ວິທີຍືດອາຍຸການໃຊ້ງານໃຫ້ໂນດບຸກຂອງທ່ານ

ວິທີຍືດອາຍຸການໃຊ້ງານໃຫ້ໂນດບຸກຂອງທ່ານ - 061806 2019 - ວິທີຍືດອາຍຸການໃຊ້ງານໃຫ້ໂນດບຸກຂອງທ່ານ
ວິທີຍືດອາຍຸການໃຊ້ງານໃຫ້ໂນດບຸກຂອງທ່ານ - kitchen vibe - ວິທີຍືດອາຍຸການໃຊ້ງານໃຫ້ໂນດບຸກຂອງທ່ານ

1. ເບົາໆມື : ຄວນໃຊ້ງານໂນດບຸກຢ່າງອ່ອນນ້ອມ ຈໍພາບທົ່ວໄປທີ່ບໍ່ແມ່ນລະບົບສຳຜັດກໍບໍ່ຄວນໃຊ້ນິ້ວມືຈີ້ໜ້າຈໍແຮງໆໂດຍ ກົງ ເພາະອາດເຮັດໃຫ້ແຊນຂອງຈໍພາບເກີດຄວາມເສຍຫາຍ ແລະ ເສື່ອມສະພາບຈົນອາດກາຍເປັນຈຸດດຳຂຶ້ນມາ, ການພັບມ້ຽນ (ໂດຍສະເພາະໂນດບຸກທີ່ເຮັດຈາກປລາສຕິກ) ການພັບເປີດ – ປິດດ້ວຍຄວາມຮຸນແຮງອາດເຮັດໃຫ້ປລາສະຕິກບໍລິເວນບານພັບ ກອບ ຫລື ເສຍຫາຍໄດ້ ທາງທີ່ດີຄວນຄ່ອຍໆໃຊ້ໂດຍເບົາໆມືທີ່ສຸດ ແລະ ຈັບທຸກພາກສ່ວນຂອງໂນດບຸກໃຫ້ໝັ້ນຄົງ ກ່ອນສົ່ງແຮງປິດ ຫລື ເປີດເທົ່າໆກັນໄປທຸກໆພາກສ່ວນ.

ວິທີຍືດອາຍຸການໃຊ້ງານໃຫ້ໂນດບຸກຂອງທ່ານ - 051806 2019 - ວິທີຍືດອາຍຸການໃຊ້ງານໃຫ້ໂນດບຸກຂອງທ່ານ

     2. ລະວັງເລື່ອງຄວາມຮ້ອນ :  ບໍ່ຄວນໃຊ້ງານຕໍ່ເນື່ອງເປັນໄລຍະເວລາດົນ ເພາະໂນດບຸກມີລະບົບການລະບາຍຄວາມຮ້ອນທີ່ຈຳກັດກ່ວາຄອມພິວເຕີຕັ້ງໂຕະ, ແຕ່ຖ້າຈຳເປັນແທ້ໆກໍຄວນຈະວາງໂນດບຸກໄວ້ເທິງພື້ນຜິວກ້ຽງ ທີ່ບໍ່ແມ່ນຜ້າ ຫລື ເທິງຕຽງ, ຫາແຜ່ນວາງໂນດບຸກດີໆມາໃຊ້ຈັກອັນ ຫລື ຖ້າໃຜຢາກຈະປະຢັດເງິນກໍຫາຢາງລຶບກ້ອນໃຫຍ່ໆ 4 ກ້ອນເທົ່າໆກັນມາວາງໄວ້ 4 ແຈຂອງໂນດບຸກ ກໍຊ່ວຍລະບາຍຄວາມຮ້ອນໄດ້ໃນລະດັບໜຶ່ງ.

ວິທີຍືດອາຍຸການໃຊ້ງານໃຫ້ໂນດບຸກຂອງທ່ານ - Visit Laos Visit SALANA BOUTIQUE HOTEL - ວິທີຍືດອາຍຸການໃຊ້ງານໃຫ້ໂນດບຸກຂອງທ່ານ

     3. ເຮັດຄວາມສະອາດ : ຄວນໝັ່ນເຮັດຄວາມສະອາດໜ້າຈໍຂອງໂນດບຸກຢູ່ສະເໝີ ໂດຍໃຊ້ນຳ້ຢາເຮັດຄວາມສະອາດໜ້າຈໍກັບຜ້າໄມໂຄຣໄຟເບີ ບໍ່ຄວນໃຊ້ເຈ້ຍໜັງສືພິມ ຫລື ເສດຜ້າທົ່ວໄປເຊັດ ເພາະເປັນແຫລ່ງລວມຂອງເຊື້ອພະຍາດ. ໝັ່ນເຮັດຄວາມສະອາດດ້ວຍນຳ້ຢາເຮັດຄວາມສະອາດອຸປະກອນຄອມພິວເຕີໂດຍສະເພາະ. ສ່ວນຂີ້ຝຸ່ນທີ່ຢູ່ຕາມແຈກໍຄວນໃຊ້ເຄື່ອງດູດຝຸ່ນຂະໜາດນ້ອຍດູດອອກ ຫລື ໃຊ້ເຈວເຮັດຄວາມສະອາດຄອມພິວເຕີໂດຍສະເພາະ.

ວິທີຍືດອາຍຸການໃຊ້ງານໃຫ້ໂນດບຸກຂອງທ່ານ - 5 - ວິທີຍືດອາຍຸການໃຊ້ງານໃຫ້ໂນດບຸກຂອງທ່ານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!