ເຫື່ອໄຫລໄຄຍ້ອຍກ່ອນຊິໄດ້ເປັນມໍລະດົກໂລກ
ໂດຍ: ທິດກ່ຳ
ຂ່າວໃຫຍ່ໄຟແຮງຢູ່ ບ້ານເຮົາໃນໄລຍະນີ້ຄົງບໍ່ມົ້ມກ່ຽວກັບໄຫຫີນຊຽງຂວາງໄດ້ຖືກອົງການອຸຍ ເນສໂກ (UNESCO) ຮັບຮອງເອົາເປັນມໍລະດົກໂລກທາງວັດທະນະທຳໃນຕົ້ນເດືອນກໍລະກົດປີນີ້, ອັນໄດ້ເຮັດໃຫ້ປະເທດພວກເຮົາມີມໍລະດົກໂລກທາງວັດທະນະທຳເປັນແຫລ່ງທີສາມ.
ຕິດຕ້ອຍຫ້ອຍຕາມຂ່່າວໃຫຍ່ກໍມີຂ່າວຍ່ອຍທີ່ສະແດງຄວາມດີອົກດີໃຈຂອງ ປະຊາຊົນລາວຕໍ່ຜົນສຳເລັດໃນການຍົກລະດັບໄຫຫີນຈາກຖານະເປັນມໍລະດົກແຫ່ງຊາດເປັນມໍລະດົກຂອງມວນມະນຸດຊາດ.
ຫລາຍໆຄົນເອີ້ນຄວາມພະຍາຍາມເພື່ອເຮັດໃຫ້ໄຫຫີນເປັນມໍລະດົກໂລກວ່າ:
“ເສັ້ນທາງແລ່ນມາລາທອນ” ເພາະຕ້ອງໄດ້ໃຊ້ ເວລາເຖິງ 20 ປີຄວາມພະ ຍາຍາມຈຶ່ງຈຸຈອດຮອດຝັ່ງ.
ດັ່ງນັ້ນຈຶ່ງສົມສັກສີແລ້ວ ທີ່ໃນກອງປະຊຸມລັດຖະບານເທື່ອແລ້ວນີ້, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ກອງປະຊຸມຕົບມືຊົມເຊີຍຜົນສຳ ເລັດດັ່ງກ່າວສຽງດັງສະນັ່ນຫວັ່ນໄຫວ.
ພູດໃຫຍ່ໆຂອງສຽງຕົບມືນັ້ນແມ່ນມອບໃຫ້ການນຳ ກໍຄືພາກສ່ວນກ່ຽວຂ້ອງຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ມີຜົນງານຂັ້ນໂບແດງໃນ ການປ່ຽນຄາບໄຫຫີນໃຫ້ເປັນມໍລະດົກໂລກໄດ້ສົມມັກສົມປາດຖະໜາ.
ຄວາມດີໃຈຕໍ່ຜົນສຳເລັດບົນເສັ້ນທາງມາລາທອນ ດັ່ງກ່າວ ສາມາດແບ່ງອອກ ເປັນພູດຍ່ອຍໆໄດ້ແນວນີ້: ອັນລວມແມ່ນຄວາມດີໃຈໃນກຽດສັກສີວ່າ: ວັດທະນະທຳທີ່ເປັນເອກະລັກຂອງຊາດຖືກໂລກຮັບຮູ້.
ນັ້ນແມ່ນເນື້ອແທ້ຂອງ ຊາດ, ເສຍວັດທະນະທຳ ແມ່ນເສຍຊາດ ນີ້ຄືຄຳພ່ຳ ສອນທີ່ເປັນພິໄນກຳຈາກ ທ່ານປະທານ ໄກສອນ ພົມ ວິຫານ ທີ່ເຄົາລົບຮັກຂອງພວກເຮົາ.
ພູດຄວາມດີໃຈຂອງເບື້ອງການທ່ອງທ່ຽວນັ້ນ ຕິດກັບຄວາມຄາດຫວັງເອົາໄວ້ວ່າ: ໄຫຫີນ ມໍລະດົກໂລກຈະກາຍເປັນແມ່ເຫລັກດຶງດູດແຂກຕ່າງດ້າວທ້າວຕ່າງແດນໄປຕອມ ຊົມສະຖານທີ່ ແຫ່ງນີ້ຫລາຍຂຶ້ນ, ຊ່ວຍໃຫ້ອຸດສາຫະກຳການທ່ອງ ທ່ຽວເບັ່ງບານ, ຊ່ວຍສ້າງອາຊີບ ແລະ ລາຍໄດ້ເປັນກອບເປັນກຳໃຫ້ຄົນທ້ອງຖິ່ນເພາະຊຽງຂວາງມີທ່າແຮງຫລາຍດ້ານ ເພື່ອເຮັດມໍລະດົກແຫ່ງທີສາມທັງເປັນກຽດສັກສີ, ເປັນທັງປັດໄຈເຈາະ ລາຍຮັບ.
ສຳລັບຈານແຫຍ່ເດລະຄິດແນວໃດ? ກໍຂໍຕອບສັ້ນໆວ່າ: “ດີໃຈບໍ່ໃຫ້ເວົ້າ..!” ບວກ ກັບຄວາມກະຕືລືລົ້ນຢາກໄດ້ຖານະມໍລະດົກໂລກດ້ານອື່ນໆຕື່ມໃຫ້ຄົບຊຸດເຊັ່ນ: ມໍລະດົກໂລກດ້ານທຳມະຊາດ ແລະ ມໍລະດົກວັດທະນະທຳ ທີ່ບໍ່ແມ່ນວັດຖຸຕື່ມແບບດຽວກັບການຮັບຮອງເອົາສຽງ ແຄນເປັນມໍລະດົກວັດທະນະທຳບົດລວມໝູ່ໃນໄລຍະ ຜ່ານມາ.
ຈານແຫຍ່ຫວັງເອົາໄວ້ວ່າ: ອີກບໍ່ເຫີງຄວາມພະຍາຍາມໃຫ້ພູຫີນໜາມໜໍ່ ກາຍເປັນມໍລະດົກໂລກ, ຄວາມງາມທາງທຳມະຊາດ ກໍຈະຈຸຈອດຮອດຝັ່ງແຫ່ງ ຄວາມຫວັງ ແລະ ຖ້າ “ລຳວົງລາວ” ໄດ້ຖືກຮັບເປັນ ມໍລະດົກໂລກຕາມຄາດພວກເຮົາກໍຈະມີມໍລະດົກໂລກ ຄົບຊຸດທາງດ້ານວັດທະນະທຳ, ປະຫວັດສາດ, ຄວາມສວຍງາມດ້ານສິ່ງແວດລ້ອມ ແລະ ມໍລະດົກທາງພູມບັນຍາ-ວັດທະນະທຳ ທີ່ບໍ່ແມ່ນວັດຖຸ.
ຈານແຫຍ່ວ່າ: ຄວາມພະຍາຍາມເພື່ອໃຫ້ມໍລະດົກແຫ່ງຊາດກາຍເປັນມໍລະດົກໂລກນັ້ນວ່າ ເມື່ອຍ ແລະ ຍາກຈົນເຫື່ອໄຫລໄຄຍ້ອຍ ແລ້ວ, ແຕ່ການປົກປັກຮັກສາ ແລະ ເຮັດໃຫ້ສະຖານທີ່ດັ່ງກ່າວ ເກີດປະໂຫຍດສູງສຸດນັ້ນຍິ່ງຍາກກວ່າຫລາຍທົບເທົ່າ.
ຈຶ່ງຫວັງເອົາໄວ້ວ່າຄົນລາວ ແລະ ສັງຄົມລາວພວກເຮົາຈະໃສ່ໃຈບັນຫານີ້,ໂດຍຖອດຖອນບົດຮຽນຈາກມໍລະດົກໂລກສອງແຫ່ງ (ຫລວງພະບາງ-ວັດພູຈຳປາສັກ) ທີ່ພວກເຮົາມີໄວ້ ໃນອົ້ງມືແລ້ວ!.