ອຸຕຸຄາດຄະເນໃນອາທິດນີ້ຈະມີຝົນຕົກເປັນບໍລິເວນກວ້າງຢູ່ຫລາຍທ້ອງຖິ່ນ


ກົມອຸຕຸນິຍົມແລະອຸທົກກະສາດຄາດຄະເນວ່າ: ນັບແຕ່ວັນທີ 7-11 ສິງຫານີ້, ຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ບໍລິເວນທະເລຈີນໃຕ້ຈະມີທ່າອ່ຽງເພີ່ມກໍາລັງແຮງຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງຈະມີກໍາລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າເຫລື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງແລະຕົກປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ພ້ອມມີລົມພັດແຮງເປັນບາງໂອກາດ.ສໍາລັບສະພາບອາກາດໃນພາກເໜືອດ້ານຕາເວັນອອກຈະມີຝົນຕົກຟ້າເຫລື້ອມໃນລະດັບຄ່ອຍ, ພ້ອມມີລົມພັດແຮງເປັນບາງໂອກາດອຸນຫະພູມແຕ່ 18-31 ອົງສາ. ພາກເໜືອດ້ານຕາເວັນຕົກອາກາດຈະຮ້ອນຂຶ້ນແລະຈະມີຝົນຕົກໃນລະດັບຄ່ອຍແລະຕົກປານກາງພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນອຸນຫະພູມແຕ່ 22-34 ອົງສາ. ພາກກາງອາກາດຈະຮ້ອນຂຶ້ນແລະຝົນຈະສືບຕໍ່ຕົກໃນລະດັບຄ່ອຍຫາປານກາງແລະຕົກໜັກພ້ອມມີລົມພັດແຮງເປັນບາງໂອກາດດຢູ່ບາງທ້ອງຖິ່ນອຸນຫະພູມ 22-34 ອົງສາ. ພາກໃຕ້ອາກາດຈະຮ້ອນແລະມີຝົນຕົກໃນລະດັບຄ່ອຍຫາປານກາງແລະຕົກໜັກພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນອຸນຫະພູມ 22-35 ອົງສາ. ສໍາລັບນະຄອນຫລວງວຽງຈັນຝົນຈະສືບຕໍ່ຕົກໃນລະດັບຄ່ອຍແລະຕົກປານກາງພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນອຸນຫະພູມແຕ່ 25-34 ອົງສາ.