ອຸຕຸຄາດຄະເນອາກາດຈະຮ້ອນຂຶ້ນເລັກ​ໜ້ອຍ ໃນອາທິດນີ້.

ອຸຕຸຄາດຄະເນອາກາດຈະຮ້ອນຂຶ້ນເລັກ​ໜ້ອຍ ໃນອາທິດນີ້. - 2255 2 - ອຸຕຸຄາດຄະເນອາກາດຈະຮ້ອນຂຶ້ນເລັກ​ໜ້ອຍ ໃນອາທິດນີ້.
ອຸຕຸຄາດຄະເນອາກາດຈະຮ້ອນຂຶ້ນເລັກ​ໜ້ອຍ ໃນອາທິດນີ້. - kitchen vibe - ອຸຕຸຄາດຄະເນອາກາດຈະຮ້ອນຂຶ້ນເລັກ​ໜ້ອຍ ໃນອາທິດນີ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 18-21 ກໍລະກົດນີ້, ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະມີກໍາລັງແຮງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ພ້ອມດຽວກັນກະແສລົມຕາເວັນອອກສຽງໃຕ້ຈະເພີ່ມກໍາລັງແຮງຂຶ້ນປົກຄຸມຢູ່ແຂວງພາກກາງຫາພາກໃຕ້, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຂຶ້ນໃນຕອນບ່າຍຢູ່ແຕ່ລະພາກ ແລະ ຝົນຈະຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຢູ່ບາງທ້ອງຖິ່ນແຂວງພາກກາງຫາພາກໃຕ້.

ສະພາບອາກາດໃນແຕ່ລະພາກດັ່ງນີ້: ພາກເຫນືອດ້ານຕາເວັນອອກ: ອາກາດຮ້ອນຂຶ້ນໃນຕອນບ່າຍ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 23-37 ອົງສາ, ພາກກາງ: ອາກາດຈະຮ້ອນຂຶ້ນໃນຕອນບ່າຍ ແລະ ຈະມີຝົນຕົກໃນລະດັບຄ່ອຍຫາປານກາງ, ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 23-36 ອົງສາ, ພາກໃຕ້ ຈະມີຝົນຕົກໃນລະດັບຄ່ອຍ ເປັນບໍລິເວນກວ້າງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 23-36 ອົງສາ.

ອຸຕຸຄາດຄະເນອາກາດຈະຮ້ອນຂຶ້ນເລັກ​ໜ້ອຍ ໃນອາທິດນີ້. - Visit Laos Visit SALANA BOUTIQUE HOTEL - ອຸຕຸຄາດຄະເນອາກາດຈະຮ້ອນຂຶ້ນເລັກ​ໜ້ອຍ ໃນອາທິດນີ້.
ອຸຕຸຄາດຄະເນອາກາດຈະຮ້ອນຂຶ້ນເລັກ​ໜ້ອຍ ໃນອາທິດນີ້. - 3 - ອຸຕຸຄາດຄະເນອາກາດຈະຮ້ອນຂຶ້ນເລັກ​ໜ້ອຍ ໃນອາທິດນີ້.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!