ປະເພນີບຸນຫໍ່ເຂົ້າປະດັບດິນ
ໂດຍ: ອິດສະຫຼະ.
ບຸນຫໍ່ເຂົ້າປະດັບດິນ ແມ່ນອີກປະເພນີໜຶ່ງໃນການເຮັດບຸນ, ເຊິ່ງນອນຢູ່ໃນຮີດທີ9ທີ່ເຄີຍເຮັດສືບທອດກັນມາແຕ່ບູຮານນະການ, ໂດຍຈະໄດ້ຈັດຂຶ້ນໃນເດືອນ9ດັບຂອງທຸກໆປີ ເພື່ອອຸທິດສ່ວນບຸນກຸສົນໄປໃຫ້ແກ່ຍາດຕິພີ່ນ້ອງ, ພໍ່ແມ່, ຜົວ-ເມຍ, ລຸງປ້າອາວອາ ແລະ ເປຕະຊົນ(ເຜດ)ທີ່ລ່ວງລັບໄປແລ້ວນັ້ນ, ໃຫ້ໄດ້ມີສ່ວນອະນຸໂມທະນາໃນສ່ວນບຸນກຸສົນ ເພື່ອຈະໄດ້ໄປເກີດຕາມຍະຖາກໍາຂອງຕົນ. ບຸນຫໍ່ເຂົ້າປະດັບດິນເປັນການເຈຕະນາເຮັດຢ່າງກວ້າງຂວາງ ແລະ ບໍ່ມີການຂີ້ຖີ່ຫວງແຫນ, ເຊິ່ງໃນມື້ນັ້ນ ແມ່ນແຕ່ນົກກາ, ໝູໝາ, ເປັດໄກ່ ແລະ ແມງໄມ້ທຸກຊະນິດ ກໍຈະໄດ້ກິນກັນຢ່າງອີ່ມໜໍາສໍາ
ລານທັງນັ້ນ, ເພາະຢູ່ຕາມຕົ້ນໄມ້ໃບຫຍ້າ, ທັງໃນວັດ-ນອກວັດ ກໍຈະເຕັມໄປດ້ວຍເຂົ້າປາອາຫານ ທັງຂອງສົ້ມ, ຂອງຄາວ ແລະ ຂອງຫວານທີ່ຖືກວາງ ແລະ ຫ້ອຍໄວ້ເປັນຈໍານວນຫຼວງຫຼາຍ.
ສໍາລັບປີນີ້, ກໍຈະໄດ້ຈັດຂຶ້ນໃນວັນທີ 29ເດືອນເກົ້າລາວ ແຮມ 13ຄໍ່າ ເປັນມື້ຕັ້ງ ແລະ ແຮມ14ຄໍ່າ ເປັນມື້ຕັກບາດຢາດນໍ້າ ແລະ ຖວາຍສັງຄະທານ, ເຊິ່ງອອກຕົນຍາດໂຍມ ແລະ ຊາວພຸດທັງຫຼາຍນັບແຕ່ເໜືອຮອດໃຕ້ ກໍຈະພາກັນຫ້າງຫາກະກຽມວັດຖຸປັດໃຈຕ່າງໆໃນການເຮັດບຸນສິນກິນທານເຊັ່ນ: ເຄື່ອງຫວານຂອງຄາວ, ຫໍ່ເຂົ້າຕົ້ມ, ເຂົ້າໜົມ, ນໍ້າອ້ອຍ, ນໍ້າຕານ, ຄຳໝາກ, ….ຕາມທີ່ເພິ່ນເຄີຍເຮັດໃນທຸກໆປີຜ່ານມາ ອາຫານເຫຼົ່ານັ້ນ, ກໍຈະໄດ້ແບ່ງອອກເປັນສີ່ສ່ວນດ້ວຍກັນຄື: ສ່ວນທີ 1ເອົາໄວ້ກິນພາຍໃນຄອບຄົວສ່ວນທີ 2ແບ່ງປັນໃຫ້ແກ່ຍາດຕິພີ່ນ້ອງບ້ານໃກ້ເຮືອນຄຽງ, ສ່ວນທີ 3ອຸທິດໄປໃຫ້ແກ່ຍາດພີ່ນ້ອງ ແລະ ເຈົ້າກໍານາຍເວນທີ່ລ່ວງລັບໄປແລ້ວ ແລະ ສ່ວນທີ 4ຕັກບາດຖວາຍພະສົງ. ເມື່ອເຖິງຂ້ອນຄືນຂອງມື້ ແຮມ13ຄໍ່າ ເດືອນເກົ້າດັບ ເພິ່ນກໍໄດ້ຈັດເອົາສ່ວນທີ່ຈະອຸທິດຫາຍາດພີ່ນ້ອງນັ້ນ ໃສ່ກະບຸງກະຕ່າເອົາໄປຫ້ອຍໄວ້ງ່າໄມ້, ວາງໄວ້ຕາມຂ້າງໂບດ, ຂ້າງສິມ ແລະ ຕາມດິນຕາມຫຍ້າ ຖືວ່າໄດ້ອຸທິດຜົນບຸນໄປແລ້ວ, ຄັນແຈ້ງສະຫວ່າງເປັນມື້ໃໝ່ແຮມ 14ຄໍ່າ ເພິ່ນກໍຈັດແຈງເອົາສ່ວນທີ່ຈັດໄວ້ຖວາຍພະສົງນັ້ນ ລົງໄປຊຸມນຸມກັນຢູ່ທີ່ສາລາໂຮງທໍາ ແລ້ວພາກັນໄຫວ້ພະຮັບສິນ ຕັກບາດຖວາຍສັງຄະທານຟັງເທດສະຫຼອງ ແລະ ຟັງເທດອື່ນໆຕາມແຕ່ເຈົ້າສັດທາຈະຕົກລົງກັນ ເປັນອັນວ່າເສັດພິທີທາງສາສະໜາ.
ຢ່າງໃດກໍຕາມ, ໃນການເຮັດບຸນສິນກິນທານຕ່າງໆນັ້ນ, ກໍແມ່ນເຮັດດ້ວຍຈິດໃຈຜ່ອງໃສຂາວສະອາດ, ນັບທັງວາຈາ ສຸພາບອອ່ນໂຍນ ແລະ ການນຸ່ງຖືຍິງ-ຊາຍກໍໃຫ້ສະອາດຈົບງາມ ແລະ ສຸພາບຮຽບຮ້ອຍດີ. ເວລາຕັກບາດກໍບໍ່ຄວນບຽດກັນຫຼາຍຫຼືຍາດຊີງກັນ ແລະ ເຮັດໃຫ້ເຄື່ອງຖວາຍທານຕົກເຮ່ຍໄດ້ ເບິ່ງແລ້ວບໍ່ສຸພາບງາມຕາ. ການເຮັດບຸນຕ້ອງມີສໍາມາທິ, ໃຈເຢັນ ບໍ່ຟ້າວຟັ່ງ ,ຕ້ອງຕັ້ງໃຈຮັບຟັງເທດ ແລະ ຮັບສິນຮັບພອນ ແລະ ຕັ້ງຈິດອະທິຖານ ຈຶ່ງຈະໄດ້ກຸສົນດີໜັກແລ. ອີກປະການໜຶ່ງ, ຕອນເຊົ້າມື້ຕັກບາດຍາດນໍ້າ ເປັນມື້ທີ່ອອກຕົນຍາດໂຍມມາເຕົ້າໂຮມກັນຈົນແໜ້ນອັ່ງ ສິ່ງທີ່ໜ້າເປັນຫ່ວງກໍຄືບ່ອນມ້ຽນເກີບ, ມັກຈະມີບັນຫາເລື່ອງເກີບເສຍ ແລະ ບັນຫາບ່ອນຈອດລົດກໍຍັງສັບສົນ ເຄີຍເຫັນຫຼາຍບ່ອນໃນປີຜ່ານມາ. ເພາະສະນັ້ນ, ບ້ານຕ້ອງເປັນເຈົ້າການ ແລະ ເຈົ້າສັດທາກວດກາເບິ່ງແຍງ ແລະ ຕ້ອງໄດ້ມີວິທີປັບປຸງ ແກ້ໄຂໃຫ້ທັນກັບສະພາບການ./.