ພົບເຊື້ອພະຍາດອະຫິວາໝູອາຟຣິກກາຢູ່ແຂວງຜົ້ງສາລີ


ແຂວງຜົ້ງສາລີຢືນຢັນວ່າ: ພົບເຊື້ອພະຍາດອະຫິວາໝູອາຟຣິກກາຢູ່ 2 ບ້ານ ຄື: ບ້ານມອນສະຫວັນ ແລະ ບ້ານຫາດເຊີຍເມືອງຂວາແຂວງຂອງຕົນ ແລະ ໄດ້ຮີບຮ້ອນແຈ້ງໃຫ້ປະຊາຊົນພາຍໃນເມືອງຂວາ ແລະ ເມືອງອ້ອມຂ້າງ ຫ້າມມີການຊື້-ຂາຍ ແລະ ເຄື່ອນຍ້າຍໝູເດັດຂາດ.
ໃນລະວ່າງວັນທີ 11 ກໍລະກົດນີ້, ວິຊາການສັດຕະວະແພດເມືອງຂວາ ໄດ້ລົງກວດກາ ແລະ ເຝົ້າລະວັງການລະບາດຂອງພະຍາດສັດດັ່ງກ່າວ, ພ້ອມທັງເກັບຊີ້ນສ່ວນໝູຕາຍ ສົ່ງໃຫ້ສູນວິໄຈພະຍາດສັດຂັ້ນສູນກາງ ແລະ ໃນວັນທີ 14 ກໍລະກົດນີ້ ກໍໄດ້ຮັບການຢັ້ງຢືນຈາກສູນວິໄຈພະຍາດສັດວ່າ: ພົບເຊື້ອພະຍາດອະຫິວາໝູອາຟຣິກກາ ຢູ່ 2 ບ້ານດັ່ງກ່າວ, ເຊິ່ງມີຈໍານວນໝູທັງໝົດ 1.000 ກວ່າໂຕ, ໃນນີ້, ມີໝູທີ່ຕິດເຊື້ອ ແລະ ຕາຍໄປແລ້ວ 338 ໂຕ. ປັດຈຸບັນ ວິຊາການປະຈໍາສະໜາມ ໄດ້ເຝົ້າລະວັງການລະບາດ ພ້ອມທັງນໍາພາເຈົ້າຂອງສັດທໍາລາຍ ແລະ ຂ້າເຊື້ອຊາກສັດທີ່ຕາຍ.
ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ນອກຈາກກາລະບາດຢູ່ເມືອງຂວາແລ້ວຍັງພົບເຊື້ອພະຍາດພະຍາດອະຫິວາໝູອາຟຣິກກາຢູ່ເມືອງບູນເໜືອຕື່ມອີກ, ແຕ່ຍັງບໍ່ທັນມີລາຍງານແຈ້ງຜົນເສຍຫາຍເທື່ອ.
ປັດຈຸບັນນີ້, ອົງການປົກຄອງແຂວງໄດ້ອອກຄຳສັ່ງປະກາດເຂດລະບາດພະຍາດອະຫິວາໝູອາຟຣິກກາໃນທົ່ວແຂວງຜົ້ງສາລີ ແລະ ອອກຂໍ້ຕົກລົງ ແຕ່ງຕັ້ງຄະນະສະເພາະກິດ ກ່ຽວກັບການຕ້ານ ແລະ ສະກັດກັ້ນການ ລະບາດພະຍາດອະຫິວາໝູອາຟຣິກກາ ຂັ້ນແຂວງ ເພື່ອພ້ອມກັນສະກັດກັນພະຍາດດັ່ງກ່າວບໍ່ໃຫ້ແຜ່ໄປເປັນວົງກວ້າງ.