ເຈົ້າໜ້າທີ່ຈະຮັບປະກັນໃຫ້ການສັນຈອນໃນມື້ ໄຂສົກຮຽນ ໃໝ່ໂລ່ງລ່ຽນ

ເຈົ້າໜ້າທີ່ຈະຮັບປະກັນໃຫ້ການສັນຈອນໃນມື້ ໄຂສົກຮຽນ ໃໝ່ໂລ່ງລ່ຽນ - 112233 1 - ເຈົ້າໜ້າທີ່ຈະຮັບປະກັນໃຫ້ການສັນຈອນໃນມື້ ໄຂສົກຮຽນ ໃໝ່ໂລ່ງລ່ຽນ
ເຈົ້າໜ້າທີ່ຈະຮັບປະກັນໃຫ້ການສັນຈອນໃນມື້ ໄຂສົກຮຽນ ໃໝ່ໂລ່ງລ່ຽນ - kitchen vibe - ເຈົ້າໜ້າທີ່ຈະຮັບປະກັນໃຫ້ການສັນຈອນໃນມື້ ໄຂສົກຮຽນ ໃໝ່ໂລ່ງລ່ຽນ

ຮອງຫົວໜ້າພະແນກຈະລາຈອນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເພື່ອ ຮັບປະກັນການສັນຈອນໄປ-ມາຂອງປະຊາຊົນມີຄວາມສະດວກປອດໄພໃນຊ່ວງ ໄລຍະເປີດສົກຮຽນໃໝ່ 2019-2020 ນີ້, ທາງພະແນກຈະລາຈອນໄດ້ວາງ ແຜນຈັດສົ່ງຕໍາຫລວດຈະລາຈອນລົງໄປປະຈໍາການຢູ່ຕາມສາຍທາງຕ່າງໆໃນ ຂອບເຂດນະຄອນຫລວງວຽງຈັນຈໍານວນ 119 ຈຸດ. ນັບທັງຈຸດທີ່ມີໂຮງຮຽນ ຕັ້ງຢູ່ຕາມແຄມທາງ 49 ຈຸດ ແລະ ຕາມປ້ອມຍາມຕ່າງໆ 49 ຈຸດ, ເພື່ອ ແນ່ໃສ່ຄວບຄຸມການສັນຈອນ ພ້ອມທັງອໍານວຍຄວາມສະດວກໃຫ້ແກ່ຜູ້ໃຊ້ລົດ ໃຊ້ຖະໜົນ, ໂດຍສະເພາະຜູ້ປົກຄອງ-ນັກຮຽນໃຫ້ສັນຈອນໄປ-ມາສະດວກສະ ບາຍ ແລະ ປອດໄພໃນໄລຍະເປີດສົກຮຽນໃໝ່ນີ້, ພ້ອມທັງຮຽກຮ້ອງໃຫ້ ເຂົາເຈົ້າປະຕິບັດລະບຽບຈະລາຈອນຢ່າງເຂັ້ມງວດຄື: ບໍ່ໃຫ້ຈອດລົດຢູ່ຕາມແຄມ ທາງຊະຊາຍເພາະຈະກີດຂວາງການສັນຈອນ ແລະ ມີຄວາມແອອັດ, ບໍ່ໃຫ້ໃຊ້ ຄວາມໄວໃນການຂັບຂີ່ເກີນມາດຕະຖານກໍານົດໄວ້, ກ່ອນຈະລ້ຽວຊ້າຍ-ຂວາ ຄວນເປີດໄຟສັນຍານທຸກຄັ້ງ, ໃນກໍລະນີຝົນຕົກຄວນຂັບຂີ່ລົດຢ່າງມີ ສະຕິ ແລະ ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ແລະ ທີ່ສໍາຄັນບໍ່ ຄວນໃຊ້ອາລົມຂອງຕົນເອງໄປໃນທາງລົບຕໍ່ຜູ້ຂັບຂີ່ອື່ນໆ.

ເຈົ້າໜ້າທີ່ຈະຮັບປະກັນໃຫ້ການສັນຈອນໃນມື້ ໄຂສົກຮຽນ ໃໝ່ໂລ່ງລ່ຽນ - IMG 4032 - ເຈົ້າໜ້າທີ່ຈະຮັບປະກັນໃຫ້ການສັນຈອນໃນມື້ ໄຂສົກຮຽນ ໃໝ່ໂລ່ງລ່ຽນ

ນອກນີ້, ທາງເຈົ້າໜ້າທີ່ຍັງຈະສຸມໃສ່ 5 ໜ້າວຽກຫລັກຄື: 1.) ເຜີຍແຜ່ ໂຄສະນາກົດໝາຍ ແລະ ໃຫ້ຄໍາແນະນໍາແກ່ນັກຂັບຂີ່ຢູ່ຕາມຈຸດຕ່າງໆ, 2.) ສຸມໃສ່ລະບາຍການສັນຈອນໄປ-ມາໃຫ້ມີຄວາມສະດວກ, 3.) ຈັດຕັ້ງສາຍກວດ ບໍ່ອະນຸຍາດໃຫ້ນັກຂັບຂີ່ຈອດລົດຊະຊາຍຢູ່ຕາມແຄມທາງ, 4.) ບັງຄັບໃຊ້ ກົດໝາຍເຊັ່ນ: ການປະຕິບັດກົດລະບຽບການຈະລາຈອນຂອງນັກຂັບຂີ່, ກວດ ທາດເຫລົ້າ, ກວດຄວາມໄວ ແລະ ອື່ນໆ, 5.) ປະຈໍາການຄອຍແຈ້ງ ເຫດຕະຫລອດ 24 ຊົ່ວໂມງ ພ້ອມແກ້ໄຂໃຫ້ທັນການ.

ເຈົ້າໜ້າທີ່ຈະຮັບປະກັນໃຫ້ການສັນຈອນໃນມື້ ໄຂສົກຮຽນ ໃໝ່ໂລ່ງລ່ຽນ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ຈະຮັບປະກັນໃຫ້ການສັນຈອນໃນມື້ ໄຂສົກຮຽນ ໃໝ່ໂລ່ງລ່ຽນ
ເຈົ້າໜ້າທີ່ຈະຮັບປະກັນໃຫ້ການສັນຈອນໃນມື້ ໄຂສົກຮຽນ ໃໝ່ໂລ່ງລ່ຽນ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ຈະຮັບປະກັນໃຫ້ການສັນຈອນໃນມື້ ໄຂສົກຮຽນ ໃໝ່ໂລ່ງລ່ຽນ
ເຈົ້າໜ້າທີ່ຈະຮັບປະກັນໃຫ້ການສັນຈອນໃນມື້ ໄຂສົກຮຽນ ໃໝ່ໂລ່ງລ່ຽນ - 3 - ເຈົ້າໜ້າທີ່ຈະຮັບປະກັນໃຫ້ການສັນຈອນໃນມື້ ໄຂສົກຮຽນ ໃໝ່ໂລ່ງລ່ຽນ
ເຈົ້າໜ້າທີ່ຈະຮັບປະກັນໃຫ້ການສັນຈອນໃນມື້ ໄຂສົກຮຽນ ໃໝ່ໂລ່ງລ່ຽນ - 4 - ເຈົ້າໜ້າທີ່ຈະຮັບປະກັນໃຫ້ການສັນຈອນໃນມື້ ໄຂສົກຮຽນ ໃໝ່ໂລ່ງລ່ຽນ
ເຈົ້າໜ້າທີ່ຈະຮັບປະກັນໃຫ້ການສັນຈອນໃນມື້ ໄຂສົກຮຽນ ໃໝ່ໂລ່ງລ່ຽນ - 5 - ເຈົ້າໜ້າທີ່ຈະຮັບປະກັນໃຫ້ການສັນຈອນໃນມື້ ໄຂສົກຮຽນ ໃໝ່ໂລ່ງລ່ຽນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!