ທ່ານ ທຣັມ ຈະບໍລິຈາກເງິນເດືອນໃຫ້ອົງການການກຸສົນທັງໝົດ
March 14, 2017 - 6:25 PM


ໂຄສົກຂອງປະທານາທິບໍດີ ທຣັມ ກ່າວວ່າ: ປະທານາທິບໍດີ ມີຈຸດປະສົງຈະບໍລິຈາກເງິນເດືອນເມື່ອຮອດທ້າຍປີ ເຊິ່ງເປັນໄປຕາມທີ່ທ່ານໃຫ້ສັນຍາຕໍ່ປະຊາຊົນອາເມລິກາ ແລະ ທ່ານຢາກຈະຂໍໃຫ້ສື່ມວນຊົນເປັນຜູ້ເລືອກອົງການການກຸສົນວ່າຈະບໍລິຈາກໃຫ້ໜ່ວຍງານໃດ ເພື່ອຫລີກເວັ້ນການກວດສອບຈາກສື່ມວນຊົນ ເນື່ອງຈາກວ່າໃນໄລຍະຜ່ານມາ ສື່ມວນຊົນໄດ້ພະຍາຍາມກວດສອບການບໍລິຈາກເງິນຂອງທ່ານ ທຣັມ ແລະ ການບໍລິຫານມູນນິທິຂອງຄອບຄົວຂອງທ່ານ ທຣັມ ໃນລະຫວ່າງການຫາສຽງເລືອກຕັ້ງປະທານາທິບໍດີໃນປີຜ່ານມາ. ທ່ານ ທຣັມ ກ່າວຫຼາຍເທື່ອວ່າ: ທ່ານຈະບໍ່ຮັບເງິນເດືອນ ໂດຍຈະຮັບພຽງ 1 ໂດລາ ເຊິ່ງເປັນຈຳນວນໜ້ອຍທີ່ສຸດທີ່ກຳນົດໄວ້ຕາມກົດໝາຍ. ໃນອະດີດປະ ທານາທິບໍດີ ທ່ານ ເຮີເບີດ ຮູເວີ ແລະ ທ່ານ ຈອນ ເອບ ເຄນເນດີ ເຄີຍບໍລິຈາກເງິນເດືອນໃຫ້ແກ່ການກຸສົນເຊັ່ນດຽວກັນ.