9 ເຄື່ອງດື່ມຄາຍຄວາມກັງວົນ

9 ເຄື່ອງດື່ມຄາຍຄວາມກັງວົນ - 012106 2019 - 9 ເຄື່ອງດື່ມຄາຍຄວາມກັງວົນ
9 ເຄື່ອງດື່ມຄາຍຄວາມກັງວົນ - kitchen vibe - 9 ເຄື່ອງດື່ມຄາຍຄວາມກັງວົນ

    9 ເຄື່ອງດື່ມຕໍ່ໄປນີ້ຊ່ວຍໃຫ້ທ່ານຄາຍຄວາມກັງວົນ, ຫລຸດຄວາມເຄັ່ງຄຽດໄດ້.

     1. ນຳ້ໝາກເຊີຣີ : ເວລາທີ່ທ່ານຮູ້ສຶກວ່າບໍ່ຜ່ອນຄາຍ ພຽງແຕ່ໃຫ້ດື່ມນຳ້ໝາກເຊີຣີ ເພາະມັນມີປະໂຫຍດຫລາຍຕໍ່ສຸຂະພາບ ສາມາດຫລຸດຄໍເລສເຕີໂຣນ ແລະ ດີຕໍ່ສຸຂະພາບ. ນອກຈາກນັ້ນຍັງຊ່ວຍຫລຸດອາການນອນບໍ່ຫລັບໄດ້ນຳ ເພາະນຳ້ໝາກເຊີຣີເຕັມໄປດ້ວຍເມລາໂທນິນທີ່ຊ່ວຍໃຫ້ນອນຫລັບໄດ້ດີ.

9 ເຄື່ອງດື່ມຄາຍຄວາມກັງວົນ - Visit Laos Visit SALANA BOUTIQUE HOTEL - 9 ເຄື່ອງດື່ມຄາຍຄວາມກັງວົນ

     2. ຊາ KAVA : KAVA  ເປັນພືດໃນເຂດເກາະປາຊີຟິກ ຖືວ່າເປັນສະໝຸນໄພທີ່ຊ່ວຍຄາຍຄຽດໄດ້ດີ ການດື່ມຊາສະໝຸນໄພນີ້ສາມາດຊ່ວຍໃຫ້ຄາຍຄວາມກັງວົນໄດ້.

9 ເຄື່ອງດື່ມຄາຍຄວາມກັງວົນ - 022106 2019 - 9 ເຄື່ອງດື່ມຄາຍຄວາມກັງວົນ
9 ເຄື່ອງດື່ມຄາຍຄວາມກັງວົນ - 022106 2019 1 - 9 ເຄື່ອງດື່ມຄາຍຄວາມກັງວົນ

     3. ນົມອຸ່ນໆ : ການດື່ມນົມອຸ່ນໆເຮັດໃຫ້ທ່ານຄາຍຄວາມກັງວົນໄດ້ ເພາະອຸນຫະພູມທີ່ອຸ່ນ ເຮັດໃຫ້ຜ່ອນຄາຍ.

     4. ນຳ້ດື່ມ : ການດື່ມເຄື່ອງດື່ມງ່າຍໆ ເຊັ່ນ : ນຳ້ ກໍສາມາດຊ່ວຍໃຫ້ທ່ານຄາຍກັງວົນລົງໄດ້ຄືກັນ ນອກຈາກນີ້ ການຂາດນຳ້ຢ່າງຮຸນແຮງສາມາດປ່ຽນແປງອາລົມໄດ້.

     5.​ ຊາຂຽວ : ຊາຂຽວມີຊື່ສຽງໃນດ້ານປະໂຫຍດຕໍ່ສຸຂະພາບຫລາຍ ໃນຊາຂຽວມີສານແອລຄາເນທີນ ທີ່ມີສ່ວນຊ່ວຍໃຫ້ຜ່ອນຄາຍ ແລະ ເພີ່ມສະມາທິ.

     6. ນຳ້ໝາກໄມ້ສົດ : ໃນນຳ້ໝາກໄມ້ສົດມີທັງວິຕາມິນ ແລະ ແຮ່ທາດ ນອກຈາກນີ້ຍັງມີສານຕ້ານອະນຸມູນອິດສະລະນຳອີກ ສາມາດຊ່ວຍຫລຸດຄວາມດັນເລືອດ ແລະ ໃນຜັກ – ໝາກໄມ້ຈະມີວິຕາມິນເບ ທີ່ມີສ່ວນຊ່ວຍຄາຍຄວາມກັງວົນ.

     7. ຊາວາເລີຣຽນ : ວາເລີຣຽນ ເປັນພືດທີ່ຊ່ວຍໃນເລື່ອງການນອນຫລັບຢູ່ແລ້ວ ດັ່ງນັ້ນ ມັນສາມາດຊ່ວຍໃຫ້ຄາຍກັງວົນໄດ້ຄືກັນ.

     8. ນຳ້ໝາກພ້າວ : ນຳ້ໝາກພ້າວມີຊື່ສຽງໃນດ້ານຄວາມສາມາດເພີ່ມພະລັງງານ ແລະ ຫລຸດຄວາມເຄັ່ງຄຽດ ແລະ ຫລຸດຄວາມວິຕົກກັງວົນ ລວມເຖິງຊ່ວຍໃຫ້ທ່ານນອນຫລັບໄດ້ດີນຳອີກ ເພາະມັນມີທັງໄອອາຊິນ, ວິຕາມິນເບ ແລະ ໂປຕັສຊຽມ ແລະ ຍັງຊ່ວຍເພີ່ມການໄຫລວຽນເລືອດ.

    9.​ ສະມູດຕີ້ໝາກໄມ້ ຫລື ປັ່ນໝາກໄມ້ລວມ : ໃຫ້ທັງຄວາມສົດຊື່ນ ແລະ ລົດຊາດແຊບ ທັງຫວານ ແລະ ສົ້ມ ຈຶ່ງສາມາດຊ່ວຍຜ່ອນຄາຍຄວາມເຄັ່ງຄຽດ ແລະ ຄວາມກັງວົນໄດ້ດີ.

9 ເຄື່ອງດື່ມຄາຍຄວາມກັງວົນ - 4 - 9 ເຄື່ອງດື່ມຄາຍຄວາມກັງວົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!