ສະພາບຟ້າຝົນມິຖຸນາ ຫາ ກໍລະກົດ ມີທັງຖ້ວມທັງແລ້ງ




ໂດຍ: ທິດກ່ຳ
ສັງເກດເຫັນໄດ້ວ່າ: ຢູ່ ປະເທດເຮົາປີນີ້ໄລຍະເດືອນມິຖຸນາຫາກໍລະກົດ ສະພາບຟ້າຝົນມີ ທັງຖວ້ມ ແລະ ທັງ ແລ້ງ, ແຖວພາກກາງນັບແຕ່ນະຄອນຫລວງວຽງຈັນ ແຂວງບໍລິຄຳໄຊ ເລາະລົງໄປຄຳມ່ວນ, ສະຫວັນນະເຂດ ເຖິງພາກໃຕ້ສາລະວັນ, ອັດຕະປືບາງບ້ານ, ບາງທ້ອງຖິ່ນຝົນຕົກຫລາຍຈົນນ້ຳຖ້ວມເປັນບໍລິເວນກວ້າງສົມ ຄວນ, ກົງກັນຂ້າມແຖວພາກເໜືອດ້ານຕາເວັນຕົກພັດແຫ້ງແລ້ງ.
ຕາກ້າ, ໄຮ່ນາທີ່ປັກດຳໄປ ແລ້ວຝົນບໍ່ຕົກມາໂຮຍ ຮຳດິນນາມັນກໍເລີຍແຕກເຫີບ, ສິ່ງທີ່ຜິດປົກກະຕິຢ່າງໃຫຍ່ຫລວງ ເຊິ່ງບໍ່ເຄີຍເຫັນມາໃນຫລາຍທົດສະວັດແມ່ນ້ຳຂອງບົກແຫ້ງເປັນແກ້ງຕາດຫາດຊາຍຢູ່ເຂດພາກກາງ ແລະ ພາກເໜືອ.
ຊາທິດກ່ຳຄິດ, ຝົນປີນີ້ ອາດຈະເຍີ້ນໄປຕົກໃນໄລຍະ ກາງເກົ້າກາງສິບ ຫລື ກໍລະນີໜຶ່ງ ອາດມະຫັບມະຫາຍໄປຕາມການເວລາຂອງລະ ດູການກໍເປັນໄດ້ ເພາະຍັງອີກ ສອງເດືອນກໍຈະໝົດຍາມຝົນໄປແລ້ວ.
ເມື່ອຕັ້ງໂຈດກັນວ່າເປັນຫຍັງສະພາບຟ້າຝົນຈຶ່ງເປັນ ແບບນີ້? ເພາະປີກາຍ ນີ້ຝົນຕົກຫລາຍເກີນເຫດແລ້ວ. ສ່ວນອີກສາເຫດໜຶ່ງ ກໍຍ້ອນວ່າໜ່ວຍໂລກມີການ ປ່ຽນ ແປງໄປຕາມກົດເກນ ເວລາ ແລະ ອີກຢ່າງໜຶ່ງກໍຍ້ອນການບຸກລຸກທຳມະ ຊາດ ຂອງຄົນເຮົານັ້ນເອງ ກ່ຽວກັບສະພາບການປ່ຽນ ແປງແມ່ນ້ຳຂອງບົກແຫ້ງຕື່ມເຂີນນັ້ນ ອີງຕາມຂໍ້ມູນຈາກ ທີມງານສຳຫລວດ ຂອງຍີ່ປຸ່ນກັບຈີນ (Chinese Science Bulletin) ເມື່ອເດືອນກໍລະກົດ 2010 ແລະ (Tokyo University of Agricutiure) ຂອງຍີ່ປຸ່ນ ໄດ້ລະບຸວ່າ ຢູ່ທີ່ທານນ້ຳກ້ອນ ດ້ານທິດເໜືອຂອງພູເຂົາ “ກົວຊາງມູສາ” ໃນທິເບດ ທີ່ມີ ຄວາມສູງ 5.224 ແມັດ ເຊິ່ງເປັນນ້ຳທີ່ລະລາຍ ຈາກ ທານນ້້ຳກ້ອນໄຫລລົງໄປເປັນທານນ້ຳທີ່ຊື່ວ່າ “ລາຊາ ກົງມາ”.
ຈາກນັ້ນກະແສນ້ຳໄດ້ ລວມຕົວເປັນແມ່ນ້ຳ “ຈາຢາ ຊູ”ແລ້ວກາຍເປັນນ້ຳຫລາຍ ຊາງຈຽງ ຫລື ເອີ້ນຢ່າງໜຶ່ງວ່າ ແມ່ນ້ຳລ້ານຊ້າງໃນ ແຄ້ວນອຳໂດໃນ ສປ ຈີນ ເຊິ່ງເປັນທານ ນ້ຳກ້ອນຂອງແມ່ ນ້ຳຂອງໄດ້ລະລາຍໄວຜິດປົກກະຕິຈະເປັນເຫດໃຫ້ມີບັນຫາການຂາດເຂີນນ້ຳໃນ ໄລຍະຍາວຫລືໃນອານາຄົດ.
ບັນດາປະເທດທີ່ຈະຕົກເປັນເຫຍື່ອຂອງການຫາຍຍານະຂາດນ້ຳຂອງກໍຄື: ສປ ຈີນ, ສປປ ລາວ, ມຽນມາ ແລະ ໄທ. ນີ້ລະຄືບັນຫາ ທີ່ໜ້າວິຕົກສຳລັບພວກເຮົາ ທີ່ໄດ້ດຳລົງຊີວິດຢູ່ໃນຂົງ ເຂດນີ້.
ແນວໃດກໍຕາມ, ສຳລັບຟ້າຝົນທີ່ເຫັນວ່າ: ມີການຕົກດີ, ຕົກຫລາຍຈົນເກີດນ້ຳຖ້ວມເປັນບໍລິເວນກວ້າງໃນປີນີ້ແມ່ນແຖວເມືອງປາກກະດິງ ແຂວງບໍລິຄຳໄຊ, ເມືອງ ຄູນຄຳ, ຄຳເກີດ, ນາກາຍ, ມະຫາໄຊ, ຍົມມະລາດ, ບົວລະພາແຂວງຄຳມ່ວນ.
ພິເສດຕາມແຫ່ງຂ່າວ ບ່ອນທີ່ໜັກໜ່ວງກວ່າໝູ່ ແມ່ນ ຢູ່ບ້ານນາກະທ້າງທົ່ງ ເມືອງມະຫາໄຊເລາະລົງໄປແຖວເມືອງບົວລະພານ້ຳໄດ້ຖ້ວມຈົນຈຸຫລັງຄາເຮືອນ. ເມື່ອເປັນດັ່ງວ່ານີ້, ສະພາບ ແມ່ນ້ຳຂອງຕອນກາງຫາ ຕອນໃຕ້ແຕ່ສະຫວັນນະເຂດ ຫາຫລີ່ຜີອາດຈະບໍ່ມີບັນຫາ ເລື່ອງນ້ຳຂອງບົກແຫ້ງ.
ເວົ້າເຖິງສະພາບຂອງ ຟ້າຝົນຢູ່ບ້ານເຮົາໃນແຕ່ລະ ປີຜ່ານມາມັນກໍບໍ່ຄ່ອຍປົກ ກະຕິ. ແຕ່ລະປີມີໜ້ອຍມີຫລາຍ, ມີຖ້ວມມີແລ້ງ, ປີ ກາຍນີ້ຕົກ ໜັກເປັນບໍລິເວນ ກວ້າງໃນທົ່ວປະເທດ, ບ່ອນ ທີ່ໜັກໜ່ວງ ກວ່າໝູ່ແມ່ນ ເຂດເມືອງສະ ໜາມໄຊຈົນ ເຮັດໃຫ້ເຂື່ອນເຊປ່ຽນ- ເຊນ້ຳນ້ອຍແຕກຟັງເຮັດໃຫ້ 6 ບ້ານໄດ້ຮັບຜົນກະທົບຢ່າງໜັກໜ່ວງ.
ເຖິງຢ່າງໃດກໍດີ, ຕາມເຮົາວ່າມາຮອດຍຸກນີ້ຈຶ່ງເຫັນວ່າສະພາບດິນຟ້າອາກາດ ມັນມີການປ່ຽນແປງໄປຫລາຍ. ບາງປະເທດໃນ ເອີຣົບ ຄືຝຣັ່ງມີອຸນຫະພູມ ຮ້ອນເຖິງ 40 ກວ່າອົງສາ.
ແຖວອາລາສກາຂອງ ສະຫະລັດອາເມລິກາ ທີ່ເປັນ ເຂດໜາວຫລາຍກໍມີສະພາບອາກາດຮ້ອນຂຶ້ນສະແດງວ່າໜ່ວຍໂລກທີ່ມະນຸດເຮົາ ໄດ້ອາໄສຢູ່ທຸກວັນນີ້ມີການປ່ຽນແປງໄປຫລາຍ ເຕີບແລ້ວ.
ເພື່ອແກ້ໄຂສະພາບ ການປ່ຽນແປງຂອງໂລກ ແລະ ສະພາບດິນຟ້າອາກາດໃນສະເພາະໜ້າ ແລະ ຍາວນານທາງອອກກໍຄືຕ້ອງພ້ອມກັນປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມໃຫ້ດີໆ.
ປູກໄມ້ໃຫ້ຫລາຍໆ ເພາະຕົ້ນໄມ້ໃຫ້ອາກາດສົດຊື່ນ ແລະ ເປັນແຫລ່ງທີ່ມາຂອງ ຄຳວ່ານ້ຳ. ກົງກັນຂ້າມຖ້າພວກເຮົາຫາກມີການທຳລາຍທຳມະຊາດ ແລະ ສິ່ງແວດລ້ອມຫລາຍເທົ່າ ໃດມະ ຫັນຕະໄພກໍຈະມາທຳລາຍເຮົາຄືນດັ່ງທີ່ເຫັນມາໃນ ແປ້ນເປີງນີ້ແລ!./.