ຫລາຍເພຈທີ່ມີຊື່ສຽງຍັງບໍ່ທັນໄປລົງທະບຽນໃຫ້ຖືກຕ້ອງຕາມກົດໝາຍ


ປັດຈຸບັນນີ້, ຢູ່ປະເທດເຮົາມີຫລາຍເວບໄຊ, ຫລາຍເວບເພຈ ແລະ ສື່ອອນລາຍປະເພດຕ່າງໆທີ່ໃຫ້ບໍລິການດ້ານຂ່າວສານແກ່ສັງຄົມ, ຊຶ່ງຍັງບໍ່ທັນໄດ້ໄປລົງທະບຽນຕາມແຈ້ງການຂອງຫ້ອງການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະບັບເລກທີ 256/ຫກ, ລົງວັນທີ 12 ກໍລະກົດ 2019. ໃນຂະນະທີ່ຫົວໜ້າກົມສື່ມວນຊົນ, ກະຊວງ ຖວທ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ຍັງບໍ່ທັນໄດ້ລົງທະບຽນນັ້ນ, ກໍ່ໃຫ້ຮີບຮ້ອນໄປເຮັດໃຫ້ຖືກຕ້ອງໂດຍໄວ ເພື່ອໃຫ້ການເຄື່ອນໄຫວຂອງຕົນສອດຄ່ອງກັບກົດໝາຍ ແລະ ລະບຽບການ.
ທ່ານ ປິ່ນປາດຖະໜາ ພັນທະມາລີ, ຫົວໜ້າກົມສື່ມວນຊົນ, ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ສໍາພາດວ່າ: ມາຮອດປັດຈຸບັນ ບັນດາເວບໄຊ, ເວບເພຈ ແລະ ສື່ອອນລາຍປະເພດຕ່າງໆທີ່ເຄື່ອນໄຫວຢູ່ປະເທດເຮົາທີ່ໄດ້ໄປລົງທະບຽນນໍາກົມສື່ມວນຊົນ, ສ່ວນໃຫຍ່ແມ່ນບັນດາເພຈທີ່ຂຶ້ນກັບພາກລັດ. ນອກຈາກນີ້, ກໍ່ຍັງມີເພຈທົ່ວໄປອີກຈໍານວນໜຶ່ງທີ່ໄດ້ໄປລົງລົງທະບຽນແລ້ວ ເປັນຕົ້ນ: Mual.la, Una Studio ແລະ ອື່ນໆ. ສ່ວນເພຈທີ່ມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມອື່ນໆ ຄືດັ່ງ: ໂທລະໂຄ່ງ THOLAKHONG, ມວນຊົນລາວ Support, Lao Update ແລະ ອື່ນໆອີກຈຳນວນໜຶ່ງ ແມ່ນຍັງບໍ່ທັນໄດ້ໄປລົງທະບຽນເທື່ອ, ເນື່ອງຈາກຍັງຖືເບົາຢູ່ ແລະ ຍັງບໍ່ທັນເຂົ້າໃຈແຈ້ງວ່າ ການລົງທະບຽນຢ່າງຖືກຕ້ອງນັ້ນ, ນອກຈາກແມ່ນເຮັດເພື່ອຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງບ້ານເມືອງແລ້ວ, ຍັງເປັນການຮັບປະກັນຄວາມຖືກຕ້ອງດ້ານຂໍ້ມູນຂ່າວສານທີ່ນຳສະເໜີອອກໄປ ແລະ ທັງເປັນການປົກປ້ອງຊັບສິນທາງປັນຍາຂອງຕົນເອງຕື່ມອີກ.
ແນວໃດກໍ່ຕາມ, ເພື່ອສົ່ງເສີມພາລະບົດບາດຂອງສື່ມວນຊົນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ດ້ານສື່ມວນຊົນ ກໍ່ຄື ການນໍາສະເໜີຂໍ້ມູນຂ່າວສານທີ່ບໍ່ເປັນຄວາມຈິງຊຶ່ງປະກົດມີໃນໄລຍະຜ່ານມາ, ທ່ານ ປິ່ນປາດຖະໜາ ພັນທະມາລີ ໄດ້ຮຽກຮ້ອງມາຍັງບັນດາບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ໄດ້ເຄື່ອນໄຫວວຽກງານສື່ມວນຊົນ ທີ່ບໍ່ຖືກຕ້ອງຕາມກົດໝາຍນັ້ນ ຈົ່ງໄດ້ຮີບຮ້ອນມາສະເໜີຂໍອະນຸຍາດເຄື່ອນໄຫວໃຫ້ຖືກຕ້ອງ ຢູ່ກົມສື່ມວນຊົນ ກະຊວງ ຖວທ.
ສ່ວນບັນດາບຸກຄົນ ແລະ ການຈັດຕັ້ງທີ່ຢູ່ທ້ອງຖິ່ນນັ້ນ, ກໍຂໍໃຫ້ເຂົ້າໄປພົວພັນກັບ ພະແນກ ຖວທ ຂອງແຂວງທີ່ຕົນເອງຂຶ້ນກັບກໍໄດ້.