ນັກເຄື່ອນໄຫວຂອງໄທ ຮຽກຮ້ອງບໍ່ໃຫ້ລັດຖະບານຊື້ໄຟຟ້າຈາກເຂື່ອນນໍ້າຂອງຂອງລາວ

ນັກເຄື່ອນໄຫວຂອງໄທ  ຮຽກຮ້ອງບໍ່ໃຫ້ລັດຖະບານຊື້ໄຟຟ້າຈາກເຂື່ອນນໍ້າຂອງຂອງລາວ - 66 5 - ນັກເຄື່ອນໄຫວຂອງໄທ  ຮຽກຮ້ອງບໍ່ໃຫ້ລັດຖະບານຊື້ໄຟຟ້າຈາກເຂື່ອນນໍ້າຂອງຂອງລາວ
ນັກເຄື່ອນໄຫວຂອງໄທ  ຮຽກຮ້ອງບໍ່ໃຫ້ລັດຖະບານຊື້ໄຟຟ້າຈາກເຂື່ອນນໍ້າຂອງຂອງລາວ - kitchen vibe - ນັກເຄື່ອນໄຫວຂອງໄທ  ຮຽກຮ້ອງບໍ່ໃຫ້ລັດຖະບານຊື້ໄຟຟ້າຈາກເຂື່ອນນໍ້າຂອງຂອງລາວ

ຮຽບຮຽງໂດຍ: ລູກເມືອງພວນ

ນັກເຄື່ອນໄຫວຂອງໄທ  ຮຽກຮ້ອງບໍ່ໃຫ້ລັດຖະບານຊື້ໄຟຟ້າຈາກເຂື່ອນນໍ້າຂອງຂອງລາວ - 66 5 - ນັກເຄື່ອນໄຫວຂອງໄທ  ຮຽກຮ້ອງບໍ່ໃຫ້ລັດຖະບານຊື້ໄຟຟ້າຈາກເຂື່ອນນໍ້າຂອງຂອງລາວ

ນັກເຄື່ອນໄຫວຂອງໄທ ເວົ້າວ່າ ເຂື່ອນໄຟຟ້າ ໄຊຍະບູລີ ຂອງລາວເປັນສາເຫດໃຫ້ແມ່ນໍ້າຂອງແຫ້ງ, ຈຶ່ງຮຽກຮ້ອງໃຫ້ລັດຖະບານຢຸດຕິຊື້ໄຟຟ້າຈາກເຂື່ອນຂອງລາວ.

ນັກເຄື່ອນໄຫວຂອງໄທ  ຮຽກຮ້ອງບໍ່ໃຫ້ລັດຖະບານຊື້ໄຟຟ້າຈາກເຂື່ອນນໍ້າຂອງຂອງລາວ - Visit Laos Visit SALANA BOUTIQUE HOTEL - ນັກເຄື່ອນໄຫວຂອງໄທ  ຮຽກຮ້ອງບໍ່ໃຫ້ລັດຖະບານຊື້ໄຟຟ້າຈາກເຂື່ອນນໍ້າຂອງຂອງລາວ

​ເຂື່ອນໄຊຍະບູລີ ແມ່ນໄທເປັນຜູ້ສ້າງຢູ່ໃນລຳແມ່ນໍ້າຂອງ ຫ່າງຈາກຕົວເມືອງໄຊຍະບູລີ ພຽງ 30 ກິ​ໂລ​ແມັດ ໄປທິດຕາເວັນອອກ. ຕາມແຜນຄາດກະວ່າຈະສຳເລັດໃນເດືອນຕຸລາທີ່ຈະມາເຖິງ. ເຂື່ອນແຫ່ງນີ້ ໄດ້ເກີດມີການວິພາກວິຈານ ແລະ ຖົກຖຽງກັນມາຕັ້ງແຕ່ມື້ຊິເລີ່ມຕົ້ນກໍ່ສ້າງ ໃນປີ 2012. ບັນດານັກເຄື່ອນໄຫວທາງດ້ານສິ່ງແວດລ້ອມ ໄດ້ກ່າວເຕືອນກ່ຽວກັບຜົນກະທົບຕໍ່ການດຳລົງຊີວິດຂອງປາ, ຕໍ່ກັບລະບົບນິເວດວິທະຍາ ແລະ ລະດັບຂອງແມ່ນ້ຳຂອງ.

ເຂື່ອນໄຊຍະບູລີ ເລີ່ມມີການແລ່ນທົດລອງໃນວັນທີ 15 ກໍລະກົດ. ອົງການບໍລິຫານໄຟຟ້າຂອງໄທ(EGAT) ໄດ້ເຫັນດີຊື້ໄຟຟ້າຈາກເຂື່ອນດ່ັງກ່າວ 95%. ວັນທີ 26 ກໍລະກົດ, ບັນດານັກເຄື່ອນໄຫວທີ່ມາຈາກແຕ່ລະແຂວງຂອງໄທທີ່ແມ່ນໍ້າຂອງໄຫຼຜ່ານ ໄດ້ຍື່ນຂໍ້ສະເໜີຫາສານສູງ ຮຽກຮ້ອງໃຫ້ອອກຄຳສັ່ງດ່ວນ ເພື່ອສະກັດກັ້ນແຜນຂອງອົງການ (EGAT).

ຂໍ້ສະເໜີດັ່ງກ່າວມີຂຶ້ນພາຍຫຼັງ ບັນດາແຂວງພາກເໜືອຂອງໄທປະສົບກັບໄພແຫ້ງແລ້ງຢ່າງໜັກ. ໃນອາທິດຜ່ານມານີ້, ຄະນະກຳມະການແມ່ນໍ້າຂອງໃຫ້ຮູ້ວ່າ: ລະດັບນໍ້າໃນເດືອນ ມິຖຸນາ ແລະ ເດືອນກໍລະກົດ ໄດ້ຫລຸດລົງໃນລະດັບຕໍ່າທີ່ສຸດ.

ບັນດານັກເຄື່ອນໄຫວສັງເກດວ່າ: ລະດັບນໍ້າໃນຂົງເຂດກຳລັງຕົກຢູ່ໃນພາວະອັນຕະລາຍ. ພວກເຂົາເວົ້າວ່າ: ລະດັບນໍ້າຫລຸດລົງ ແມ່ນຍ້ອນການກັກເກັບນໍ້າຂອງເຂື່ອນໄຊຍະບູລີ.

ບໍລິສັດ CH. Karnchang ຂອງໄທ ເປັນຜູ້ສ້າງເຂື່ອນໄຟຟ້າ ໄຊຍະບູລີ ຍັງບໍ່ທັນອອກມາມີຄຳເຫັນໃນເລື່ອງນີ້. ເຂື່ອນດັ່ງກ່າວມີກຳລັງການຜະລິດ 1.220 ເມກາວັດ ແລະ ຈະເລີ່ມເປີດນຳໃຊ້ຢ່າງເປັນທາງການໃນເດືອນຕຸລາທີ່ຈະມາເຖິງນີ້. ພວກອະນຸລັກ WWF ໃຫ້ຮູ້ວ່າ: ການເຄື່ອນຍ້ານຂອງປາ ແລະ ການຕອບສະໜອງທາງດ້ານອາຫານຈະດ້ຮັບຜົນກະທົບຈາກການຕັນເຂື່ອນ. ພວກເຂົາຮຽກຮ້ອງໃຫ້ຢຸດຕິໂຄງການໄວ້ກ່ອນ ຈົນເຖິງເມື່ອໃດຫາກມີການຄົ້ນຄ້ວາກ່ຽວກັບຜົນກະທົບຄັກແນ່ແລ້ວຈຶ່ງໃຫ້ມີການເຄື່ອນໄຫວ.

ນັກເຄື່ອນໄຫວຂອງໄທ  ຮຽກຮ້ອງບໍ່ໃຫ້ລັດຖະບານຊື້ໄຟຟ້າຈາກເຂື່ອນນໍ້າຂອງຂອງລາວ - 5 - ນັກເຄື່ອນໄຫວຂອງໄທ  ຮຽກຮ້ອງບໍ່ໃຫ້ລັດຖະບານຊື້ໄຟຟ້າຈາກເຂື່ອນນໍ້າຂອງຂອງລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!