ເຂື່ອນໄຟຟ້ານ້ຳຂອງໄຊຍະບູລີບໍ່ເປັນສາເຫດພາໃຫ້ນ້ຳຂອງບົກແຫ້ງ

ເຂື່ອນໄຟຟ້ານ້ຳຂອງໄຊຍະບູລີບໍ່ເປັນສາເຫດພາໃຫ້ນ້ຳຂອງບົກແຫ້ງ - 11 3 - ເຂື່ອນໄຟຟ້ານ້ຳຂອງໄຊຍະບູລີບໍ່ເປັນສາເຫດພາໃຫ້ນ້ຳຂອງບົກແຫ້ງ
ເຂື່ອນໄຟຟ້ານ້ຳຂອງໄຊຍະບູລີບໍ່ເປັນສາເຫດພາໃຫ້ນ້ຳຂອງບົກແຫ້ງ - kitchen vibe - ເຂື່ອນໄຟຟ້ານ້ຳຂອງໄຊຍະບູລີບໍ່ເປັນສາເຫດພາໃຫ້ນ້ຳຂອງບົກແຫ້ງ

ທ່ານ ສົມພິດ ແກ້ວວິຈິດຫົວຫນ້າກົມທຸລະກິດພະລັງງານກະຊວງພະລັງງານ ແລະ ບໍ່ແຮ່ຊີ້ແຈງກ່ຽວກັບສະພາບນໍ້າຂອງບົກແຫ້ງ ວັນທີ 1 ສິງຫາຢູ່ກົມດັ່ງກ່າວ ວ່າ: ສະພາບນໍ້າຂອງບົກແຫ້ງໃນໄລຍະຜ່ານມາບໍ່ໄດ້ເປັນຍ້ອນການບໍລິຫານຈັດການນໍ້າຂອງໂຄງການເຂື່ອນໄຟຟ້າໄຊຍະບູລີແຕ່ຢ່າງໃດ, ຊຶ່ງມັນອາດເປັນຍ້ອນສະພາບດິນຟ້າອາກາດບໍ່ອໍານວຍດັ່ງປີຜ່ານໆມາ ຄືປີນີ້ມີຝົນຕົກຫນ້ອຍ ເຮັດໃຫ້ລະດັບນໍ້າທີ່ໄຫຼ່ຈາກແມ່ນໍ້າສາຍຕ່າງໆປ່ອງໃສ່ແມ່ນໍ້າຂອງຕອນເທິງມີຫນ້ອຍ ແລະ ບໍ່ພຽງແຕ່ນໍ້າຂອງບົກແຫ້ງ, ອ່າງນໍ້າງື່ມ,ນໍ້າເທີນ ແລະ ແມ່ນໍ້າສາຍອື່ນໆລວມທັງທົ່ງນາ, ບວກຫນອງຢູ່ເຂດຕ່າງໆ ກໍມີສະພາບບົກແຫ້ງເຊັ່ນດຽວກັນ.

ໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ເປັນໂຄງການທີ່ມີຜົນປະໂຫຍດຢ່າງຫລວງຫລາຍ, ໂດຍສະເພາະຄວາມສະຖຽນລະພາບດ້ານະລັງງານໄຟຟ້າ, ການສ້າງລາຍຮັບຕ່າງໆ,ພ້ອມຍັງນໍາເອົາການພັດທະນາດ້ານຕ່າງໆໄປສູ່ທ້ອງຖິ່ນ, ເຮັດໃຫ້ປະຊາຊົນໄດ້ເຂົ້າເຖິງສາທາລະນຸປະໂພກຫລາຍຂຶ້ນ ແລະ ສ້າງວຽກເຮັດງານທໍາ-ສ້າງລາຍຮັບທີ່ຫມັ້ນຄົງໃຫ້ປະຊາຊົນ, ໂຄງການເຂື່ອນ ໄຟຟ້ານໍ້າຂອງໄຊຍະບູລີຕັ້ງຢູ່ເຂດຊາຍແດນລະຫວ່າງເມືອງໄຊຍະບູລີ-ເມືອງນານແຂວງຫຼວງພະບາງເປັນເຂື່ອນຄອນກຣີດ ສູງ 32,8ແມັດ ຍາວ 820 ແມັດ ລະດັບນໍ້າສູງສຸດຫນ້າເຂື່ອນ 275ແມັດ, ລະດັບນໍ້າຕໍ່າສຸດທ້າຍເຂື່ອນ 246,5 ແມັດ (ເທິງລະດັບຫນ້ານໍ້າທະເລປານກາງ)ມີຊ່ອງທາງສັນຈອນຂຶ້ນ-ລົງຂອງເຮືອຂະຫນາດນ້ອຍ-500 ໂຕນ, ມີປະຕູລະບາຍນໍ້າລົ້ນ11 ປ່ອງ, ມີຈັກປັ່ນໄຟຟ້າ 8 ຫນ່ວຍ ຊຶ່ງລວມມີກໍາລັງຕິດຕັ້ງທັງຫມົດ 1.285 ເມກາວັດແລະ ມີລະບົບທາງຜ່ານປາຂຶ້ນ-ລົງ ເລີ່ມກໍ່ສ້າງມາແຕ່ປີ2012 ຊຶ່ງມາຮອດປັດຈຸບັນຄືບຫນ້າແລ້ວ 99% ແລະ ຈະເລີ່ມຜະລິດໄຟຟ້າຢ່າງເປັນທາງການໃນເດືອນຕຸລາ 2019ນີ້, ເຂື່ອນດັ່ງກ່າວມີອາຍຸສໍາປະທານ 29 ປີ.

ເຂື່ອນໄຟຟ້ານ້ຳຂອງໄຊຍະບູລີບໍ່ເປັນສາເຫດພາໃຫ້ນ້ຳຂອງບົກແຫ້ງ - Visit Laos Visit SALANA BOUTIQUE HOTEL - ເຂື່ອນໄຟຟ້ານ້ຳຂອງໄຊຍະບູລີບໍ່ເປັນສາເຫດພາໃຫ້ນ້ຳຂອງບົກແຫ້ງ

ໂຄງການນີ້ ເປັນປະເພດເຂື່ອນທີ່ຖືກອອກແບບຕາມມາດຕະຖານສາກົນ ແລະຕາມກົນໄກເງື່ອນໄຂພັນທະຂອງສົນທິສັນຍາແມ່ນໍ້າຂອງ 1995 ຄືເປັນປະເພດຝາຍນໍ້າລົ້ນ (ບໍ່ມີອ່າງເກັບນໍ້າ) ເຊິ່ງບໍ່ສາມາດກັກເກັບນໍ້າໄວ້ໄດ້ຫມາຍວ່າເມື່ອນໍ້າຫນ້າເຂື່ອນຢູ່ໃນລະດັບທີ່ກໍານົດ ປະລິມານນໍ້າໄຫຼເຂົ້າ ແລະ ໄຫຼອອກຈະບໍ່ຕ່າງກັນຫຼາຍ ອີງຕາມການຕິດຕາມການຈັດຕັ້ງປະຕິບັດໂຄງການຕົວຈິງ ແລະ ການລາຍງານຈາກບໍລິສັດໃຫ້ຮູ້ວ່າ: ໃນວັນທີ 21 ກໍລະກົດຜ່ານມານີ້ບໍລິມາດນໍ້າໄຫຼເຂົ້າ 1.652ແມັດກ້ອນຕໍ່ວິນາທີ ແລະ ນໍ້າໄຫຼອອກຜ່ານເຄື່ອງກໍາເນີດໄຟຟ້າ 1.761 ແມັດກ້ອນຕໍ່ວິນາທີ, ສໍາລັບສະພາບນໍ້າຂອງບົກແຫ້ງ ແລະ ມີຂໍ້ສົງໄສວ່າເກີດຈາກໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ກັກເກັບນໍ້າເພື່ອຮັກ ສາລະດັບນໍ້າໃນການແລ່ນທົດລອງເຄື່ອງຈັກປັ່ນໄຟ ແມ່ນບໍ່ມີຄວາມເປັນຈິງເນື່ອງຈາກສະພາບນໍ້າຂອງເບື້ອງເທິງ ແລະ ເບື້ອງລຸ່ມເຂື່ອນ ມີການບົກແຫ້ງເຊັ່ນດຽວກັນ ພ້ອມນີ້ສາຂາແມ່ນໍ້າຂອງຕອນເທິງ ເຊັ່ນ: ນໍ້າທານໍ້າອູ ນໍ້າຄານ ແລະ ສາຍນໍ້າອື່ນໆ ກໍມີປະລິມານນໍ້າໄຫຼເຂົ້າອ່າງຫນ້ອຍ ຍ້ອນປີນີ້ຝົນຕົກບໍ່ຫຼາຍ.

ເຂື່ອນໄຟຟ້ານ້ຳຂອງໄຊຍະບູລີບໍ່ເປັນສາເຫດພາໃຫ້ນ້ຳຂອງບົກແຫ້ງ - 4 - ເຂື່ອນໄຟຟ້ານ້ຳຂອງໄຊຍະບູລີບໍ່ເປັນສາເຫດພາໃຫ້ນ້ຳຂອງບົກແຫ້ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!