MUL29 ວິຈິດຕາ ພອນວິໄລ ຄອງມົງກຸດ Miss Universe Laos 2019




ຄືນວັນທີ 24 ສິງຫານີ້, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຮ່ວມກັບບັນດາບໍລິສັດທີ່ສະໜັບສະໜູນໂຄງການປະກວດນາງສາວງາມລາວ 2019 (Miss Universe Laos 2019) ໄດ້ຈັດການປະກວດໃນຮອບຄັດເລືອກສຸດທ້າຍ ຂຶ້ນທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທັງເປັນຜູ້ຊີ້ນໍາໂຄງການປະກວດນາງສາວລາວລະດັບຊາດ ແລະ ທ່ານ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມມວນຊົນເຂົ້າຮ່ວມເປັນຈໍາ ນວນຫລາຍ.


ໂອກາດນີ້, ທ່ານ ບຸນຕາ ເທບພະວົງ ມີຄໍາເຫັນວ່າ: ໃນເມື່ອກ່ອນແມ່ຍິງລາວແມ່ນໄດ້ຄຽງບ່າຄຽງໄຫລ່ຕໍ່ສູ້ກູ້ຊາດສ້າງສາພັດທະນາປະເທດຊາດ, ລ້ຽງດູລູກຫລານໃຫ້ເຕີບໃຫຍ່ຂະຫຍາຍຕົວທຽບເທົ່າກັບຜູ້ຊາຍ, ເຊິ່ງໃນເວທີການປະກວດດັ່ງກ່າວນີ້ກໍເປັນມິຕິໃໝ່ໃຫ້ແມ່ຍິງລາວຈາກຄວາມເປັນລາວກ້າວສູ່ຄວາມທັນສະໄໝຂອງໂລກ ແລະ ເວທີອັນມີກຽດສູງສົ່ງຂອງແມ່ຍິງລາວທີ່ໄດ້ສະແດງອອກໃຫ້ເຫັນເຖິງຄວາມງາມ, ຄວາມສາມາດຂອງແມ່ຍິງລາວຄຽງຄູ່ກັບຄວາມເປັນຊາດລາວກ້າວສູ່ເວທີລະດັບພາກພື້ນ ແລະ ສາກົນໄດ້. ພ້ອມທັງເປັນການພັດທະນາຕົວເອງໃຫ້ມີຄວາມຮູ້ຄວາມສາມາດປະກອບສ່ວນເຂົ້າໃນການພັດທະນາສ້າງສາປະເທດຊາດບ້ານເມືອງໃຫ້ຈະເລີນສີວິໄລ.


ຜ່ານການຄັດເລືອກຕັດສິນຈາກຄະນະກໍາມະການໄດ້ແກ່ນາງ ວິຈິດຕາ ພອນວິໄລ (ເມ) ໝາຍເລກ MUL29 ໄດ້ຄອງຕຳແໜ່ງ Miss Universe Laos 2019 ພ້ອມມົງກຸດເພັດໄປຄອງໄດ້ຢ່າງສວຍງາມ.


ສ່ວນຮອງຊະນະເລີດອັນດັບທີ 1 ໄດ້ແກ່ນາງ ໄຜ່ທິດາ ໂພທິສານ (ຕຸຕູ່) ໝາຍເລກ MUL27


ແລະ ຮອງອັນດັບທີ 2 ໄດ້ແກ່ ນາງ ລັດຕະນາ ໝັ້ນວິໄລ (ແດງ) ໝາຍເລກ MUL26.

