ຍ້ອນຫຍັງສະພາບເປືະເປື້ອນ-ແອອັດເຂດຕະຫລາດເຊົ້າ-ຂົວດິນບໍ່ໄດ້ຮັບການແກ້ໄຂ

- kitchen vibe - ຍ້ອນຫຍັງສະພາບເປືະເປື້ອນ-ແອອັດເຂດຕະຫລາດເຊົ້າ-ຂົວດິນບໍ່ໄດ້ຮັບການແກ້ໄຂ

- Dirty way 300x214 - ຍ້ອນຫຍັງສະພາບເປືະເປື້ອນ-ແອອັດເຂດຕະຫລາດເຊົ້າ-ຂົວດິນບໍ່ໄດ້ຮັບການແກ້ໄຂ
   ຜູ້ທີ່ຜ່ານໄປມາ, ກໍຄືຊາວຄ້າຂາຍເຂດຕະຫລາດເຊົ້າ, ຕະຫຼາດຂົວດິນຕ່າງກໍຄົງຈະເຫັນສະພາບແວດລ້ອມເຂດດັ່ງກ່າວ, ໂດຍສະເພາະແມ່ນເສັ້ນທາງຄູວຽງເຂດຕິດກັບຄອງລະບາຍນ້ຳຕະຫລາດຂົວດິນຫາໜອງຈັນແມ່ນມີສະພາບແອອັດ ແລະ ເປີະເປື້ອນມາດົນແລ້ວ, ຊຶ່ງຜ່ານມາສື່ພວກເຮົາກໍເຄີຍນຳສະເໝີໄປແລ້ວຫລາຍຄັ້ງແຕ່ກໍບໍ່ໄດ້ຮັບການແກ້ໄຂ, ປັງປຸງແຕ່ຢ່າງໃດ, ຊ້ຳບໍ່ໜ່ຳນັບມື້ຍິ່ງມີສະພາບຊຸດໂຊມ ແລະ ແອອັດຫລາຍຂື້ນ, ເຫັນໄດ້ຈາກສະພາບແອອັດຂອງການຈອດລົດ ແລະ ການວາງຂາຍເຄື່ອງຕາມສອງຝາກທາງດັ່ງກ່າວທີ່ມີຄວາມແອອັດຢູ່ແລ້ວຍິ່ງເພີ່ມທະວີຂື້ນຕື່ມອີກ ແລະ ຍັງບໍ່ພໍບາງບ່ອນມີຮອດລົດໂດຍສານຈອດຮຽງກັນເຖິງສອງຄັນກໍມີ, ອັນໄດ້ເຮັດໃຫ້ສະພາບການສັນຈອນພົບຄວາມຫຍຸ້ງຍາກລຳບາກທີ່ສຸດ, ຊຶ່ງຜ່ານມາກໍມີສຽງຈົ່ມວ່າ ແລະ ວິພາກວິຈານຕ່າງໆຂອງສັງຄົມມາແລ້ວ, ແຕ່ສະພາບເປີະເປື້ອນແອອັດຢູ່ເຂດນີ້ຍັງບໍ່ໄດ້ຮັບການແກ້ໄຂ, ໂດຍສະເພາະແມ່ນການຖີ້ມຂີ້ເຫຍື້ອແບບຊະຊາຍຂອງຊາວຄ້າຂາຍ, ເບິ່ງຄືວ່າພາກສ່ວນກ່ຽວຂ້ອງບໍ່ຫົວຊ້າກັບສະພາບດັ່ງກ່າວ, ຖ້າເປັນແນວນີ້ກໍຈະເຮັດໃຫ້ການຈັດຕັ້ງປະຕິບັດນະໂຍບາຍ ສ.ສະອາດ ຂອງນະຄອນຫຼວງວຽງຈັນດຳເນີນໄປໄດ້ຍາກ ແລະ ຍັງສົ່ງຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມ ແລະ ສັງຄົມອີກດ້ວຍ, ສະນັ້ນອີກເທື້ອໜຶ່ງຂໍສະເໜີໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນແກ້ໄຂສະພາບດັ່ງກ່າວໂດຍໄວ, ໃຫ້ສົມກັບເປັນເມືອງເອກຂອງປະເທດ.

- 3 - ຍ້ອນຫຍັງສະພາບເປືະເປື້ອນ-ແອອັດເຂດຕະຫລາດເຊົ້າ-ຂົວດິນບໍ່ໄດ້ຮັບການແກ້ໄຂ
- Visit Laos Visit SALANA BOUTIQUE HOTEL - ຍ້ອນຫຍັງສະພາບເປືະເປື້ອນ-ແອອັດເຂດຕະຫລາດເຊົ້າ-ຂົວດິນບໍ່ໄດ້ຮັບການແກ້ໄຂ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!