ອຸຕຸເຕືອນອາທິດທໍາອິດເດືອນສິງຫາຈະມີຝົນຕົກໜັກ ແລະ ລົມພັດແຮງໃນຫລາຍທ້ອງຖິ່ນ


ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ເຕືອນໃຫ້ປະຊາຊົນກະກຽມຮັບມືກັບສະພາບຝົນຕົກໜັກ ແລະ ລົມພັດແຮງໃນຫລາຍທ້ອງຖິ່ນແຕ່ວັນທີ 31 ກໍລະກົດ ຫາ 4 ສິງຫານີ້, ຫລັງຈາກຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ບໍລິເວນທະເລຈີນໃຕ້ຈະມີທ່າອ່ຽງເພີ່ມກໍາລັງແຮງຂຶ້ນກາຍເປັນພະຍຸດີເປຼຊັນ ແລະ ຄາດວ່າຈະເຄື່ອນຜ່ານເກາະໄຫໜານເຂົ້າສູ່ພາກເໜືອຂອງປະເທດຫວຽດນາມ, ຊຶ່ງວົງລັດສະໝີຂອງພະຍຸຫົວດັ່ງກ່າວ ຈະກວມເອົາພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້ຂອງປະເທດລາວ, ຊຶ່ງຈະເຮັດໃຫ້ລມມໍລະສຸມຕາເວັນຕົກສຽງໃຕ້ຈະເພີ່ມກໍາລັງແຮງພັດປົກຄຸມ ແລະ ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຕໍ່ສະພາບອາກາດດັ່ງກ່າວປະຊາຊົນໃນຂອບເຂດທົ່ວປະເທດໃຫ້ມີສະຕິລະວັງຕໍ່ສະພາບນໍ້າຖ້ວມ, ດິນເຈື່ອນ, ຕົ້ນໄມ້-ເສົາໄຟ ຫັກລົ້ມ ແລະ ເຮືອນຊານເປ່ເພຕ່າງໆ ແລະ ຂໍໃຫ້ຕິດຕາມສະພາບອາກາດ ຈາກ ຂ່າວພະຍາກອນອາກາດຢ່າງໃກ້ຊິດ.
ສໍາລັບສະພາບອາກາດໃນແຕ່ລະພາກ: ພາກເໜືອດ້ານຕາເວັນອອກ ຈະມີຝົນຕົກຟ້າເຫລື້ອມໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມແຕ່ 19-31 ອົງສາ. ພາກເໜືອດ້ານຕາເວັນຕົກ ຈະມີຝົນຕົກໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ແລະ ມີລົມພັດແຮງ ອຸນຫະພູມແຕ່ 22-35 ອົງສາ. ພາກກາງ ຝົນຈະສືບຕໍ່ຕົກໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 23-35 ອົງສາ. ພາກໃຕ້ ຝົນຈະສືບຕໍ່ຕົກໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມ 23-35 ອົງສາ.