ຜົນການສອບເສັງມຊຈະປະກາດໃນທ້າຍເດືອນສິງຫານີ້


ມະຫາວິທະຍາໄລແຫ່ງຊາດ (ມຊ)ໃຫ້ຮູ້ວ່າ: ການສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດໃນສົກຮຽນ 2019-2020 ໄດ້ຈັດຂຶ້ນໃນວັນທີ 3 ສິງຫາຜ່ານມານີ້, ໂດຍມີນັກສອບເສັງກວ່າ 15.000 ຄົນ.ຂະນະທີ່ຜົນການສອບເສັງຈະໄດ້ປະກາດໃຫ້ຊາບໃນທ້າຍເດືອນສິງຫານີ້.
ຫົວໜ້າຫ້ອງການວິຊາການມະຫາວິທະຍາໄລດັ່ງກ່າວໃຫ້ຮູ້ວ່າ: ການຈັດສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດປີນີ້ແມ່ນມີຄວາມເປັນລະບຽບຮຽບຮ້ອຍດີ ແລະ ບັນລຸຜົນສໍາເລັດໄດ້ຕາມຄາດໝາຍວາງໄວ້, ໂດຍມີທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາເປັນປະທານຊີ້ນໍາຄະນະກໍາມະການການສອບເສັງໂດຍກົງ, ໃນຈຸດສອບເສັງ 18 ແຫ່ງ, ມີ 647 ຫ້ອງເສັງຄື: ສູນສອບເສັງສາຍ A ມີ 6 ແຫ່ງຄື: ຄະນະເສດຖະສາດ, ສະຖາບັນລາວ-ຍີ່ປຸ່ນ, ສຶກສາສາດ, ວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ, ວິທະຍາສາດປ່າໄມ້ ລວມມີທັງໝົດ 199 ຫ້ອງແລະມີນັກສອບເສັງ 4.910 ຄົນ. ສູນສອບເສັງສາຍ B ມີ 11 ແຫ່ງ ຄື: ຄະນະວິສະວະກຳສາດ, ນິຕິສາດ-ລັດຖະສາດ, ວິທະຍາໄລສັບພະວິຊາ, ມສ ວຽງຈັນ, ອັກສອນສາດ, ສະຖາບັນຂົງຈື້, ສະໂມສອນໃຫຍ່ມຊ, ມສ ສາທິດ, ປະຖົມສາທິດ, ສະຖາປັດຕະຍະກຳສາດລວມມີຫ້ອງສອບເສັງ 414 ຫ້ອງແລະມີນັກສອບເສັງ 9.070 ຄົນ ແລະ ສູນສອບເສັງສາຍ C ມີ 1 ແຫ່ງທີ່ຄະນະວິທະຍາສາດສິ່ງແວດລ້ອມ, ມີ 34 ຫ້ອງສອບເສັງ ແລະ ມີນັກສອບເສັງ 1.020 ຄົນ.ການສອບເສັງມີ8 ວິຊາແລະ ແບ່ງອອກເປັນ 3 ສາຍຄື:ວິທະ
ຍາສາດທຳມະຊາດ, ສັງຄົມ ແລະ ເຄິ່ງສັງຄົມເຄິ່ງທຳມະຊາດ.ສ່ວນຜົນການ
ສອບເສັງຈະປະກາດໃຫ້ຮູ້ທີ່ມະຫາວິທະຍາໄລແຫ່ງຊາດຫລືຕິດຕາມຜ່ານເວັບໄຊຂອງມະຫາໄລດັ່ງກ່າວ.