ແມ່​ນໍ້າ​ຫລາຍ​ສາຍສູງ​ກາ​ຍ​ເຂດ​ລະວັງ​ໄພ​ແລ້ວ

- 8899 1 - ແມ່​ນໍ້າ​ຫລາຍ​ສາຍສູງ​ກາ​ຍ​ເຂດ​ລະວັງ​ໄພ​ແລ້ວ
- kitchen vibe - ແມ່​ນໍ້າ​ຫລາຍ​ສາຍສູງ​ກາ​ຍ​ເຂດ​ລະວັງ​ໄພ​ແລ້ວ

​ກົມ​ອຸຕຸ​ນິຍົມ ​ແລະ ອຸ​ທົກ​ກະສາ​ດ ລາຍ​ງານ​ວ່າ:​ ປັດຈຸບັນ ລະ​ດັບ​​ແມ່ນໍ້າ​ສາຍ​ຕ່າງໆ​ໄດ້​ສູງ​ກາຍເຂດລະວັງ​ໄພ​ແລ້ວ ຄື: ເຊຈໍ​າພອນ, ​ແກ້ງ​ກອກ​ແຂວງ​ສະຫວັນ​ນະ​ເຂດ ຢູ່​ລະດັບ 8,44 ​ແມັດ (​ເຂດ​ລະວັງ​​ໄພ 7,50 ​ແມັດ ​ແລະ ​ເຂດ​ອັນຕະລາຍ 8,50 ​ແມັດ), ລ່ອງ​ເຊ​ບັ້ງ​ໄຟ​ແຂວງ​ຄໍາ​ມ່ວນມີລະດັບ 19,14 ​ແມັດ (​ເຂດ​ລະວັງ​​ໄພ 17,50 ​ແມັດ ​ແລະ ​ເຂດ​ອັນ​ຕະລາຍ 18,50 ​ແມັດ), ຂົວ​ເຊ​ບັ້ງ​ໄຟມະຫາ​ໄຊ ​ໃນ​ລະດັບ 19,14 ​ແມັດ (​ເຂດລະວັງ​ໄພ 17,50 ​ແມັດ ​​ແລະ ​ເຂ​ດອັນຕະລາຍ 18,50 ​ແມັດ) ​ແລະ ຈຸ​ດ​ເຊ​ບັ້ງ​ໄຟ​ເຂດ​ຕົ້ນ​ແຫນລະດັບ​ນໍ້າ​ປັດຈຸບັນ 13,32 ​ແມັດ​ (​ເຂດ​ລະວັງ​ໄພ 12 ​ແມັດ ​ແລະ ​ເຂດອັນຕະລາຍ 13 ​ແມັດ.

- 5588 - ແມ່​ນໍ້າ​ຫລາຍ​ສາຍສູງ​ກາ​ຍ​ເຂດ​ລະວັງ​ໄພ​ແລ້ວ
- 4455 - ແມ່​ນໍ້າ​ຫລາຍ​ສາຍສູງ​ກາ​ຍ​ເຂດ​ລະວັງ​ໄພ​ແລ້ວ

ຂະນະ​ທີ່ນໍ້າ​​​ສາຍ​ອື່ນໆ​ກໍ​ມີ​ລະດັບ​ສູງ​ຂຶ້ນ​ກາຍລະດັບ​​​ເຕືອນ​​ໄພເຊັ່ນ​ກັນ ​ແລະ ຄາດ​ວ່າ​ຈະ​ສືບ​ຕໍ່ສູງ​ຂຶ້ນ​ຕື່ມ​ອີກ​, ​ເນື່ອງ​ຈາກ​ໃນ​ໄລຍະ​ເດືອນ​ສິງຫານີ້​ຝົນ​ຈະ​ຕົກເປັນ​ບໍລິ​ເວນ​ກວ້າງ​ຢູ່​ຫລາຍ​ທ້ອງ​ຖິ່ນ ​ແລະ ຕົກ​ໜັກ​ຢູ່​ແຂວງ​ພາກ​ເໜື​ອຫາ​ພາກ​ກາງ ຍ້ອນ​ຮ່ອງ​ຄວາມ​ກົດ​ດັນ​ອາກາ​ດຕໍ່າ​ຍັງ​ຈະ​ສືບ​ຕໍ່​ປົກ​ຄຸມ​ປະ​ເທດ​ລາວ​ດ້ວຍ​ກໍາລັງ​ປານ​ກາງ ສົມທົບ​ກັບລົ​ມ​ມໍ​ລະ​ສຸມ​ຕາ​ເວັນ​ຕົກ​ສຽງ​ໃຕ້ມີ​ກໍາລັງ​ແຮງ​ພັດ​ປົກ​ຄຸມ. ດັ່ງ​ນັ້ນ ຈຶ່ງ​ເຕືອນ​​ໃຫ້​ປະຊາຊົນ​​ທີ່ອາ​ໃສ​ຢູ່​ລຽບຕາມ​​ແມ່​ນໍ້າສາ​ຂາຕ່າ​ງໆຈົ່ງ​ມີ​ສະຕິລະວັງຕົວ ​ແລະ ​ມ້ຽນ​ມັດ​ວັດ​ຖຸສິ່ງ​ຂອງ,​ ສັດ​ລ້ຽງໄປ​ໄວ້ບ່ອນ​ປອດ​ໄພ, ພ້ອມທັງ​ໃຫ້ຕິດຕາມ​ຂ່າວ​ພະຍາກອນ​ອາກາດ ​ແລະ ລະດັບ​ນໍ້າ​ຈາກ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ​ເປັນ​ປະ​ຈໍາ​ໃນ​ຊ່ວງ​ລະດູຝົນ​ນີ້.

- Visit Laos Visit SALANA BOUTIQUE HOTEL - ແມ່​ນໍ້າ​ຫລາຍ​ສາຍສູງ​ກາ​ຍ​ເຂດ​ລະວັງ​ໄພ​ແລ້ວ
- 4 - ແມ່​ນໍ້າ​ຫລາຍ​ສາຍສູງ​ກາ​ຍ​ເຂດ​ລະວັງ​ໄພ​ແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!