ສິງໂຕທະເລຈາກສວນສັດຢູ່ການາດາລາກເດັກນ້ອຍລົງນໍ້າ
ຜູ້ຊ່ຽວຊານຊີ້ຢາສ່ຽງໃຫ້ອາຫານສັດປ່າ ເພາະອາດຈະເກີດອັນຕະລາຍ ແລະ ປ່ຽນແປງພຶດຕິກໍາຂອງສັດໂດຍບໍ່ຕັ້ງໃຈ.
ຄລິບວິດີໂອດັ່ງກ່າວກໍາລັງກາຍເປັນໄວຣັສທາງໂລກອອນລາຍ ພາຍຫຼັງເຜີຍແຜ່ໃນວັນທີ 20 ພຶດສະພາຜ່ານມາ ເມື່ອມີສິງໂຕທະເລໂຕໜຶ່ງຈາກສວນສັດໃນໂຄລົມເບຍ ຂອງການາດາ ໂດດຂຶ້ນມາກັດ ແລະ ດຶງເອົາເດັກນ້ອຍລົງໄປໃນນໍ້າ ທ່າມກາງຄວາມຕົກໃຈຂອງນັກທ່ອງທ່ຽວທີ່ຢູ່ບໍລິເວນເກີດເຫດ.
ຈາກໃນຄລິບ ເດັກນ້ອຍຄົນດັ່ງກ່າວກໍາລັງເພີດເພີນໃນການເບິ່ງສັດຢູ່ບໍລິເວນທ່າເຮືອແຫ່ງໜຶ່ງ ເຊັ່ນດຽວກັບນັກທ່ອງທ່ຽວຄົນອື່ນໆ ບາງຄົນໂຍນອາຫານລົງໄປໃນນໍ້າໃຫ້ແກ່ສິງໂຕທະເລ ສິງໂຕກິນອາຫານເຂົ້າປາກ ແລະ ເລີ່ມລອຍນໍ້າເຂົ້າມາໃກ້ກັບຂອບ ເດັກນ້ອຍນັ່ງລົງທີ່ຂອບເພື່ອເບິ່ງສິງໂຕທະເລ ແຕ່ແລ້ວທັນໃດນັ້ນ ສິງໂຕກໍໂດດຂຶ້ນມາຈາກນໍ້າ ແລະ ງັບກະໂປງຂອງເດັກນ້ອຍຄົນນັ້ນດຶງລົງໄປໃນນໍ້າຢ່າງໄວວາ ທ່າມກາງສຽງຮ້ອງຂອງຄົນໃນບໍລິເວນນັ້ນ. ສິງໂຕໜີໄປ ແລະ ປູ່ຂອງເດັກນ້ອຍຄົນດັ່ງກ່າວໄດ້ໂດດລົງໄປຊ່ວຍຫຼານສາວຂຶ້ນມາຈາກນໍ້າ.
ເມື່ອໃຫຍ່ເຕັມໄວສິງໂຕທະເລສາມາດມີຄວາມຍາວໄດ້ຫຼາຍກວ່າ 7 ແມັດ ສິງໂຕທະເລໃນວິດີໂອເປັນສາຍພັນກາລິຟໍເນຍ ພວກມັນສາມາດມີນໍ້າໜັກຫຼາຍເຖິງ 400 ກວ່າກິໂລ ສັດລ້ຽງລູກດ້ວຍນໍ້ານົມຂະໜາດໃຫຍ່.
ຜູ້ຊ່ຽວຊານອອກມາໄຂຂໍ້ຂ້ອງໃຈ ຫຼັງວິດີໂອນີ້ກາຍເປັນໄວຣັສ ແຕ່ຄົນທັງຫຼາຍພາກັນຕັ້ງຄໍາຖາມເຖິງຄວາມໂຫດຮ້າຍຂອງມັນ ສິງໂຕທະເລບໍ່ໄດ້ໂດດຂຶ້ນມາເພື່ອດຶງເດັກນ້ອຍລົງໄປກິນ ແຕ່ໂດດຂຶ້ນມາເພື່ອຊອກຫາອາຫານເພີ່ມ ອັນເນື່ອງມາຈາກນັກທ່ອງທ່ຽວມັກໂຍນອາຫານລົງໄປໃຫ້ມັນ.
ປົກກະຕິແລ້ວສິງໂຕທະເລເປັນສັດທີ່ມີນິໄສຢາກຮູ້ຢາກເຫັນ ເຊິ່ງອຸປະນິໄສນີ້ສະແດງອອກຜ່ານການລອຍນໍ້າສໍາຫຼວດຂອງບັນດານັກດໍານໍ້າທີ່ເຂົ້າໄປໃນອານາເຂດຂອງພວກມັນ ເຫດການທີ່ເກີດຂຶ້ນຖືວ່າຍັງໂຊກດີທີ່ເດັກນ້ອຍຄົນດັ່ງກ່າວບໍ່ໄດ້ຮັບອັນຕະລາຍໃດໆ.
George Burgess ຜູ້ອໍານວຍການໂຄງການວິໄຈປາສະຫຼາມໃນຟໍຣິດາ ອອກມາເຕືອນຄວາມສ່ຽງຕໍ່ນັກທ່ອງທ່ຽວທີ່ອາດໄດ້ຮັບອັນຕະລາຍຖ້າໃຫ້ອາຫານສັດປ່າ. ໃນຂະນະດຽວກັນ ສັດປ່າເຫລົ່ານີ້ກໍໄດ້ຮັບຜົນກະທົບເຊັ່ນກັນ ເພາະໃນໄລຍະຍາວພຶດຕິກໍາຂອງມັນຈະຖືກສະສົມ. ດັ່ງນັ້ນ ຈະເຫັນໄດ້ຈາກເຫດການທີ່ເກີດຂຶ້ນໃນວິດີໂອດັ່ງກ່າວ.