​ສຸຣາ ​ເມ​ໄລ ຕິດ​ພັນໃນ​ປະ​ເພນີ​ວັດທະນະທຳ​ມາ​ແຕ່​ເປີງ​ບູຮານ

​ສຸຣາ ​ເມ​ໄລ ຕິດ​ພັນໃນ​ປະ​ເພນີ​ວັດທະນະທຳ​ມາ​ແຕ່​ເປີງ​ບູຮານ - Time fo an Adventure 2020 08 28T125606 - ​ສຸຣາ ​ເມ​ໄລ ຕິດ​ພັນໃນ​ປະ​ເພນີ​ວັດທະນະທຳ​ມາ​ແຕ່​ເປີງ​ບູຮານ
​ສຸຣາ ​ເມ​ໄລ ຕິດ​ພັນໃນ​ປະ​ເພນີ​ວັດທະນະທຳ​ມາ​ແຕ່​ເປີງ​ບູຮານ - kitchen vibe - ​ສຸຣາ ​ເມ​ໄລ ຕິດ​ພັນໃນ​ປະ​ເພນີ​ວັດທະນະທຳ​ມາ​ແຕ່​ເປີງ​ບູຮານ

 

ໂດຍ: ທິດ​ກ່ຳໜຶ່ງໃນສິນຫ້າຂໍ້ທີ່ພະພຸດທະເຈົ້າໃຫ້ລະເວັ້ນນັ້ນກໍຄື “ສຸຣາ ເມຣະຍະ ມັດຊະ ປະມາທັດຖານາ ເວຣະມະນີສິກຂາ ປະທັງສະມາທິຍາມິ” ນັ້ນກໍ ໝາຍຄວາມວ່າກ່ອນໜ້ານີ້ ເປັນເວລາສອງພັນຫ້າຮ້ອຍຫົກສິບກວ່າປີໄດ້ມີເຫລົ້າຢາປາແປ້ງມາພ້ອມກັບປະເພນີ ວັດທະນະທຳຂອງຄົນເຮົາມາແລ້ວຫລາຍເຊັ່ນຫລາຍຊາດ.

​ສຸຣາ ​ເມ​ໄລ ຕິດ​ພັນໃນ​ປະ​ເພນີ​ວັດທະນະທຳ​ມາ​ແຕ່​ເປີງ​ບູຮານ - Visit Laos Visit SALANA BOUTIQUE HOTEL - ​ສຸຣາ ​ເມ​ໄລ ຕິດ​ພັນໃນ​ປະ​ເພນີ​ວັດທະນະທຳ​ມາ​ແຕ່​ເປີງ​ບູຮານ

ປາກົດການນີ້, ອາດມີ ຢູ່ໃນງານບຸນສິນກິນທານງານ ສົງເຄາະສະເດາະເຂັນ, ງານລ້ຽງຜີສາງນາງໄມ້, ງານຜູກຂໍ່ຕໍ່ແຂນ ຫລື ເທສະການຕ່າງໆ ອັນເປັນທີ່ປະຈັກຕາ ແລະ ຄວາມບໍ່ໂສພາໃນວົງສັງຄົມຍຸກເກົ່າໆ. ເພາະສະນັ້ນ, ພະພຸດທະເຈົ້າເພິ່ນຈຶ່ງໄດ້ອອກກົດຫ້າມຕັ້ງແຕ່ຍຸກ ນັ້ນຈົນມາຮອດຍຸກນີ້ສິນຫ້າອັນເປັນກົດຫ້າມຂອງພະພຸດທະອົງກໍຍັງອຳມະຕະ ແລະ ສັກສິດຢູ່.

ແນວໃດກໍຕາມ, ກ່ຽວກັບຮູບແບບ ຫລື ກຳມະວິທີໃນການຜະລິດເຫລົ້າ ຫລື ວ່າການດື່ມເຫລົ້າໃນສະໄໝກ່ອນກັບສະໄໝນີ້ອາດແຕກຕ່າງກັນຢ່າງຂາດຂັ້ນ ເປັນຕົ້ນໃນຍຸກນັ້ນອາດເປັນເຫລົ້າໝໍ້ນ້ອຍ, ຕົ້ມໃຜຕົ້ມມັນ, ຢູ່ ຕາມຄອບຄົວເຮືອນຊານໃຜມັນ ຫລື ຕາມຄວາມສາມາດຂອງແຕ່ລະຄອບຄົວທີ່ມີສັດທາຕໍ່ກັນ.

ພໍເຖິງຍາມມີບຸນສິນກິນທານຫລືມີງານຕ່າງໆ ເຂົາ ຈຶ່ງພາກັນຕົ້ມເມື່ອຮອດເວລາກິນເວລາດື່ມເຂົາຈຶ່ງດື່ມຕາມກາລະໂອກາດທີ່ມາເຖິງ. ແຕ່ ເຖິງປານນັ້ນ, ພະພຸດທະເຈົ້າ ເພິ່ນກໍຍັງອອກກົດຫ້າມຍ້ອນສິ່ງມືນເມົານັ້ນດື່ມໜ້ອຍເປັນ ຢາດື່ມຫລາຍມັນກໍໃຫ້ໂທດ.

ພໍຕົກມາເຖິງຍຸກສະໄໝບ້ານເມືອງເຮົານັບມື້ມີຄວາມຈະເລີນຮຸ່ງເຮືອງທຸກສິ່ງຢ່າງມັນກໍພັດທະນາໄປຕາມກົດເກນຂອງສັງຄົມ, ການພັດທະນານີ້ ມັນບໍ່ສະເພາະແຕ່ສິ່ງມຶນເມົາ, ໃນດ້ານອື່ນໆກໍມີການພັດທະນາໄປພ້ອມໆ ກັນຢ່າງບໍ່ຢຸດຢັ້ງ. ກ່າວເຖິງສິ່ງມືນເມົາໃນຍຸກສະໄໝນີ້ຍິ່ງກວ້າງຂວາງມີຫລາຍຊະນິດ, ຫລາຍຍີ່ຫໍ້, ມີທັງຂອງຖືກຂອງແພງສຸດແລ້ວຈະ ເລືອກກິນເລືອກດື່ມ.

ປັດຈຸບັນສະເພາະຢູ່ນະຄອນຫລວງວຽງຈັນເຮົາມີໂຮງງານຂະໜາດໃຫຍ່  2 ແຫ່ງ, ມີໂຮງງານຕົ້ມເຫລົ້າຂະໜາດກາງ, ຂະໜາດ ນ້ອຍນັບທັງໝໍ້ນ້ອຍທີ່ຢັ່ງຢາຍແຕ່ລະທ້ອງຖິ່ນເກືອບວ່ານັບບໍ່ຖ້ວນ. ນອກຈາກນັ້ນ, ຍັງມີເບຍ, ມີເຫລົ້າຊະ ນິດຕ່າງໆ ທີ່ຫລຸຫລັ່ງທັ່ງເທຈາກຕ່າງປະເທດເຂົ້າມາແບບບໍ່ອັ້ນ.

ຕາມເຮົາວ່າ, ການທີ່ມີເຄື່ອງດື່ມທີ່ມີທາດເຫລົ້າຢ່າງຫລວງຫລາຍກໍບໍ່ໄດ້ໝາຍເຖິງການປຸກລະດົມໃຫ້ຄົນເຮົາພາກັນດື່ມສິ່ງມືນເມົາເປັນອາຈິນອັນຈະພາໃຫ້ເກີດຄວາມເສຍຫາຍແກ່ຕົນເອງ ແລະ ສັງຄົມ.

ແຕ່ມັນໝາຍເຖິງການພັດທະນາທາງດ້ານວັດຖຸໃຫ້ຄົນເຮົາສາມາດມີທາງເລືອກເຊັ່ນ: ເລືອກໃຊ້, ເລືອກກິນ, ເລືອກດື່ມ ແລະ ເລືອກບໍລິໂພກ, ບໍ່ໄດ້ໝາຍເຖິງເປັນການບີບບັງຄັບໃຫ້ຄົນເຮົາທຸກຄົນຕ້ອງກິນຕ້ອງດື່ມໃນທຸກກໍລະນີ, ທຸກມື້ທຸກຍາມ.

ແນວໃດກໍຕາມ, ເຖິງວ່າ ສິ່ງດັ່ງກ່າວຈະມີຫລາກຫລາຍໃນທົ່ວສັງຄົມ ແຕ່ອັນສຳຄັນມັນກໍຕ້ອງມີກົດຫ້າມເພື່ອປົກປ້ອງສິດຂອບເຂດໃນການຜະລິດ, ຈຳໜ່າຍ ແລະ ບໍລິໂພກ. ສະນັ້ນ, ພວກເຮົາຈຶ່ງເວົ້າໄດ້ວ່າລະຫວ່າງການຜະລິດສິ່ງມຶນເມົາກັບ ກົດຫ້າມນັ້ນເປັນຄູ່ມາດຕະເກນໜຶ່ງໃນສັງຄົມທີ່ມີການປົກຄອງ ແລະ ຄຸ້ມຄອງທີ່ເຂັ້ມງວດດັ່ງພະພຸດທະເຈົ້າໄດ້ກ່າວຢູ່ໃນສິນຫ້າ ແລະ ທັງຝ່າຍໂລກເຮົາກໍມີກົດໝາຍຫ້າມວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ.

ເຖິງຢ່າງໃດກໍດີ, ກ່ອນອື່ນພວກເຮົາກໍຕ້ອງເຂົ້າໃຈວ່າເຫລົ້າຫລືວ່າເຄື່ອງດື່ມທີ່ ມີທາດເຫລົ້ານັ້ນໄດ້ມີມາແຕ່ເປີງປະຖົມບູຮານ ແລະ ເປັນຂອງຄູ່ກຳກັບສັງຄົມມະນຸດ. ໃຜຈະດື່ມໜ້ອຍດື່ມຫລາຍນັ້ນເປັນສິດທິຂອງແຕ່ລະບຸກຄົນ ແລະ ກຸ່ມຄົນແຕ່ອັນສຳຄັນນັ້ນແມ່ນຕ້ອງຄຳນຶງເຖິງສຸຂະພາບ ແລະ ຄວາມປອດໄພນັ້ນລະຕ້ອງມາກ່ອນ./.

​ສຸຣາ ​ເມ​ໄລ ຕິດ​ພັນໃນ​ປະ​ເພນີ​ວັດທະນະທຳ​ມາ​ແຕ່​ເປີງ​ບູຮານ - 5 - ​ສຸຣາ ​ເມ​ໄລ ຕິດ​ພັນໃນ​ປະ​ເພນີ​ວັດທະນະທຳ​ມາ​ແຕ່​ເປີງ​ບູຮານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!