ທຣຳ ຮຽກຮ້ອງໃຫ້ຍີ່ປຸ່ນ ຊື້ພືດກະສິກຳຂອງສະຫະລັດ

ທຣຳ ຮຽກຮ້ອງໃຫ້ຍີ່ປຸ່ນ ຊື້ພືດກະສິກຳຂອງສະຫະລັດ - 97 - ທຣຳ ຮຽກຮ້ອງໃຫ້ຍີ່ປຸ່ນ ຊື້ພືດກະສິກຳຂອງສະຫະລັດ
ທຣຳ ຮຽກຮ້ອງໃຫ້ຍີ່ປຸ່ນ ຊື້ພືດກະສິກຳຂອງສະຫະລັດ - kitchen vibe - ທຣຳ ຮຽກຮ້ອງໃຫ້ຍີ່ປຸ່ນ ຊື້ພືດກະສິກຳຂອງສະຫະລັດ

ຮຽບຮຽງໂດຍ: ລູກເມືອງພວນ

ທຣຳ ຮຽກຮ້ອງໃຫ້ຍີ່ປຸ່ນ ຊື້ພືດກະສິກຳຂອງສະຫະລັດ - 97 - ທຣຳ ຮຽກຮ້ອງໃຫ້ຍີ່ປຸ່ນ ຊື້ພືດກະສິກຳຂອງສະຫະລັດ

ວັນທີ 13 ສິງຫານີ້, ຂ່າວ ຂອງຍີ່ປຸ່ນ ແລະ ສະຫະລັດລ້ວນແຕ່ອອກຂ່າວວ່າ: ປະທານາທິບໍດີ ທຣຳ ໄດ້ຮຽກ ຮ້ອງໂດຍກົງຕໍ່ນາຍົກລັດຖະ ມົນຕີ ອາເບະ ຊື້ພືດກະສິກຳຫຼາຍຮ້ອຍລ້ານໂດລາຂອງສະຫະລັດ.

ທຣຳ ຮຽກຮ້ອງໃຫ້ຍີ່ປຸ່ນ ຊື້ພືດກະສິກຳຂອງສະຫະລັດ - Visit Laos Visit SALANA BOUTIQUE HOTEL - ທຣຳ ຮຽກຮ້ອງໃຫ້ຍີ່ປຸ່ນ ຊື້ພືດກະສິກຳຂອງສະຫະລັດ

ອີງຕາມຂ່າວດັ່ງກ່າວໃຫ້ຮູ້ວ່າ: ທຣຳ ໄດ້ຮຽກຮ້ອງໃຫ້ນາຍົກລັດຖະມົນຕີ ຍີ່ປຸ່ນ ຊື້ພືດກະສິກຳຂອງສະຫະລັດ, ໂດຍສະເພາະແມ່ນໝາກຖົ່ວ ເຫຼືອງ, ເຂົ້າບາເລ. ການຮຽກຮ້ອງນີ້ບໍ່ນອນຢູ່ໃນກອບຂອງການເຈລະຈາການຄ້າລະຫວ່າງ ວໍຊິງຕັນ ກັບໂຕກຽວ,

ລັດຖະບານຍີ່ປຸ່ນກຳລັງ ພິຈາລະນາໃຫ້ຄຳຕອບຕໍ່ ການຮຽກຮ້ອງຂອງປະທານາທິບໍດີສະຫະລັດ, ບາງເທື່ອອາດຈະຊື້ພືດກະສິກຳຂອງ ສະຫະລັດເພື່ອເອົາໄປຊ່ວຍ ເຫຼືອໃຫ້ບັນດາປະເທດ ອາຟຣິກກາ. ຖ້າທ່ານນາຍົກລັດຖະມົນຕີ ອາເບະ ຕົກລົງຊື້, ເຮືອບິນຂົນສົ່ງພືດກະສິກຳ ຂອງສະຫະລັດ ຈະສົ່ງມາ ໃຫ້ທັນທີພ້ອມທັງຄ່າສິນເປືອງຂົນສົ່ງຕ່າງໆ.

ໂຄສົກຂອງທຳນຽບ ຂາວຍັງບໍ່ທັນມີທ່າທີແນວໃດບັນຫານີ້, ຂ່າວດັ່ງກ່າວຖືກ ເຜີຍແຜ່ອອກໄປໃນສະພາບ ການທີ່ສະຫະລັດ ແລະ ຍີ່ປຸ່ນ ເຫັນດີພ້ອມກັນຈະສົ່ງເສີມການຄ້າເປີດກວ້າງຂອງ ສອງປະເທດໃນເດືອນກັນຍາທີ່ຈະມາເຖິງ ເພື່ອແນໃສ່ ຟື້ນຟູຄວາມແຕກຕ່າງດ້ານ ທັດສະນະກ່ຽວກັບສິນຄ້າຊີ້ນງົວ ແລະ ລາຄາລົດໂອໂຕ.

ທຣຳ ຮຽກຮ້ອງໃຫ້ຍີ່ປຸ່ນ ຊື້ພືດກະສິກຳຂອງສະຫະລັດ - 3 - ທຣຳ ຮຽກຮ້ອງໃຫ້ຍີ່ປຸ່ນ ຊື້ພືດກະສິກຳຂອງສະຫະລັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!