ອາທິດນີ້ຝົນຈະຕົກເປັນບໍລິເວນກວ້າງຢູ່ຫລາຍທ້ອງຖິ່ນ
August 13, 2019 - 5:28 PM


ກົມອຸຕຸນິຍົມແລະອຸທົກກະສາດຄາດຄະເນວ່າ: ໃນອາທິດນີ້, ແຕ່ວັນທີ 14-18 ສິງຫາ, ຈະມີຝົນຕົກໃນລະດັບຄ່ອຍເປັນບໍລິເວນກວ້າງແລະຕົກປານກາງຫາຕົກໜັກຢູ່ຫລາຍທ້ອງຖິ່ນ, ພ້ອມທັງມີລົມພັດແຮງເປັນບາງໂອກາດ, ເນື່ອງຈາກຮ່ອງຄວາມກົດດັນຍັງຈະພາດຜ່ານບັນດາແຂວງພາກເໜືອແລະພາກກາງ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງຈະພັດປົກຄຸມເປັນສ່ວນໃຫຍ່ຢູ່ປະເທດເຮົາ.
ສໍາລັບສະພາບອາກາດໃນແຕ່ລະພາກມີດັ່ງນີ້: ພາກເໜືອດ້ານຕາເວັນອອກຈະມີຝົນຕົກຟ້າເຫລື້ອມໃນລະດັບຄ່ອຍຫາຕົກປານກາງຢູ່ຕື່ມອີກພ້ອມມີລົມພັດແຮງເປັນບາງໂອກາດອຸນຫະພູມແຕ່ 19-32 ອົງສາ.ພາກເໜືອດ້ານຕາເວັນຕົກຈະມີຝົນຕົກໃນລະດັບຄ່ອຍແລະຕົກປານກາງ, ພ້ອມມີລົມພັດແຮງເປັນບາງໂອກາດອຸນຫະພູມແຕ່ 22-34 ອົງສາ.ພາກກາງຈະມີຝົນຕົກໃນລະດັບຄ່ອຍອຸນຫະພູມແຕ່ 22-33 ອົງສາ.ພາກໃຕ້ ຝົນຈະຕົກໃນລະດັບຄ່ອຍຫາປານກາງແລະຕົກໜັກ, ພ້ອມທີລົມພັດແຮງຢູ່ບາງທ້ອງຖິ່ນອຸນຫະພູມແຕ່ 22-34 ອົງສາ.