ເລີ່ມມື້ອື່ນ ປັບຂຶ້ນລາຄານ້ຳມັນເຊື້ອໄຟແຕ່ 100-220 ກີບຕໍ່ລິດ


ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການໃຫ້ສະມາຄົມນ້ຳມັນເຊື້ອໄຟ-ອາຍແກັສ ແລະ ບັນດາບໍລິສັດນ້ຳມັນເຊື້ອໄຟທົ່ວປະເທດປັບຂຶ້ນລາຄາຂາຍຍ່ອຍນ້ຳມັນເຊື້ອໄຟໃຫ້ເປັນເອກະພາບຄື: ປັບຂຶ້ນລາຄານໍ້າມັນແອັດຊັງພິເສດ 220 ກີບ, ແອັດຊັງທໍາມະດາ 110 ກີບ ແລະ ກາຊວນ 100 ກີບຕໍ່ລິດ, ໂດຍລາຄາໃໝ່ນີ້ແມ່ນໄດ້ເລີ່ມປະຕິບັດແຕ່ເວລາ 6:00 ໂມງຂອງວັນທີ 2 ສິງຫານີ້ເປັນຕົ້ນໄປ. ສ່ວນການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆແມ່ນໃຫ້ຄິດໄລ່ຕາມໂຄງສ້າງລາຄານໍ້າມັນເຊື້ອໄຟສະບັບເລກທີ 0887/ກຄພນ.ຄສລ ລົງວັນທີ 31 ກໍລະກົດ 2019 ຈົນກວ່າຈະມີການປ່ຽນແປງ, ເຊິ່ງຈະເຮັດໃຫ້ລາຄານ້ຳມັນຢູ່ບັນດາແຂວງຕ່າງໆມີດັ່ງນີ້: ນະຄອນຫລວງວຽງຈັນ: ແອັດຊັງພິເສດ 10.430, ແອັດຊັງທໍາມະດາ 9.110 ແລະ ກາຊວນ 8.770 ກີບຕໍ່ລິດ, ຜົ້ງສາລີ: ແອັດຊັງທໍາມະດາ 9.870 ແລະ ກາຊວນ 9.530 ກີບຕໍ່ລິດ, ຫລວງນໍ້າທາ: ແອັດຊັງທໍາມະດາ 9.470 ແລະ ກາຊວນ 9.130 ກີບຕໍ່ລິດ, ອຸດົມໄຊ: ແອັດຊັງພິເສດ 10.910, ແອັດຊັງທໍາມະດາ 9.590 ແລະ ກາຊວນ 9.250 ກີບຕໍ່ລິດ, ບໍ່ແກ້ວ: ແອັດຊັງພິເສດ 10.530, ແອັດຊັງທໍາມະດາ 9.210 ແລະ ກາຊວນ 8.870 ກີບຕໍ່ລິດ, ຫລວງພະບາງ: ແອັດຊັງພິເສດ 10.830, ແອັດຊັງທໍາມະດາ 9.510 ກາຊວນ 9.170 ກີບຕໍ່ລິດ, ໄຊຍະບູລີ: ແອັດຊັງພິເສດ 10.680, ແອັດຊັງທໍາມະດາ 9.360 ແລະ ກາຊວນ 9.020 ກີບຕໍ່ລິດ, ຫົວພັນ: ແອັດຊັງທໍາມະດາ 9.510 ແລະ ກາຊວນ 9.170 ກີບຕໍ່ລິດ, ຊຽງຂວາງ: ແອັດຊັງທໍາມະດາ 9.300 ແລະ ກາຊວນ 8.960 ກີບຕໍ່ລິດ, ແຂວງວຽງຈັນ: ແອັດຊັງພິເສດ 10.430, ແອັດຊັງທໍາມະດາ 9.110 ແລະ ກາຊວນ 8.770 ກີບຕໍ່ລິດ, ບໍລິຄໍາໄຊ: ແອັດຊັງພິເສດ 10.510, ແອັດຊັງທໍາມະດາ 9.190 ແລະ ກາຊວນ 8.850 ກີບຕໍ່ລິດ, ຄໍາມ່ວນ: ແອັດຊັງພິເສດ 10.460, ແອັດຊັງທໍາມະດາ 9.140 ແລະ ກາຊວນ 8.800 ກີບຕໍ່ລິດ, ສະຫວັນນະເຂດ: ແອັດຊັງພິເສດ 10.460, ແອັດຊັງທໍາມະດາ 9.140 ແລະ ກາຊວນ 8.800 ກີບຕໍ່ລິດ, ສາລະວັນ: ແອັດຊັງພິເສດ 10.640, ແອັດຊັງ ທໍາມະດາ 9.320 ແລະ ກາຊວນ 8.980 ກີບຕໍ່ລິດ, ຈໍາປາສັກ: ແອັດຊັງພິເສດ 10.490, ແອັດຊັງທໍາມະດາ 9.170 ແລະ ກາຊວນ 8.830 ກີບຕໍ່ລິດ, ເຊກອງ: ແອັດຊັງທໍາມະດາ 9.350 ແລະ ກາຊວນ 9.010 ກີບຕໍ່ລິດ, ອັດຕະປື: ແອັດຊັງພິເສດ 10.670, ແອັດຊັງທໍາມະດາ 9.350 ແລະ ກາຊວນ 9.010 ກີບຕໍ່ລິດ ແລະ ໄຊສົມບູນ ແອັດຊັງທໍາມະດາ 9.350 ແລະ ກາຊວນ 9.010 ກີບຕໍ່ລິດ.