ມີຜູ້ເສຍຊີວິດ 6 ຄົນຈາກເຫດການລົດຮັບສົ່ງກໍາມະກອນໄຫລລົງແມ່ນໍ້າຂອງທີ່ແຂວງໄຊຍະບູລີ

ມີຜູ້ເສຍຊີວິດ 6 ຄົນຈາກເຫດການລົດຮັບສົ່ງກໍາມະກອນໄຫລລົງແມ່ນໍ້າຂອງທີ່ແຂວງໄຊຍະບູລີ - 22 18 - ມີຜູ້ເສຍຊີວິດ 6 ຄົນຈາກເຫດການລົດຮັບສົ່ງກໍາມະກອນໄຫລລົງແມ່ນໍ້າຂອງທີ່ແຂວງໄຊຍະບູລີ
ມີຜູ້ເສຍຊີວິດ 6 ຄົນຈາກເຫດການລົດຮັບສົ່ງກໍາມະກອນໄຫລລົງແມ່ນໍ້າຂອງທີ່ແຂວງໄຊຍະບູລີ - kitchen vibe - ມີຜູ້ເສຍຊີວິດ 6 ຄົນຈາກເຫດການລົດຮັບສົ່ງກໍາມະກອນໄຫລລົງແມ່ນໍ້າຂອງທີ່ແຂວງໄຊຍະບູລີ

ເຈົ້າໜ້າທີ່ ປກສ ແຂວງໄຊຍະບູລີ ໄດ້ຢືນຢັນຢ່າງເປັນທາງການໃນວັນທີ 24 ກໍລະກົດນີ້ວ່າ: ມີຜູ້ເສຍຊີວິດທັງໝົດ 6 ຄົນ ແລະ ບາດເຈັບ 24 ຄົນຈາກເຫດການລົດບັນທຸກ 6 ລໍ້ຮັບ-ສົ່ງກໍາມະກອນຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງໄຊຍະບູລີເກີດອຸປະຕິເຫດໄຫລຕົກລົງນ້ຳຂອງໃນວັນທີ 22 ກໍລະກົດຜ່ານມານີ້, ໂດຍພົບຜູ້ເສຍຊີວິດໃນມື້ເກີດເຫດມີ 4 ຄົນ ແລະ ໜ່ວຍງານກູ້ໄພ

ຄົ້ນພົບເຫັນຕື່ມອີກ 2 ຄົນສຸດທ້າຍໃນວັນທີ 23 ກໍລະກົດນີ້ປະກອບມີ: ທ້າວ ກຸ້ງ ອາຍຸ 19 ປີ, ນາງ ບົວເງິນ ອາຍຸ 22 ປີ, ນາງ ໜອມ ອາຍຸ 35 ປີ, ທ້າວ ແທນ ອາຍຸ 43 ປີຢູ່ແຂວງຫລວງພະບາງ, ທ້າວ ຊູ ອາຍຸ 27 ປີຢູ່ແຂວງໄຊຍະບູລີ ແລະ ນາງ ເດືອນ ອາຍຸ 35 ປີຢູ່ແຂວງຊຽງຂວາງ ທັງໝົດເປັນກໍາມະກອນຢູ່ໂຄງການກໍ່ສ້າງເຂື່ອນດັ່ງກ່າວ ແລະ ຈຸດເກີດເຫດແມ່ນຢູ່ໃກ້ກັບເຂດໂຄງການກໍ່ສ້າງເຂື່ອນແຫ່ງນີ້, ໂດຍລົດຄັນດັ່ງກ່າວຮັບກໍາມະກອນນັ່ງມານໍາກັນທັງໝົດ 30 ຄົນ, ເຊິ່ງອອກຈາກເຮືອນພັກຂອງເຂົາເຈົ້າເພື່ອໄປສົ່ງເຂົາເຮັດວຽກຢູ່ເຂື່ອນ, ແຕ່ໃນຂະນະລົດຄ່ອຍໆແລ່ນມຸ້ງໜ້າໄປຕາມທາງລົງສູ່ຕະຫລາດຊົ່ວຄາວຢູ່ແຄມນໍ້າຂອງ ເພື່ອພາກໍາມະກອນໄປຊື້ອາຫານການກິນ, ໃນຂະນະລົງຄ້ອຍປາກົດວ່າລົດເບຣກບໍ່ຢູ່ແລ້ວໄຫລຕົກລົງແມ່ນ້ຳຂອງ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຄືດັ່ງກ່າວ.

ມີຜູ້ເສຍຊີວິດ 6 ຄົນຈາກເຫດການລົດຮັບສົ່ງກໍາມະກອນໄຫລລົງແມ່ນໍ້າຂອງທີ່ແຂວງໄຊຍະບູລີ - Visit Laos Visit SALANA BOUTIQUE HOTEL - ມີຜູ້ເສຍຊີວິດ 6 ຄົນຈາກເຫດການລົດຮັບສົ່ງກໍາມະກອນໄຫລລົງແມ່ນໍ້າຂອງທີ່ແຂວງໄຊຍະບູລີ
ມີຜູ້ເສຍຊີວິດ 6 ຄົນຈາກເຫດການລົດຮັບສົ່ງກໍາມະກອນໄຫລລົງແມ່ນໍ້າຂອງທີ່ແຂວງໄຊຍະບູລີ - 3 - ມີຜູ້ເສຍຊີວິດ 6 ຄົນຈາກເຫດການລົດຮັບສົ່ງກໍາມະກອນໄຫລລົງແມ່ນໍ້າຂອງທີ່ແຂວງໄຊຍະບູລີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!