ຈະລາຈອນຫລວງພະບາງເຕືອນໃຫ້ຫລີກລ່ຽງການເດີນທາງຜ່ານເສັ້ນທາງກາສີ-ເມືອງນານ ຊ່ວງລະດູຝົນນີ້


ຫົວຫນ້າພະແນກຈະລາຈອນແຂວງຫລວງພະບາງ ໄດ້ອອກມາເຕືອນຜູ້ທີ່ຈະເດີນທາງໄປພາກເໜືອໃນຊ່ວງລະດູຝົນນີ້, ໂດຍສະເພາະໄປແຂວງຫລວງພະບາງ ຄວນຫລີກລ່ຽງການນໍາໃຊ້ເສັ້ນທາງຕັດໃໝ່ (ພູ 9 ຫລັກ) ກາສີ-ເມືອງນານ, ເນື່ອງຈາກເສັ້ນທາງດັ່ງກ່າວຕັດຜ່ານພູສູງຊັນ, ໝື່ນ ແລະ ມີຫລາຍຈຸດເປເພ່ ເຊິ່ງເປັນອັນຕະລາຍ ແລະ ມີຄວາມສ່ຽງເກີດອຸປະຕິເຫດໄດ້, ໂດຍສະເພາະລົດຂົນສົ່ງ, ໂດຍສານ ຫລື ລົດບັນທຸກໜັກຕ່າງໆແມ່ນບໍ່ຄວນໃຊ້ເສັ້ນທາງນີ້ເດັດຂາດ, ຫລັງຈາກຜ່ານມາໄດ້ມີອຸປະຕິເຫດລົດຕົກລົງເຫວເປັນຈໍານວນຫລາຍລາຍແລ້ວ, ຊຶ່ງກໍລະນີລ່າສຸດແມ່ນອຸປະຕິເຫດທີ່ເກີດຂຶ້ນໃນວັນທີ 19 ສິງຫານີ້, ໂດຍລົດເມນໍາທ່ຽວໜຶ່ງມີນັກທ່ອງທ່ຽວຊາວຈີນ, ພ້ອມດ້ວຍພະນັກງານນໍາທ່ຽວຄົນລາວ ລວມທັງໝົດ 46 ຄົນ ໄດ້ເກີດເສຍຫລັກປີ້ນລົງເຫວເລິກປະມານ 100 ກວ່າແມັດໃນຈຸດຂົວນໍ້າງາວ, ເມືອງນານແຂວງຫລວງພະບາງຢ່າງຮຸນແຮງ, ສົ່ງຜົນໃຫ້ມີຜູ້ເສຍຊີວິດຄາທີ່ 13 ຄົນ.




ຫົວໜ້າຈະລາຈອນແຂວງດັ່ງກ່າວໃຫ້ຮູ້ວ່າ: ເສັ້ນທາງດັ່ງກ່າວແມ່ນສ້າງບໍ່ໄດ້ມາດຕະຖານ, ເນື່ອງຈາກເປັນເສັ້ນທາງຍຸດທະສາດຮັບໃຊ້ວຽກງານທາງການທະຫານ, ແຕ່ເມື່ອໄດ້ເປີດນໍາໃຊ້ກໍມີຜູ້ຂັບຂີ່ພາຫະນະນໍາໃຊ້ເສັ້ນທາງດັ່ງກ່າວເປັນຈໍານວນຫລາຍ, ເນື່ອງຈາກວ່າຊ່ວຍປະຢັດເວລາໃນການເດີນທາງລະຫວ່າງແຂວງວຽງຈັນຫາຫລວງພະບາງຫລຸດລົງເຖິງ
3-4 ຊົ່ວໂມງເມື່ອທຽບໃສ່ການນໍາໃຊ້ເສັ້ນທາງເກົ່າ (ເມືອງກາສີ-ເມືອງພູຄູນ), ແຕ່ຖ້າຫາກນັກຂັບຂີ່ມີຄວາມຈໍາເປັນໄດ້ເດີນທາງຜ່ານເສັ້ນທາງນີ້ ກໍຂໍໃຫ້ມີສະຕິລະມັດລະວັງທີ່ສຸດ, ໃຫ້ຄ່ອຍໄປຄ່ອຍມາ, ສະພາບເຕັກນິກລົດກໍຕ້ອງໃຫ້ຮັບປະກັນ, ໂດຍສະເພາະແມ່ນລະບົບຫ້າມລໍ້, ລະບົບເກ່ຍຕ້ອງດີ ເພື່ອຄວາມປອດໄພໃນການເດີນທາງ.