ອຸຕຸເຕືອນກຽມຮັບມືພະຍຸເຂດຮ້ອນວິພາ


ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນປະຊາຊົນໃຫ້ກຽມຮັບມືກັບສະພາບອາກາດໃນໄລຍະວັນທີ 31 ກໍລະກົດຫາວັນທີ 4 ສິງຫານີ້, ເນື່ອງຈາກຈະມີພະຍຸເຂດຮ້ອນ ວິພາ (Wipha) ຫົວທີ 7 ປະຈໍາປີ 2019, ໂດຍໃນວັນທີ 31 ກໍລະກົດ ພະຍຸຫົວນີ້ມີຈຸດສູນກາງຢູ່ເສັ້ນຂະໜານທີ 19,1 ອົງສາເໜືອ ແລະ ເສັ້ນແວງທີ 113,1 ອົງສາຕາເວັນອອກ ພວມເຄື່ອນທີ່ໄປທາງທິດຕາເວັນຕົກ-ຕາເວັນອອກສຽງເໜືອດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ. ຈາກນັ້ນ ຈະເຄື່ອນທີ່ຜ່ານເກາະໄຫໜານ ແລະ ຈະມີທ່າອ່ຽງເຄື່ອນເຂົ້າຝັ່ງທາງພາກເໜືອຂອງປະເທດຫວຽດນາມໃນໄລຍະວັນທີ 1-2 ສິງຫານີ້. ຈາກທ່າອ່ຽງການເຄື່ອນທີ່ພະຍຸຫົວນີ້ໃນໄລຍະວັນທີ 3-5 ສິງຫາ, ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງ
ທ້ອງຖິ່ນແຂວງພາກເໜືອລົງຫາພາກກາງ ແລະ ພາກໃຕ້. ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າໃຫ້ມີສະຕິລະວັງຕໍ່ສະພາບອາກາດດັ່ງກ່າວ, ຊຶ່ງອາດຈະເກີດມີນໍ້າຖ້ວມ ແລະ ນໍ້າປ່າໄຫລຊຸ ຢູ່ຫລາຍທ້ອງຖິ່ນ. ໂດຍສະເພາະຜູ້ທີ່ຈະເດີນທາງໄປພາກເໜືອໃຫ້ມີສະຕິລະວັງຕົວຕໍ່ສະພາບດິນເຈື່ອນ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງເປັນປະຈໍາໃນໄລຍະນີ້.