ປະໂຫຍດຈາກໄຂ່ນົກກະທາ


1. ຊ່່ວຍເພີ່ມຄວາມຈື່ຈຳ : ໂດຍທົ່ວໄປໄຂ່ເປັນແຫ່ລງສຳຄັນຂອງສານໃນຊື່ໂຄລີນ ເຊິ່ງມີສ່ວນກ່ຽວຂ້ອງໃນການສັງເຄາະປະສາດອະເຊຕິລຊິໂຄລີ ສານສື່ປະສາດນີ້ມີຄວາມສຳຄັນຕໍ່ໜ່ວຍຄວາມຈຳລະດັບທີ່ສູງຂຶ້ນ ສາມາດເກັບຮັກສາຄວາມຈຳໄລຍະຍາວໄດ້ ແລະ ມີປະໂຫຍດສຳລັບຜູ້ເຖົ້າ ເຊິ່ງໃນໄຂ່ນົກກະທາມີສານດັ່ງກ່າວ.
2. ມີຄໍເລສເຕີໂຣນທີ່ດີ : ໃນໄຂ່ນົກກະທາມີອັດຕາສ່ວນໄຂ່ແດງທີ່ສູງກ່ວາໄຂ່ໄກ່ ແລະ ມີ HDL ຫລາຍຂຶ້ນ ເຊິ່ງ HDL ຍັງມີສ່ວນຊ່ວຍໃນການຫລຸດລະດັບ LDL ທີ່ໝູນວຽນ ແລະ ໄຕຣກລີເຊີໄຣ ເຮັດໃຫ້ມີຄໍເລສເຕີໂຣນທີ່ດີນັ້ນເອງ.
3. ຮອງຮັບການຈະເລີນເຕີບໃຫຍ່ຂອງກ້າມຊີ້ນ : ໃນໄຂ່ນົກກະທາມີສ່ວນຊ່ວຍໃນການຈະເລີນເຕີບໃຫຍ່ຂອງກ້າມຊີ້ນ ເພາະມີຄວາມດຸ່ນດ່ຽງຂອງໄຂມັນ ແລະ ໂປຣຕິນ. ໄຂມັນຊ່ວຍສັງເຄາະເທສໂທສເຕີໂຣນໃນຂະນະທີ່ໃຊ້ໂປຣຕິນເພື່ອຟື້ນໂຕຂອງກ້າມຊີ້ນ ແລະ ການຈະເລີນເຕີບໃຫຍ່.
4. ຫລຸດຄວາມໄວຕໍ່ການແພ້ : ໃນໄຂ່ແດງມີໂປຣຕິນຊະນິດພິເສດທີ່ມີຄຸນສົມບັດຕໍ່ຕ້ານການແພ້ໃນຮ່າງກາຍ ເຊິ່ງການກິນໄຂ່ນົກກະທາກໍສາມາດຊ່ວຍໄດ້.
5. ເພີ່ມອັດຕາການເຜົາຜານ : ອາຫານທີ່ອຸດົມໄປດ້ວຍໂປຣຕິນທຸກຊະນິດຊ່ວຍເພີ່ມອັດຕາການເຜົາຜານ ໃນໄຂ່ນົກກະທາມີຄວາມໜາແໜ້ນຂອງວິຕາມິນເບ ເຊິ່ງໝາຍຄວາມວ່າມີໂອກາດທີ່ຈະຫລຸດນຳ້ໜັກ ແລະ ມີພະລັງງານຫລາຍຂຶ້ນໄດ້ໝົດມື້.
6. ສາມາດຊ່ວຍປັບປຸງອາການເສື່ອມສະມັດຕະພາບທາງເພດ : ໄຂ່ນົກກະທາສາມາດຊ່ວຍປິ່ນປົວອາການເສື່ອມສະມັດຕະພາບທາງເພດໄດ້ ເພາະມີວິຕາມິນເດ, ວິຕາມິນເອີ ແລະ ກົດອະມິໂນ ເຊັ່ນ : ແອລອາຈິນີນ ເຊິ່ງຊ່ວຍເພີ່ມການໄຫລວຽນຂອງເລືອດທົ່ວຮ່າງກາຍ. ນອກນີ້ໄຂ່ນົກກະທົບຍັງມີທາດອາຫານເສີມ ເຊັ່ນ : ຊີລີນຽມ ແລະ ສັງກະສີ ເຊິ່ງຊ່ວຍໃນການສັງເຄາະຮໍໂມນເພດຊາຍ ແລະ ອະສຸຈິ.
7. ແຫ່ລງໂພຊະນາການສຳລັບຄົນຖືພາ : ໄຂ່ເປັນໜຶ່ງໃນອາຫານທີ່ດີສຸດສຳລັບແມ່ຍິງຖືພາ ຄວາມຈິງແລ້ວໄຂ່ນົກກະທາເປັນແຫ່ລງໂພຊະນາການທີ່ດີເລີດ ເພາະໃນໄຂ່ນົກກະທາມີກົດໂຟລິກ ເຊິ່ງມີຄວາມສຳຄັນຕໍ່ສຸຂະພາບສະໝອງຂອງແອນ້ອຍໃນທ້ອງ ແລະ ການພັດທະນາຂອງກະດູກສັນຫລັງ.
8. ສາມາດຊ່ວຍປ້ອງກັນພະຍາດເລືອດຈາງ : ໄຂ່ນົກກະທາມີທາດເຫລັກປະລິມານຫລາຍ ເຊິ່ງເມື່ອໂຮມກັບວິຕາມິນເບທີ່ມີຄວາມໜາແໜ້ນສູງ ເຮັດໃຫ້ເໝາະສຳລັບອາການຂອງພະຍາດເລືອດຈາງອາການພະຍາດເລືອດຈາງອາດເກີດຈາກການຂາດທາດເຫລັກ ຫລື ວິຕາມິນເບນັ້ນເອງ.
9. ປັບປຸງສຸຂະພາບຂອງຜິວໜັງ ແລະ ເສັ້ນຜົມ : ເປັນແຫ່ລງຂອງໂປຣຕິນ, ໄຂມັນ, ວິຕາມິນ ແລະ ຄໍລາເຈັນ ຊ່ວຍປັບປຸງສຸຂະພາບຂອງຜິວໜັງ ແລະ ເສັ້ນຜົມ.
10. ຊ່ວຍຫລຸດອາການຂອງພະຍາດຊຶມເສົ້າ : ໃນໄຂ່ນົກກະທາສາມາດຜະລິດສານສື່ປະສາດ ເຊໂຣໂທນິນ ແລະ ໂດປາມີນ ເຊິ່ງຊ່ວຍຫລຸດອາການຊຶມເສົ້າໄດ້.
11. ດີຕໍ່ການເບິ່ງເຫັນ : ໄຂ່ນົກກະທາມີວິຕາມິນອາຊ່ວຍເບິ່ງແຍງສຸຂະພາບດວງຕາ ແລະ ເພີ່ມການເບິ່ງເຫັນໃນຕອນກາງຄືນ ທັງຍັງຊ່ວຍຫລຸດຄວາມສ່ຽງໃນການເກີດອາການຈໍປະສາດຕາເສື່ອມກ່ອນໄວອັນຄວນໄດ້ນຳອີກ.