ເກີດອຸທົກກະໄພຢູ່ເມືອງນານ ແຂວງຫລວງພະບາງt


ແຫລ່ງຂ່າວທ້ອງຖິ່ນລາຍງານວ່າ: ພາຍຫລັງມີຝົນຕົກຫນັກຕິດຕໍ່ກັນເປັນເວລາຫລາຍຊົ່ວໂມງໃນວັນທີ 30 ກໍລະກົດຜ່ານມານີ້, ໄດ້ເຮັດໃຫ້ແມ່ນໍ້ານານຍຶ່ງສູງຂຶ້ນຢ່າງໄວວາໄຫລຖ້ວມເຮືອນຊານບ້ານຊ່ອງ ແລະ ພື້ນທີ່ການຜະລິດກະສິກໍາຂອງປະຊາຊົນ 7ບ້ານທີ່ຢູ່ລຽບແຄມແມ່ນໍ້າດັ່ງກ່າວໃນເມືອງນານແຂວງຫລວງພະບາງ ຄື: ບ້ານນາຝາຍ, ປ່າໄຜ່, ສີມຸງຄຸນ, ສີບຸນເຮືອງ, ນາເລົາ, ໂພນຫີນ ແລະນາເຄີນ, ເຮັດໃຫ້ປະຊາຊົນຫລາຍຄອບຄົວບໍ່ສາມາດເກັບມ້ຽນວັດຖຸສິ່ງຂອງຕ່າງໆໄວ້ທັນ ແລະ ຖືກນໍ້າຖ້ວມເສຍຫາຍ ແລະ ມີບາງຄົນຕ້ອງຄ້າງຢູ່ໃນເຮືອນຂອງຕົນເປັນເວລາດົນກ່ອນມີຄົນໃຊ້ເຮືອເຂົ້າມາຊ່ວຍເຫລືອ, ແຕ່ໂຊກດີບໍ່ມີຜູ້ເສຍຊີວິດ, ມີແຕ່ບາດເຈັບເລັກຫນ້ອຍຈໍານວນຫນຶ່ງ.






ຈາກສະພາບການດັ່ງກ່າວອົງການປົກຄອງເມືອງໄດ້ສົ່ງກໍາລັງທະຫານເຂົ້າຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ຕິດຕາມເຝົ້າລະວັງຕະຫລອດ 24ຊົ່ວໂມງ, ປັດຈຸບັນປະຊາຊົນທີ່ປະສົບໄພທໍາມະຊາດຄັ້ງນີ້ແມ່ນຕ້ອງການຊ່ວຍເຫລືອດ້ານສະບຽງອາຫານ-ນ້ໍາດື່ມແລະ ເຄື່ອງບັນເທົາທຸກຕ່າງໆເປັນການຮີບດ່ວນໃນເບື້ອງຕົ້ນ.