່ເພໜັກ. ນອກຈາກນີ້ຍັງມີເລົ້າເຂົ້າ ແລະ ຕົ້ນກ້ວຍລົ້ມເສຍຫາຍຈໍານວນໜຶ່ງ, ແຕ່ໂຊກດີເຫດການຄັ້ງນີ້ບໍ່ມີຜູ້ເສຍຊີວິດ, ມີພຽງຊາວບ້ານຈໍານວນໜຶ່ງໄດ້ຮັບບາດເຈັບເລັກໜ້ອຍຍ້ອນຖືກເສດໄມ້ຕົກໃສ່ ແລະ ພາຍຫລັງລົມພະຍຸໄດ້ສະຫງົບລົງ, ທ່ານຮອງເຈົ້າເມືອງນາໝໍ້ກໍໄດ້ນໍາພາໜ່ວຍງານກ່ຽວຂ້ອງຂອງເມືອງລົງມາຕິດຕາມກວດກາຜົນກະທົບຈາກໄພທໍາມະຊາດດັ່ງກ່າວຢ່າງຮີບດ່ວນ, ພ້ອມທັງໄດ້ມອບເຄື່ອງຊ່ວຍເຫລືອປະເພດເຄື່ອງນຸ່ງຫົ່ມຈໍານວນໜຶ່ງໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດຄັ້ງນີ້, ພ້ອມທັງໂອ້ລົມໃຫ້ກໍາລັງໃຈ ແລະ ຊຸກຍູ້ໃຫ້ມີຄວາມສາມັກຄີຮັກແພງຊ່ວຍເຫລືອ

- Visit Laos Visit SALANA BOUTIQUE HOTEL - ປະຊາຊົນບ້ານເຕົ່າ-ສະແງເລັ່ງສ້ອມແປງເຮືອນຫລັງຖືກພະຍຸພັດເປ່ເພ

ເຊິ່ງກັນ ແລະ ກັນ ເພື່ອສ້ອມແປງເຮືອນຊານທີ່ເປ່ເພໃຫ້ກັບສູ່ສະພາບປົກະຕິໂດຍໄວ, ພ້ອມທັງເນັ້ນໃຫ້ອໍານາດການປົກຄອງບ້ານລາຍງານການແກ້ໄຂຜົນກະທົບຈາກໄພທໍາມະຊາດຄັ້ງນີ້ໃຫ້ເມືອງຊາບເປັນໄລຍະເພື່ອຊອກຫາວິທີແກ້ໄຂໃຫ້ທັນເວລາ.

- 5 - ປະຊາຊົນບ້ານເຕົ່າ-ສະແງເລັ່ງສ້ອມແປງເຮືອນຫລັງຖືກພະຍຸພັດເປ່ເພ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!