ກະຊວງການເງິນອອກແຈ້ງການເກັບອາກອນມູນຄ່າເພີ່ມຈາກການບໍລິການຂົນສົ່ງ

ກະຊວງການເງິນອອກແຈ້ງການເກັບອາກອນມູນຄ່າເພີ່ມຈາກການບໍລິການຂົນສົ່ງ - 223344 - ກະຊວງການເງິນອອກແຈ້ງການເກັບອາກອນມູນຄ່າເພີ່ມຈາກການບໍລິການຂົນສົ່ງ
ກະຊວງການເງິນອອກແຈ້ງການເກັບອາກອນມູນຄ່າເພີ່ມຈາກການບໍລິການຂົນສົ່ງ - kitchen vibe - ກະຊວງການເງິນອອກແຈ້ງການເກັບອາກອນມູນຄ່າເພີ່ມຈາກການບໍລິການຂົນສົ່ງ

ເມື່ອມໍ່ໆມານີ້, ກົມສ່ວຍສາອາກອນກະຊວງການເງິນ, ດໄດ້ອອກແຈ້ງການເຖິງຫົວໜ່ວຍສ່ວນສາອາກອນປະຈໍາແຂວງ, ນະຄອນຫລວງວຽງຈັນໃນຂອບເຂດທົ່ວປະເທດກ່ຽວກັບການເກັບອາກອນມູນຄ່າເພີ່ມຈາກຂະແໜງການບໍລິການຂົນສົ່ງໃຫ້ຖືກຕ້ອງຕາມລະບຽບກົດໝາຍແລະມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.

ແຈ້ງການດັ່ງກ່າວລະບຸວ່າ: ໃຫ້ສ່ວຍສາອາກອນປະຈໍາແຂວງ, ນະຄອນຫລວງວຽງຈັນໃນຂອບເຂດທົ່ວປະເທດບັງຄັບໃຊ້ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງໃໝ່) ເລກທີ 48/ສພຊລົງວັນທີ 20 ມິຖຸນາ 2018 ຢ່າງເຂັ້ມງວດແລະໃຫ້ຢຸດຕິການເກັບອາກອນມູນຄ່າເພີ່ມແບບເປັນຖ້ຽວຈາກການສະໜອງບໍລິການຂົນສົ່ງຕາມແຈ້ງການຫລືຄໍາແນະນໍາທີ່ບັນດາແຂວງ, ນະຄອນຫລວງໄດ້ອອກໃນເມື່ອກ່ອນ, ໃຫ້ສ່ວຍສາອາກອນປະຈໍາແຂວງ, ນະຄອນຫລວງຊີ້ນໍາສ່ວຍສາອາກອນປະຈໍາເມືອງ, ເທສະບານໃນຂອບເຂດທົ່ວປະເທດດໍາເນີນການຄິດໄລ່ ແລະ ຈັດເກັບອາກອນມູນຄ່າເພີ່ມຈາກການບໍລິການຂົນສົ່ງຕາມທີ່ກໍານົດໄວ້ຢູ່ໃນກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມຕາມທີ່ໄດ້ກໍານົດໄວ້ຢູ່ໃນມາດຕາ 11, 13 ຂໍ້ 2, 15, 17 ຂໍ້ 1, 18, 19, 31 ແລະ 32 ຂອງກົດໝາຍດັ່ງກ່າວ. ສ່ວນການບໍລິການຂົນສົ່ງຜ່ານດ່ານສາກົນແມ່ນຖືກຍົກເວັ້ນຕາມທີ່ໄດ້ໃນມາດຕາ 12 ຂໍ້ 2.10.ສໍາລັບຄວາມໝາຍການຂົນສົ່ງຜ່ານແດນສາກົນແມ່ນການຂົນສົ່ງຜູ້ໂດຍສານຫລືການຂົນສົ່ງສີນຄ້າຜ່ານດິນແດນຂອງສປປລາວ, ໂດຍຈຸດເລີ່ມຕົ້ນຂົນສົ່ງຕົ້ນທາງຢູ່ປະເທດໜຶ່ງແລະຈຸດປາຍທາງຂົນສົ່ງແມ່ນຢູ່ອີກປະເທດໜຶ່ງແມ່ນຖືກຍົກເວັ້ນອາກອນມູນຄ່າເພີ່ມ.

ກະຊວງການເງິນອອກແຈ້ງການເກັບອາກອນມູນຄ່າເພີ່ມຈາກການບໍລິການຂົນສົ່ງ - Visit Laos Visit SALANA BOUTIQUE HOTEL - ກະຊວງການເງິນອອກແຈ້ງການເກັບອາກອນມູນຄ່າເພີ່ມຈາກການບໍລິການຂົນສົ່ງ

ສໍາລັບການສະໜອງບໍລິການຂົນສົ່ງສີນຄ້າເກີດຂຶ້ນຢູ່ໃນດິນແດນສປປລາວແມ່ນຖືກເສຍອາກອນມູນຄ່າເພີ່ມລວມທັງການຄິດໄລ່ເກັບອາກອນກໍາໄລແບບບັງຄັບ (ເປັນຖ້ຽວ) ຕາມທີ່ໄດ້ກໍານົດໄວ້ຢູ່ໃນມາດຕາ 10 ແລະມາດຕາ 15 ຂອງກົດໝາຍອາກອນມູນຄ່າເພີ່ມແລະຕາມທີ່ໄດ້ກໍານົດໄວ້ໃນມາດຕາ 32, 33 ແລະມາດຕາ 39 ຂອງກົດໝາຍວ່າດ້ວຍສ່ວນສາອາກອນແລ້ວເຮັດບັນຊີແຈ້ງມອບພາຍໃນກໍານົດ 10 ວັນ, ພ້ອມກັນນີ້, ສ່ວຍສາອາກອນປະຈໍາແຂວງ, ນະຄອນຫລວງ, ສ່ວຍສາອາກອນປະຈໍາເມືອງ, ເທສະບານ, ນະຄອນແລະພາກສ່ວນກ່ຽວຂ້ອງຈົ່ງຮັບຮູ້, ໃຫ້ການຮ່ວມມືແລະຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ກະຊວງການເງິນອອກແຈ້ງການເກັບອາກອນມູນຄ່າເພີ່ມຈາກການບໍລິການຂົນສົ່ງ - 4 - ກະຊວງການເງິນອອກແຈ້ງການເກັບອາກອນມູນຄ່າເພີ່ມຈາກການບໍລິການຂົນສົ່ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!